ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ລົງນາມ ໃນຮ່າງກົດໝາຍ ມູນຄ່າ 1 ພັນ 300 ຕື້ໂດລາ ທັງໆທີ່ໄດ້ຂູ່ວ່າ ຈະບໍ່ເຊັນ


ປະທານາທິບໍດີ ດໍໂນລ ທຣຳ ຖະແຫຼງຢູ່ທຳນຽບຂາວ ກ່ຽວກັບ ຮ່າງງົບປະມານການໃຊ້ຈ່າຍ ມູນຄ່າ 1 ພັນ 300 ຕື້ໂດລາ.
ປະທານາທິບໍດີ ດໍໂນລ ທຣຳ ຖະແຫຼງຢູ່ທຳນຽບຂາວ ກ່ຽວກັບ ຮ່າງງົບປະມານການໃຊ້ຈ່າຍ ມູນຄ່າ 1 ພັນ 300 ຕື້ໂດລາ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງນາມໃນຮ່າງກົດໝາຍງົບປະມານ
ການໃຊ້ຈ່າຍມູນຄ່າ 1 ພັນ 300 ຕື້ໂດລາ ດ້ວຍຄວາມບໍ່ພໍໃຈໃນວັນສຸກວານນີ້ ບໍ່ເທົ່າ
ໃດຊົ່ວໂມງຫລັງຈາກໄດ້ຂົ່ມຂູ່ວ່າ ຈະໃຊ້ສິດຢັບຢັ້ງຕໍ່ມາດຕະການດັ່ງກ່າວ ຍ້ອນຮ່າງ
ກົດໝາຍສະບັບນີ້ ບໍ່ໄດ້ປົກປ້ອງຄຸ້ມຄອງພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ທີ່ໄດ້
ເດີນທາງເຂົ້າມາໃນສະຫະລັດ ເວລາພວກເຂົາເຈົ້າຍັງເປັນເດັກນ້ອຍຢູ່ ທີ່ເອີ້ນວ່າດາ
ການັ້ນ ຫຼືບໍ່ໄດ້ໃຫ້ເງິນສະໜັບສະໜຸນໂດຍເຕັມຕໍ່ຂໍ້ສະເໜີສ້າງກຳແພງຂອງທ່ານ.

ຢູ່ໃນການຖະແຫຼງຂ່າວ ທີ່ຈັດຂຶ້ນຢ່າງກະທັນຫັນ ຢູ່ທີ່ທຳນຽບຂາວ ໃນຕອນບ່າຍຂອງ
ວັນສຸກວານນີ້ ປະທານາທິບໍດີທຣຳ ກ່າວຕໍ່ພວກນັກຂ່າວວ່າ ທ່ານໄດ້ເຊັນ ຮ່າງງົບປະ
ມານດັ່ງກ່າວ “ຍ້ອນເຫັນແກ່ ຄວາມໝັ້ນຄົງແຫ່ງຊາດ” ເຖິງແມ່ນວ່າທ່ານ “ບໍ່ພໍໃຈກ່ຽວ ກັບຫຼາຍໆຢ່າງ” ຢູ່ໃນງົບປະມານທີ່ມີມູນຄ່າມະຫາສານດັ່ງກ່າວນັ້ນ.

ຕົວຢ່າງຂອງກຳແພງຊາຍແດນສະຫະລັດ ຖ່າຍຈາກຟາກເມັກຊິໂກ
ຕົວຢ່າງຂອງກຳແພງຊາຍແດນສະຫະລັດ ຖ່າຍຈາກຟາກເມັກຊິໂກ

ທ່ານປະທານາທິບໍດີ ກ່າວວ່າ “ຂ້າພະເຈົ້າຈະບໍ່ເຊັນ ຮ່າງກົດໝາຍແບບນີ້ອີກ. ຂ້າພະ
ເຈົ້າຈະບໍ່ເຮັດຕື່ມອີກ ບໍ່ມີຜູ້ໃດອ່ານ ມັນຫາກໍແລ້ວພຽງບໍ່ເທົ່າໃດຊົ່ວໂມງທໍ່ນັ້ນ. ມີບາງ
ຄົນບໍ່ຮູ້ຊ້ຳວ່າ 1 ພັນ 300 ຕື້ໂດລາ ມັນເປັນງົບປະມານທີ່ໃຫຍ່ສຸດອັນດັບສອງ.”

