ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump ຊະນະ ການປະຊຸມ ຄັດເລືອກ ຕົວແທນພັກ ຣີພັບບລິ​ກັນ ທີ່ລັດ Nevada


US Politics
please wait
Embed

No media source currently available

0:00 0:02:25 0:00

ມະຫາ​ເສດຖີພັນລ້ານ ທ່ານ Donald Trump ​ໄດ້​ຊະນະອີກ​ລັດ
​ໜຶ່ງ​ໃນ​ຄວາມ​ພະຍາຍ​າມ​ ເພື່ອ​ຈະໄດ້​ຖືກ​ແຕ່ງຕັ້ງໃຫ້ເປັນ​ຜູ້ຕາງ
ໜ້າພັກຣີພັບບລິ​ກັນ​ເຂົ້າ​ແຂ່ງ ຂັນ​ເອົາ​ຕຳ​ແໜ່​ງ​ປະທານາທິບໍດີ
ດ້ວ​ຍໄຊຊະນະແບບ​ຂາດ​ຮອຍ ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ທີ່ລັດ
Nevada ​ໃນພາກ​ຕາ​ເວັນ​ຕົກ​ສະຫະລັດ.

ຜົນ​ການ​ນັບ​ຄະ​ແນນ​ຂັ້ນ​ສຸດ​ທ້າຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ
Trump ​ໄດ້ ຮັບ 48 ​ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ ນຳ​ໜ້າ​
ສະມາຊິກ​ສະພາ​ສູງຈາກລັດ Florida ທ່ານ Marco Rubio
ຢ່າງ​ຫຼວງຫຼາຍທີ່​ໄດ້ 24 ​ເປີ​ເຊັນ​. ສ່ວນສະ ມາຊິກ​ສະພາ​ສູງ
ຈາກ ລັດ Texas ທ່ານ Ted Cruz ​ໄດ້​ຮັບ​ຄະ​ແນນ​ເປັນ​ທີ​ສາ​ມ
ດ້ວຍ 21 ​ເປີ​ເຊັນ.

ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ຍົກສອງນີ້ວໂປ້.
ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ຍົກສອງນີ້ວໂປ້.

​ການ​ໄດ້​ຮັບໄຊຊະນະ​ຂອງ​ທ່ານ Trump ຊຶ່ງ​ເປັນ​ເທື່ອທີສາມ​ຕິດ​ຕໍ່​ກັນ ຫລັງ​ຈາກ​ໄດ້​ຊະນະ​ການ​ເລືອກ​ຕັ້ງຂັ້ນ​ເລີ້ມ​ຕົ້ນ ​ທີ່ລັດ New Hampshire ​ແລະ ລັດ South Carolina ​ກ່ອນ​ໜ້າ​ນີ້. ນອກ​ນັ້ນ ມັນ​ຍັງ​ຈະເປັນ​ແຮງ​ກະ​ຕຸ້ນໃຫ້​ທ່ານ​ກ້າວ​ເຂົ້າ​ໄປ​ສູ່ອາທິດ​ທີ່​ສຳຄັນ ​ໃນ​ການ​ໂຄສະນາ​ຫາ​ສຽງ ຊຶ່ງສິບສອງ​ລັດ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ 1 ມີນານີ້.

ທ່ານ Trump ​ໄດ້ກ່າວ​ຄຳ​ປາ​ໄສ​ຮັບ​ເອົາໄຊຊະນະ ​ໂດຍກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ພວກ​ນັກ​ຊ່ຽວຊານພາກັນ​ທຳນາຍ​ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ຈະ​ບໍ່​ໄປ​ໄກຮອດ​ໃສ ບັດ​ນີ້​ທ່ານ “​ໄດ້ຮັບ​ໄຊຊະນະ​ໃນ​ທົ່ວ​ປະ​ເທດ.” ທ່ານ​ຍັງ​ກ່າວ​ອີກ​ວ່າ ​ເວລາ​ໃດ​ທີ່​ຜູ້​ສະມັກ​ຂອງພັກ​ຮີພັບ​ບລິກັນ ຖອນອອກ​ໄປ ທ່ານ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນຂອງ​ເຂົາ​ເຈົ້າ​ຫລາຍ​ຂື້ນ.


ທ່ານ Rubio ​ແລະ ທ່ານ Cruz ກຳລັງ​ພາກັນ​ເບິ່ງ​ໄປ​ໜ້າ​ ໃນ​ອັນ​ທີ່​ຮ້ອງ​ວ່າ Super Tuesday ທີ່​ເປັນການ​ແຂ່ງຂັນຢູ່​ໃນ​ຫຼາຍລັດ ຈະ​ຊຸກ​ຍູ້​ການ​ໂຄສະນາ​ຫາ​ສຽງ​ຂອງ​ເຂົາ​ເຈົ້າ ​ແລະ​ດຶງ​ເຂົ້າ​ມາ​ຫາ​ທ່ານ Trump ຜູ້​ທີ່​ໄດ້​ນຳ​ໜ້າການ​ຢັ່ງ​ສຽງໃນທົ່ວ​ປະ​ເທດ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ​ນັ້ນ.

ຫລັງ​ຈາກ​ວັນ​ທີ​ 1 ມີນາ​ແລ້ວ ຫລາຍ​ກວ່າ 700 ຜູ້ຕາງໜ້າຈະ​ໄດ້​ຮັບ​ການ​ມອບໝາຍ ​ເກືອບ​ເທົ່າ​ກັບ​ໜຶ່ງ​ສ່ວນ​ສາມຂອງ​ຜູ້ຕາງໜ້າພັກຣີພັບ​ບລິ​ກັນ​ທັງ​ໝົດ. ຜູ້​ສະມັກຕ້ອງການ​ຢ່າງ​ໜ້ອຍ 1,237 ຜູ້ຕາງໜ້າ ຈຶ່ງ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພັກ ​ແລະເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ເດືອນ​ພະ​ຈິກ.

Trump, Cruz Supporters Stump in Nevada
please wait

No media source currently available

0:00 0:00:58 0:00
XS
SM
MD
LG