ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ໄຊຊະນະ ຂອງທ່ານ Trump ຢູ່ລັດ Indiana ກົດດັນ ໃຫ້ທ່ານ Cruz ຖອນໂຕ


ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Ted Cruz ພ້ອມດ້ວຍພັນລະຍາ ຍານາງ Heidi ປະກາດໂຈະ ການໂຄສະນາຫາສຽງຢ່າງເປັນທາງການ.

ຜູ້ນຳ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ຣີພັບ​ບລີ​ກັນຮ້ອງ​ທ່ານ Donald Trump ວ່າ ​ເປັນ​ຜູ້​ທີ່​ເຊື່ອ​ວ່າ​ຈະ​ໄດ້ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ປະທານາທິບໍດີຂອງ​ພັກຫຼັງ​ຈາກ​ທ່ານ​ໄດ້​ຮັບ​ໄຊຊະນະໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ Indiana ​ໃນ​ວັນ​ອັງຄານ​ວານ ນີ້.

ທ່ານ Trump ​ໄດ້​ຊະນະ 53 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ​ທັງ​ໝົດ​ ສະມາຊິກ​ສະພາ​ສູງ​ຈາກ​ລັດ​ເທັກ​ຊັສ ທ່ານ Ted Cruz ​ໄດ້​ຮັບ 37 ​ເປີ​ເຊັນ​ ແລະ​ຜູ້​ປົກຄອງ ລັດ​ໂອ​ຮາ​ຍ​ໂອ ທ່ານ John Kasich ​ໄດ້​ຮັບ 7​ ​ເປີ​ເຊັນ.

ຫຼັງ​ຈາກ​ບໍ່​ສາມາດ​ເອົາ​ຊະນະໃນ​ລັດ​ທີ່​ມີ​ຄວາມສຳຄັນຕໍ່​ການ​ດຳ​ເນີນ​ຄວາມ​ພະຍາມ​ເພື່ອ​ຍຸຕິ​ທ່ານ Trump ບໍ່​ໃຫ້​ໄດ້​ຮັບ​ພວກ​ຜູ້ຕາງໜ້າ​ພຽງພໍ ​ເພື່ອ​ໃຫ້​ໄດ້​ຮັບການ​ແຕ່ງຕັ້ງ ​ເປັນ​ຜູ້ ສະໝັກ​ປະທານາທິບໍດີ​ຂອງ​ພັກ​ແລ້ວ ທ່ານ Cruz ກໍ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ແຂ່ງຂັນ. ທ່ານ​ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ວ່າ ​ເສັ້ນທາງໄປ​ສູ່​ໄຊຊະນະ​ແມ່ນໄດ້ຮັບການຂັດຂວາງ ແລະ​ພວກ​ຜູ້​ມີ​ສິດ​ປ່ອນ​ບັດ​ໄດ້​ເລືອກ​ເອົາ​ຜູ້​ອື່ນ.

ທ່ານ Trump ​ເອີ້ນ​ການ​ຊະນະ​ຂອງ​ທ່ານ​ທີ່​ລັດ Indiana ວ່າ ເປັນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່. ທ່ານ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ ​ຕໍ່​ທ່ານ Cruz ​ໂດຍ​ເວົ້າວ່າ ທ່ານ Cruz ​ແລະ​ຜູ້​ສະໝັກ​ຄົນ​ອື່ນໆ​ຂອງ​ພັກຣີພັບ​ບລີ​ກັນ​ຊຶ່ງ​ຄັ້ງນຶ່ງມີ​ຢູ່​ເປັນ​ຈຳນວນຫຼວງຫຼາຍນັ້ນ ແມ່ນ​ເປັນ​ຜູ້ແຂ່ງຂັນ​ ທີ່ສະຫຼາດ​ແລະ​ເກັ່ງ​ກ້າ​ສາມາດ. ນອກ​ນັ້ນ ທ່ານ Trump ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາ ມັກຄີ​ກັນ​ພາຍ​ໃນ​ພັກ.

ທ່ານ Reince Priebus ປະທານຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ພັກ​ຣີພັບ​ບລີ​ກັນກໍ​ໄດ້​ສະ​ແດງ​ຄວາມ​ເຫັນ​ທີ່​ຄ້າຍຄື​ກັນ ​ໃນ​ຕອນ​ແລງວັນ​ອັງຄານ​ວານ​ນີ້ ​ໂດຍ​ກ່າວວ່າ ພັກ​ຣີພັບ​ບລີ​ກັນ​ຕ້ອງ​ໄດ້​ສາມັກຄີ​ກັນເພື່ອ​ຈະ​ເອົາ​ຊະນະ​ທ່ານ​ນາງ Hillary Clinton ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ພະຈິກ.

​ໂຄສົກ​ຂອງ​ທ່ານ Kasich ກ່າວ​ວ່າ ຜູ້​ປົກຄອງ​ລັດ​ໂອ​ຮາ​ຍ​ໂອ​ ຍັງ​ຈະ​ທຳ​ການ​ຕໍ່ສູ້​ຕໍ່​ໄປ ​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ເດືອນກໍລະກົດ ບ່ອນ​ທີ່​ທ່ານ​ຫວັງ​ວ່າ ຈະໄດ້​ຖືກແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກໃນ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຮອບ​ທີ​ສອງ​ຫຼືທີ​ສາມ.

ສຳລັບ​ພັກ​ເດ​ໂມ​ແຄຣັດ​ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ທ່ານBernie Sanders ​ໄດ້​ເອົາ​ຊະນະ ​ທ່ານ​ນາງ Clinton ​ໃນ​ການ​ເລື​ອກຕັ້ງຂັ້ນຕົ້ນ ທີ່​ລັດ Indiana ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ 53 ​ເປີ​ເຊັນ. ​ເຖິງ​ແມ່ນ​ໄດ້​ຮັບ​ໄຊຊະນະ​ກໍ​ຈິງ ​ແຕ່​ທ່ານ​ກໍ​ຍັງ​ມີ​ພວກ​ຜູ້ຕາງ​ໜ້າ ໜ້ອຍ​ກວ່າ​ທ່ານ​ນາງ Clinton ຢ່າງ​ຫຼວງຫຼາຍຢູ່ແລະ​ຕ້ອງ​ໄດ້ຮັບ​ໄຊຊະນະ​ຢ່າງ​ໃຫຍ່​ຫຼວງ ​ໃນ​ກ່ານ​ເລືອກ​ຕັ້ງຂອງ​ລັດ​ຕ່າງໆ​ທີ່​ຍັງ​ເຫລືອ​ຢູ່ ຈຶ່ງ​ຈະ​ໄລ່​ທັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Presumptive Republican Nominee After Indiana Victory
please wait

No media source currently available

0:00 0:02:23 0:00

XS
SM
MD
LG