ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ທ່ານ ທ​ຣຳ ຈະ​ປົກ​ປ້ອງ​ສິດ​ທິ​ໃນ​ການ​ໃຊ້​ປືນ ເຖິງ​ແມ່ນ​ຈະ​ຖືກ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ກໍ​ຕາມ


​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ 2024 ທ່ານ ດໍ​ໂນ​ລ ທ​ຣຳ ຊີ້​ມື​ໃນ​ລະ​ຫວ່າງ​ການ​ສະຫຼຸບກອງ​ປະ​ຊຸມ​ແຫ່ງ​ຊາດ​ພັກ​ຣີ​ພັບ​ບ​ລີ​ກັນ 2024 ນະ​ຄອນ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ, 16 ກໍ​ລະ​ກົດ, 2024.
​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ 2024 ທ່ານ ດໍ​ໂນ​ລ ທ​ຣຳ ຊີ້​ມື​ໃນ​ລະ​ຫວ່າງ​ການ​ສະຫຼຸບກອງ​ປະ​ຊຸມ​ແຫ່ງ​ຊາດ​ພັກ​ຣີ​ພັບ​ບ​ລີ​ກັນ 2024 ນະ​ຄອນ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ, 16 ກໍ​ລະ​ກົດ, 2024.

ທ່ານ ດໍໂນ​ລ ທ​ຣຳ ຈະ​ປົກ​ປ້ອງ​ສິດ​ທິ​ໃນ​ການ​ພົກ​ພາ​ປືນ​ໂດຍ​ແຕ່ງ​ຕັ້ງ​ບັນ​ດາ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ ຜູ້​ທີ່​ຄັດ​ຄ້ານ​ຂໍ້​ຈຳ​ກັດ​ອາ​ວຸດ​ປືນ​ໃໝ່ ຖ້າ​ທ່ານ​ຖືກ​ເລືອກ​ໃນ​ເດືອນ​ພະ​ຈິກນີ້, ເຖິງ​ແມ່ນ​ຈະ​ລອດ​ຊີ​ວິດ​ຢ່າງ​ຫວຸດ​ຫວິດ​ຈາກ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ກໍ​ຕາມ, ທີ່​ປຶກ​ສາ​ອາ​ວຸ​ໂສ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້.

“ພວກ​ເຮົາ​ຈະ​ເຫັນ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ປ້ອງ​ກັນບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ​ສອງ ແລະ ບ່ອນ​ທີ່​ມັນ​ມີ​ຜົນ​ບັງ​ຄັງ​ໃຊ້​ຄືຝ່າຍຕຸ​ລາ​ການ.” ​ທ່ານ
ຄ​ຣິ​ສ ລາ​ຊີ​ວິ​ຕີ ໄດ້​ກ່າວ​ໃນ​ງານ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຊິກ​ປືນ​ພົກ​ພາ ສະ​ຫະ​ລັດ, ເຊິ່ງ​ແມ່ນ​ກຸ່ມ​ສິດ​ທິ​ໃນ​ການ​ພົກ​ພາ​ປືນ, ຢູ່ກອງ​ປະ​ຊຸມ​ແຫ່ງ​ຊາດ​ພັກ​ຣີ​ພັບ-
​ບ​ລີ​ກັນ​ໃນ​ນະ​ຄອນ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ.

ບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ​ສອງ​ຂອງ ສະ​ຫະ​ລັດ ໄດ້​ຮັບ​ປະ​ກັນ​ສິດ​ທິ​ໃນ​ການ​ພົກ​ພາ​ອາ​ວຸດ​ປືນ.

ຄຳ​ເວົ້າ​ຈາກ​ທ່ານ ລາ​ຊີ​ວິ​ຕາ, ຜູ້​ທີ່​ໄດ້​ກ່າວ​ວ່າ​ທ່ານ​ພົກ​ພາ​ປືນ​ສັ້ນ​ເວ​ລາ​ທີ່ບໍ່​ໄດ້​ຢູ່​ນຳ​ທ່ານ ທ​ຣຳ ນັ້ນ, ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ຮູ້​ສຶກ​ທີ່​ສະ​ແດງ​ອອກ​ໂດຍ​ຜູ້​ແທນ​ພັກ​ຣີ​ພັບ​ບ​ລີ​ກັນຫຼາຍ​ກວ່າ​ສິບ​ຄົນ​ທີ່​ຖືກ​ສຳ​ພາດ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ ຢູ່​ທີ່ກອງ​ປະ​ຊຸມ​ນັ້ນ, ບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ​ລູກ​ປືນ​ຂອງ​ຜູ້​ທີ່​ອາດ​ເປັນ​ຜູ້​ລົງ​ມື​ສັງ​ຫານ​ໄດ້​ເຈາະ​ຫູ​ຂອງ​ທ່ານ ທ​ຣຳ ຢູ່​ການ​ຊຸ​ມ​ນຸມ​ໃນ​ລັດ ເພັນ​ຊິ​ລ​ເວ​ເນຍ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ທຸກ​ຄົນ​ແມ່ນ​ຕໍ່​ຕ້ານ​ຢ່າງ​ເດັດ​ຂາດ​ສຳ​ລັບການ​ປະ​ຕິ​ຮູບ​ໃດໆ​ຕໍ່​ກົດ​ໝາຍ​ປືນ​ຂອງ ອາ​ເມ​ຣິ​ກາ, ລວມ​ທັງ​ການ​ຂຶ້ນ​ອາ​ຍຸ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ທີ່​ຈະ​ຊື້​ປືນ, ເສີມ​ຂະ​ຫຍາຍ​ການກວດ​ກາ​ຊີ​ວະ​ປະ​ຫວັດ ຫຼື ຈຳ​ກັດ​ປືນ​ຍາວ​ປະ​ເພດ​ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັບ​ປືນ​ທີ່​ຖືກ​ໃຊ້​ໃນ​ການ​ໂຈມ​ຕີ​ໂດຍ​ມື​ປືນ.

ແຕ່​ກົງ​ກັນ​ຂ້າມ, ບັນ​ດາ​ຜູ້​ແທນ​ໄດ້​ກ່າວ​ວ່າ​ການ​ປ່ຽນ​ແປງ​ໃດໆ​ຄວນ​ເພັ່ງ​ເລັງ​ໃສ່​ການ​ໃຫ້​ທຶນ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ສຸ​ຂະ​ພາບ​ຈິດ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ມີ​ບັນ​ຫາ, ເຊິ່ງ​ແມ່ນມຸມມອງທີ່​ເປັນ​ມາດ​ຕະ​ຖານ​ສຳ​ລັບ​ພັກ​ຣີ​ພັບ​ບ​ລີ​ກັນ. ເຂົາ​ເຈົ້າ​ໄດ້​ຖິ້ມ​ໂທດ​ການ​ຍິງ​ສັງ​ຫານ​ໝູ່ ຫຼື ຄວາມ​ຮຸນ​ແຮງ​ຈາກ​ປືນ​ອື່ນໆ ລວມ​ທັງ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ທ​ຣຳ, ສ່ວນ​ໃຫຍ່​ໃສ່​ຄວາມ​ປ່ວຍ​ທາງ​ສຸ​ຂະ​ພາບ​ຈິດ ແລະ ອາ​ວຸດ​ໄປ​ຕົກ​ຢູ່​ໃນ​ມື​ທີ່​ຜິ​ດ​ຄົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ສະ​ຫະ​ລັດ ແມ່ນ​ຍັງ​ພະ​ຍາ​ຍາມ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ​ເປັນ​ຫຍັງ​ທ້າວ ທອມ​ມາ​ສ ແມັດ​ທິວ ຄ​ຣຸກ​ສ໌, ອາ​ຍຸ 20 ປີ​ຜູ້​ທີ່​ຊ່ວຍ​ເຫຼືອ​ຜູ້​ອາ​ຍຸ​ສູງ​ຢູ່​ບ້ານ​ພັກ​ຄົນ​ຊະ​ລາ, ຈຶ່ງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ທ່ານ ທ​ຣຳ. ທ້າວ ຄ​ຣຸກ ແມ່ນ​ຖືກ​ຍິງ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Donald Trump will safeguard gun rights by appointing federal judges who oppose new firearm limits if he is elected in November, despite narrowly surviving an assassination attempt, a senior adviser to his presidential campaign said on Tuesday.

"We'll see a continuation of supporting and defending the Second Amendment, and really where that comes into play is, you know, the judiciary," Chris LaCivita said at an event hosted by the U.S. Concealed Carry Association, a gun rights group, at the Republican National Convention in Milwaukee.

The U.S. Constitution's Second Amendment guarantees the right to bear arms.

The remarks from LaCivita - who said he carries a concealed weapon himself when not with Trump - dovetailed with the sentiments expressed by a dozen Republican Party delegates interviewed by Reuters at the convention, days after a would-be assassin's bullet grazed Trump's ear at a Saturday rally in Pennsylvania.

All were adamantly against any reform to America's gun laws, including raising the legal age to buy a gun, strengthening background checks or limiting assault-style rifles similar to the one the gunman used in his attack.

Instead, the delegates said any changes should focus on funding better mental health support for troubled citizens, a standard Republican position. They blamed mass shootings and other gun violence - including the assassination attempt on Trump - largely on mental illness and weapons falling into the wrong hands.

U.S. law enforcement officials are still trying to determine why Thomas Matthew Crooks, a 20-year-old nursing home aide, tried to kill Trump. Crooks was shot dead in the attack.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG