ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ​ແລະ​ທ່ານ​ນາງ Clinton ມີຄະແນນນຳ​ໜ້າ​ ກ່ອນ​ການ​ປ່ອນບັດ ທີ່ສຳຄັນ


Trump Trounces Rubio, Cruz in Nevada
please wait

No media source currently available

0:00 0:02:14 0:00

ທ່ານ Donald Trump ໄດ້ຮັບໄຊຊະນະເປັນຄັ້ງທີ 3 ໃນການ
ແຂ່ງຂັນ 4 ຄັ້ງ ​ໂດຍ​ໄດ້​ຮັບຄະ​ແນນ​ສຽງ​ນຳ​ໜ້າ​ແບບ​ເດັດຂາດ
​ໃນ​ການປະຊຸມ​ຄັດເລືອກທີ່ລັດ Nevada ​ເມື່ອວັນອັງຄານຜ່ານ
ມານີ້ ທີ່ຄ້ຳປະກັນຕຳແໜ່ງຂອງທ່ານ ໃນຖານະຜູ້ນຳຂອງພັກ
Republican ມຸ່ງໜ້າໄປສູ່ການເລືອກຕັ້ງທີ່ເອີ້ນວ່າ Super
Tuesday
​ໃນ​ສັບປະດາ​ໜ້າ ທີ່ມີການປ່ອນ​ບັດຢູ່ໃນສິບກວ່າ
ລັດ ໃນ​ເວລາພ້ອມໆກັນ.

ໄຊຊະນະຄັ້ງນີ້ ມີຂຶ້ນຫຼັງຈາກທີ່ທ່ານໄດ້ຮັບໄຊຊະນະຄັ້ງທຳອິດ ຢູ່ລັດ New Hampshire ແລະລັດ South Carolina ຊຶ່ງທັງສອງລັດນີ້ ແມ່ນສະແດງໃຫ້ເຫັນວ່າ ບໍ່ມີຜູ້ສະໝັກຄົນ ​ໃດ ໄດ້ຮັບການຖືກເລືອກເປັນຕົວແທນຂອງພັກຣີພັບ​ບລີ​ກັນ ໂດຍປາດສະຈາກໄຊຊະນະ
ຢູ່ໃນສອງລັດທີ່ວ່ານີ້.

ຜູ້​ລົງ​ແຂ່ງຂັນ​ສັງກັດ​ພັກ Republican ທ່ານ Donald Trump ຍົກໂປ້​ໃນ​ຫ້ອງ​ປະຊຸມ​ການ​ເລືອກ​ຕັ້ງ 23 ກຸມພາ, 2016.
ຜູ້​ລົງ​ແຂ່ງຂັນ​ສັງກັດ​ພັກ Republican ທ່ານ Donald Trump ຍົກໂປ້​ໃນ​ຫ້ອງ​ປະຊຸມ​ການ​ເລືອກ​ຕັ້ງ 23 ກຸມພາ, 2016.

ເບິ່ງຄືວ່າ ທ່ານ Trump ໄດ້ແຜ້ວທາງໄປສູ່ການເປັນຕົວແທນ
ຂອງພັກ Republican ຢ່າງແນ່ນອນ ເຖິງຢ່າງນັ້ນກໍ​ຕາມ
ທ່ານ​ໄດ້​ຮັບ​ແຮງ​ຂັບ​ດັນ​ຈາກ​ແຕກ​ແຍກ​ໂດຍ​ມີຜູ້ລົງແຂ່ງຂັນ
ເລືອກຕັ້ງ ທັງໝົດ 5 ຄົນ.

ທ່ານ Stuart Rothenberg ຜູ້ກໍ່ຕັ້ງ Rothenberg &
Gonzales Political Report
​ໄດ້ກ່າວ​ວ່າ “ທ່ານ Donald
Trump ຍັງຈະຕ້ອງ​ໄດ້​ພິສູດໃຫ້ເຫັນ ໃນການ​ແຂ່ງຂັນແບບ
ນຶ່ງຕໍ່ນຶ່ງ ຫຼື ການແຂ່ງຂັນຂອງສາມຄົນພ້ອມກັນນັ້ນ ທ່ານຍັງ
ສາມາດໄດ້ຮັບຄະແນນ ລະ ຫວ່າງ 35 40 45 ເປີເຊັນ ຫຼືບໍ່
ກໍ 50 ເປີເຊັນຂອງ​ຜູຸ້ປ່ອນ​ບັດ ຊຶ່ງໃນປະຈຸບັນນີ້ ມັນຍັງບໍ່
ທັນເປັນທີ່ແຈ້ງຂາວເທື່ອ.”

​ເຊີນ​ຊົມ​ພາບ​ວີ​ດີ​ໂອ: ພວກ​ທີ່​ສໜັບສະ​ໜຸນ ທ່ານ Trump ​ແລະ​ທ່ານ Cruz ​ໃນ​ລັດ Nevada.

Trump, Cruz Supporters Stump in Nevada
please wait

No media source currently available

0:00 0:00:58 0:00


ນັກທຸລະກິດມະຫາເສດຖີພັນລ້ານ ໄດ້ຊະນະຄູ່ແຂ່ງຈາກລັດ Texas ສະມາຊິກ​ສະພາ​ສູງ Ted Cruz ແລະ​ສະມາຊິກ​ສະພາ​ສູງ​ຈາກ​ລັດ Florida ທ່ານ Marco Rubio ​ໃນ​ການເລືອກຕັ້ງຂັ້ນ​ຕົ້ນ​ຂອງພັກ Republican ທີ່ລັດ Nevada ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້​ ​ໂດຍໄດ້​ຮັບຄະ​ແນນເກືອບ 46 ​ເປີ​ເຊັນ ຂອງ​ຄະ​ແນນ​ສຽງທັງ​ໝົດ. ທ່ານ Rubio ​ໄດ້​ຮັບ​ຄະ​ແນນ​ສຽງ​ທີ 2 ຊຶ່ງລື່ນ​ທ່ານ Cruz ບໍ່​ຮອດ 2000 ຄະ​ແນນ. ອະດີດ​ຜູ້​ປົກຄອງ​ລັດ​ Ohio ທ່ານ John Kasich ​ແລະ​ທ່ານ Ben Carson ທ່ານ​ໝໍ​ທີ່​ກະສຽນ​ແລ້ວ ​ໄດ້ເປັນ​ທີ 4 5 ຕາມ​ລຳດັບ.

ການ​ໄດ້​ຮັບ​ໄຊຊະນະ​ທີ່​ລັດ Nevada ​ເຮັດ​ໃຫ້​ທ່ານ Trump ​ໄດ້​ຮັບການ​ປະກາດ​ສະ​ໜັບ ສະ​ໜຸນ​ເປັນ​ເທື່ອ​ທຳ​ອິດ ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ສະມາຊິກສະພາ​ຕ່ຳສັງກັດ​ພັກ Republi-
can
​ຈາກລັດ New York ທ່ານ Chris Collins ​ແລະທ່ານ Duncan Hunter ​ສະມາຊິກ
ສະພາ​ຕ່ຳສັງກັດ​ພັກ Republican ຈາກລັດ California.

ການ​ປະມວນ​ພາບ: ການ​ເລືອກ​ຕັ້ງ​ຜູ້ຕາງໜ້າ​ພັກ ​ເພື່ອ​ລົງ​ແຂງ​ຂັນ​ເປັນ​ປະທານາທິບໍດີ

XS
SM
MD
LG