ການລົງນາມ ໃນຮ່າງກົດໝາຍງົບປະມານດັ່ງກ່າວຂອງທ່ານ ເຮັດໃຫ້ການອັດລັດຖະ
ບານກາງ ໃນຕອນທ່ຽງຄືນຂອງວັນສຸກວານນີ້ ບໍ່ໄດ້ເກີດຂຶ້ນ.

ທ່ານທຣຳ ກ່າວຕໍ່ພວກນັກຂ່າວວ່າ ທ່ານຈະ “ໃຊ້ສິດຢັບຢັ້ງແທ້ໆ” ແຕ່ໄດ້ຕັດສິນໃຈ ເຊັນຮ່າງກົດໝາຍນີ້ ກໍຍ້ອນ “ມີຄວາມກ້າວໜ້າ ແບບບໍ່ໜ້າເຊື່ອ” ສຳລັບກອງທັບ.

ທ່ານເວົ້າວ່າ ຮ່າງກົດໝາຍສະບັບນີ້ ຈະເຮັດໃຫ້ກອງທັບມີເງິນໃຊ້ ແລະພວກທະຫານ
ຈະໄດ້ຂຶ້ນເງິນເດືອນຫຼາຍທີ່ສຸດໃນຮອບທົດສະວັດ. ນອກນັ້ນແລ້ວງົບປະມານດັ່ງກ່າວ ຍັງຈະເພີ້ມການໃຊ້ຈ່າຍ ໃນດ້ານປ້ອງກັນປະເທດ ຫຼາຍກວ່າ 60 ພັນລ້ານໂດລາຈາກ
ລະດັບປີ 2017. ໃນຖານະທີ່ເປັນສ່ວນນຶ່ງຂອງງົບປະມານນີ້ ການໃຊ້ຈ່າຍໂດຍທົ່ວໄປ
ໃນດ້ານປ້ອງກັນປະເທດຈະເພີ້ມຂຶ້ນເປັນ 700 ພັນລ້ານໂດລາ ຊຶ່ງເປັນການເພີ້ມຂຶ້ນທີ່ ຫຼາຍທີ່ສຸດໃນຮອບ 15 ປີ.

ຢູ່ໃນການຖະແຫຼງຂ່າວນັ້ນ ປະທານາທິບໍດີ ທີ່ສັງກັດພັກຣີພັບບລີກັນ ໄດ້ຖິ້ມໂທດໃສ່ ພັກເດໂມແຄຣັດທີ່ບໍ່ໄດ້ໃຫ້ການປົກປ້ອງຄຸ້ມຄອງພວກທີ່ຢູ່ໃນໂຄງການດາກາໃນຮ່າງ
ກົດໝາຍສະບັບນີ້.

ປະທານາທິບໍດີກ່າວວ່າ “ພວກທີ່ຢູ່ໃນໂຄງການດາກາ ໄດ້ຮັບການປະຕິບັດຕໍ່ໃນທາງ
ທີ່ບໍ່ດີທີ່ສຸດໂດຍພັກເດໂມແຄຣັດ. ພວກເຮົາຕ້ອງການຢາກຮວມເອົາພວກທີ່ຢູ່ໃນໂຄງ
ການດາກາເຂົ້ານຳ ພວກເຮົາຕ້ອງການໃຫ້ພວກເຂົາ ຮວມຢູ່ໃນ ຮ່າງກົດໝາຍນີ້ 800
ພັນຄົນແລະໂຕຈິງອາດຫຼາຍກວ່ານີ້ແລະພວກເຮົາຕ້ອງການຢາກໃຫ້ພວກດາກາຮວມ
ຢູ່ໃນຮ່າງກົດໝາຍ. ແຕ່ພັກເດໂມແຄຣັດແມ່ນບໍ່ເຫັນພ້ອມນຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG