ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ສັ່ງໃຫ້ຖອນ ກຳລັງຮັກສາດິນແດນ ອອກຈາກວໍຊິງຕັນ


ປະທານາທິບໍດີ ທຣໍາກ່າວຄໍາປາໄສ ຫລັງຈາກໄປຢ້ຽມຊົມຜະລິດຕະພັນດ້ານການແພດຂອງບໍລິສັດ Puritan ທີ່ຜະລິດຊຸດກວດໄວຣັສ ໂຄໂຣນາໃນວັນທີ 5 ມິຖຸນາ, 2020, ຢູ່ເມືອງ Guilford, ລັດເມນ. (ພາບຖ່າຍໂດຍ AP Photo/Patrick Semansky)
ປະທານາທິບໍດີ ທຣໍາກ່າວຄໍາປາໄສ ຫລັງຈາກໄປຢ້ຽມຊົມຜະລິດຕະພັນດ້ານການແພດຂອງບໍລິສັດ Puritan ທີ່ຜະລິດຊຸດກວດໄວຣັສ ໂຄໂຣນາໃນວັນທີ 5 ມິຖຸນາ, 2020, ຢູ່ເມືອງ Guilford, ລັດເມນ. (ພາບຖ່າຍໂດຍ AP Photo/Patrick Semansky)

ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ໃນວັນອາທິດວານນີ້ ໄດ້ສັ່ງໃຫ້ ເລີ້ມຖອນກຳລັງຮັກສາດິນແດນ ຫລື National Guard ທີ່ເອົາເຂົ້າມາໃນນະ ຄອນຫລວງວໍຊິງຕັນໃນອາທິດແລ້ວນີ້ ເພື່ອລະງັບການປະທ້ວງຕໍ່ຕ້ານການເສຍ ຊີວິດຂອງຊາຍຜິວດໍາຄົນນຶ່ງ ຢູ່ໃນການຄວບຄຸມຂອງຕໍາຫລວດ ໂດຍເວົ້າວ່າ ນະຄອນຫຼວງຂອງປະເທດ “ໄດ້ຢູ່ພາຍໃຕ້ການຄວບຄຸມຢ່າງສົມບູນແບບເລີຍ.”

ຜູ້ນໍາສະຫະລັດທ່ານນີ້ຂຽນລົງໃນທວີດເຕີວ່າ “ພວກເຂົາເຈົ້າຈະກັບໄປບ້ານ ໄປ ເຮືອນ ແຕ່ວ່າ ກໍຈະກັບມາຢ່າງໄວວາ ຖ້າຕ້ອງການ”. ທ່ານຂຽນຕໍ່ໄປອີກວ່າ “ມີພວກປະທ້ວງພາກັນມາໜ້ອຍກວ່າທີ່ໄດ້ຄາດຄຶດໄວ້ຕັ້ງຫລາຍ ໃນຄືນວານນີ້.”

ແຕ່ເຖິງແມ່ນວ່າ ຈະໄດ້ມີການຖອນກຳລັງຮັກສາດິນແດນແລ້ວກໍຕາມ ອະດີດຜູ້ ນໍາທະຫານສະຫະລັດ ກໍຍັງສືບຕໍ່ອອກປາກອອກສຽງຄັດຄ້ານ ການນາບຂູ່ຂອງ ທ່ານທຣໍາ ທີ່ໄດ້ລາຍງານໄປໃນອາທິດແລ້ວນີ້ ວ່າຈະໃຊ້ທະຫານມາທີ່ປະຕິບັດ ງານຢູ່ຫລາຍເຖິງ 10,000 ຄົນ ເພື່ອເອົາມາເພີ້ມ ໃສ່ກັບກໍາລັງຂອງຕໍາຫລວດ ໃນນະຄອນວໍຊິງຕັນ ເພື່ອຕ້ານກັບພວກເດີນຂະ ບວນປະທ້ວງຕໍ່ການຕາຍຂອງ ທ້າວຈອຣຈ໌ ຟລອຍດ໌ ໃນວັນທີ 25 ພຶດສະພາ ຜ່ານມາ ຢູ່ໃນເມືອງມິນເນອາ ໂປລິສ, ລັດເມນີໂຊຕາ.

ການເສຍຊີວິດຂອງທ້າວຟລອຍດ໌ ອາຍຸ 46 ປີ ທີ່ໄດ້ຖືກກົດ ໃຫ້ໝູບລົງຢູ່ພື້ນ ຖະໜົນ ຂອງເມືອງແຫ່ງນຶ່ງ ເປັນເວລາເກືອບຮອດ 9 ນາທີ ໂດຍຕໍາຫລວດ ຜິວຂາວທີ່ເນັ້ນຄໍຂອງທ້າວຟລອຍດ໌ໄວ້ ຊຶ່ງໄດ້ພາໃຫ້ມີການປະທ້ວງເກືອບຮອດ ສອງອາທິດມາແລ້ວ ຢູ່ໃນສະຫະລັດ ຊຶ່ງມີບາງຄົນກໍມີຄວາມໂກດແຄ້ນ, ໃຊ້ ຄວາມຮຸນແຮງ ປະທະກັບພວກເຈົ້າໜ້າທີ່.

ແຕ່ວ່າ ມີຊາວອາເມຣິກັນຫລາຍພັນຄົນກໍໄດ້ທໍາການປະທ້ວງຢ່າງສັນຕິ ຢູ່ ໃນ ຫລາຍ 10 ເມືອງ ຂອງສະຫະລັດ ໃນວັນອາທິດວານນີ້ ເພື່ອຕໍ່ຕ້ານການໃຊ້ ອໍານາດຂອງເຂົາເຈົ້າ ໃນທາງທີ່ຜິດຕໍ່ພວກຊົນກຸ່ມສ່ວນນ້ອຍ ທີ່ມີລາຍງານວ່າ ມີການປະທະກັບຕໍາຫລວດພຽງໜ້ອຍດຽວ.

ໃນທີ່ສຸດ, ສະມາຊິກທະຫານລາບອາກາດຈາກກອງພົນທີ 82 ຂອງກອງທັບ ບົກຈໍານວນ 1,600 ຄົນ ໄດ້ຖືກສົ່ງມານະຄອນຫລວງວໍຊິງຕັນ ແຕ່ກໍບໍ່ໄດ້ໃຫ້ ປະຕິບັດງານ ເພື່ອເຮັດໃຫ້ການປະທ້ວງສະຫງົບລົງແຕ່ຢ່າງໃດ.

ທ່ານມາກ ແອສເພີ, ລັດຖະມົນຕີກະຊວງປ້ອງກັນປະເທດບໍ່ເຫັນພ້ອມກັບທ່ານ ທຣໍາໃນອາທິດແລ້ວນີ້ ໂດຍເວົ້າວ່າ ການໃຊ້ກໍາລັງທະຫານປະຕິບັດໜ້າທີ່ຄວນ ຈະຖືກໃຊ້ໃຫ້ເປັນທາງເລືອກອັນສຸດທ້າຍ ໃນການລະງັບການກໍ່ຈາລະຈົນຢູ່ໃນ ສະຫະລັດ ຊຶ່ງເປັນຈຸດຢືນທີ່ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ວິລລຽມ ບາ ກ່າວ ຢູ່ໃນລາຍການ “Face the Nation” ຂອງໂທລະພາບ CBS News’ ວ່າ ທ່ານກໍເຫັນດີນໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG