ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທ​ຣຳ ແລະ ທ່ານ​ເອີ​ຣ໌ດວນ ຕົກ​ລົງ ໃນ​ການ​ປະ​ສານ​ງານ ຖອນກອງ​ກຳ​ລັງ​ສະ​ຫະ​ລັດ ອອກ​ຈາກ​ຊີ​ເຣຍ


ພາບ​ຖ່າຍ​ວັນ​ທີ 5 ມີ​ນາ 2017, ​ຂະ​ບວນ​ລົດ​ຖັງ ຂອງກອງ​ກຳ​ລັງ
​ສ​ະ​ຫະ​ລັດ ໃນ​ເມືອງ ຢາ​ລັງ​ລີiທາງ​ພ​າກ​ຕາ​ເວັນ​ຕົກ ຂອງ​ເມືອງ​ມັນ​ຈິ​ຕ ​ທາງ​ພາກ​ເໜືອຊີ​ເຣຍ.
ພາບ​ຖ່າຍ​ວັນ​ທີ 5 ມີ​ນາ 2017, ​ຂະ​ບວນ​ລົດ​ຖັງ ຂອງກອງ​ກຳ​ລັງ ​ສ​ະ​ຫະ​ລັດ ໃນ​ເມືອງ ຢາ​ລັງ​ລີiທາງ​ພ​າກ​ຕາ​ເວັນ​ຕົກ ຂອງ​ເມືອງ​ມັນ​ຈິ​ຕ ​ທາງ​ພາກ​ເໜືອຊີ​ເຣຍ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ເທີ​ກີ ຈະ​ກວດ​ລ້າງ​ກຸ່ມ​ລັດ
​ອິ​ສ​ລາມທີ່​ຍັງ​ເຫຼືອ​ຢູ່​ທັງ​ໝົດ ໃນ​ຊີ​ເຣຍ ຫຼັງ​ຈາກ​ທີ່ກອງ​ທັບສະ​ຫະ​ລັດ ຖອນ​ກອງ
ກຳ​ລັງອອກ.

ໃນ​ຂໍ້​ຄວາມ​ທີ່​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຣ໌ໃນວັນຕອນແລງວັນອາທິດວານນີ້ ທ່ານ ທ​ຣຳ ​
ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊບ ໄຕ​ຢິບ ເອີ​ຣ໌ດວນ ເວົ້າວ່າ “ທ່ານໄດ້​
ບອກ​ຂ້າ​ພະ​ເຈົ້າດ້ວຍຄວາມໝັ້ນໃຈ​ວ່າ ທ່ານ​ຈະ​ໄດ້​ຂຸດ​ຮາກ​ຖອນ​ໂຄນ ແມ່ນ​ຫຍັງ​
ກໍ​ຕາມ​ທີ່ຍັງ​ຫຼົງ​ເຫຼືອ​ຢູ່ຂອງ​ກຸ່ມລັດ​ອິ​ສ​ລາມ ຫຼື ISIS ໃນ​ຊີ​ເຣຍ ແລະ​ທ່ານ​ແມ່ນ​ຜູ້​ທີ່​
ຈະ​ກະ​ທຳ​ໄດ້ ແລະນອກນັ້ນ ເທີ​ກີ ກໍແມ່ນ​ຢູ່​ຕິດ​ຂ້າງ​ກັນກັບຊີເຣຍ.”

“ກອງ​ທັບ​ຂອງ​ພວກ​ເຮົາ ​ກຳ​ລັງ​ຈະກັບ​ຄືນມາ​ບ້ານ!” ຊຶ່ງ​ທ່ານ​ທ​ຣຳ​ໄດ້​ກ່າວ​ເພີ້ມ.

ໃ​ນ​ເຊົ້າ​ວັນ​ອາ​ທິດ​ວານ​ນີ້, ​ທ່ານ​ທ​ຣຳ​ ​ກ່າວ​ວ່າ ​ພວກຜູ້​ນຳ​ທັງ​ສອງ ໄດ້​ໂອ້​ລົມ​ສົນ​ທະ
​ນາ​ກັນ ເຖິງ​ການ​ຖອນ​ຕົວ​ກອງ​ກຳ​ລັງ​ອອກ "ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເປັນ
ເວລາ​ດົນ​ນານແລະຢ່າງ​ມີ​ໝາກ​ຜົນ​.”

ທ່ານ​ທ​ຣຳ ບໍ່ໄດ້​ໃຫ້​ລາຍ​ລະອ​ຽດ​ຫຼາຍປານໃດ ກ່ຽວ​ກັບ​ການ​ສົ​ນ​ທະ​ນາ​ຂອງ​ທ່ານນີ້.
ແຕ່ ທ່ານ​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຣ໌ວ່າ ​ເພິ່ນ​ກັບ​ທ່ານເອີ​ຣ໌ດວນ ໄດ້​ໂອ້​ລົມ​ກັນ​ເລື້ອງ
​ກຸ່ມລັດ​ອິ​ສ​ລາມ ການ​ຄ້າ ແລະອັນ​ທີ່​ເພິ່ນ​ເອີ້ນ​ວ່າ “ການ​ເຊືອງ​ຊ້າແລະ​ເປັນການ​
|ປະ​ສານ​ງານກັນ​ທີ່​ແໜ້ນ​ແຟ້ນ ໃນການ​ຖອນ​ຕົວ​ກອງ​ກຳ​ລັງ​ສະ​ຫະ​ລັດ​ອອກ
ຈາກ​ຂົງ​ເຂດດັ່ງກ່າວ.”

ຫ້ອງ​ການ​ຂອງ​ທ່ານ ເອີ​ຣ໌ດວນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າທ່ານ​ແລະ​
ທ່ານທ​ຣຳ ໄດ້​ຕົກ​ລົງ ທີ່ຈະ “ຄ້ຳ​ປະ​ກັນ​ການ​ປະ​ສານ​ງານ​ລະ​ຫວ່າງກອງ​ກຳ​ລັງ
​ຂອງ​ສອງ​ປະ​ເທດ, ທາງ​ການ​ທູດ ແລະ​ພວກ​ເຈົ້າໜ້າ​ທີ່​ອື່ນໆ ເພື່ອ​ຫຼີກ​ເວັ້ນ
ອຳ​ນາດ​ເປົ່າວ່າງທີ່​ສາ​ມາດສົ່ງ​ຜົນ​ກະ​ທົບ ໃຫ້ມີ​ການ​ລະ​ເມີດ​ໃດ​ໆໃນ​ການ​ຖອນ​
ກຳ​ລັງ ແລະ​ການ​ໂ​ອນອຳ​ນາດ​ໄລຍະຂ້າມຜ່ານໃນ​ຊີ​ເຣຍ.”

ທ່ານ ເອີ​ຣ໌ດວນ ​ກ່າວ​ໃນ​ສັບ​ປະ​ດາ​ທີ່​ແລ້ວ​ນີ້​ວ່າ ເທີ​ກີ ຈະໂຈະ​ການ​ປະ​ຕິ​ບັດ​ງານ
ຕ້ານກອງ​ກຳ​ລັງ​ຊາວ​ເຄີ​ຣ໌ດ ໃນຊີເຣຍ ຍ້ອນ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ທ​ຣຳ​.

ທ່ານ​ທ​ຣຳ ໄດ້​ປະ​ກາດ​ເຖິງ​ການ​ປະ​ລາ​ໄຊ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ແລະ​ກ່າວ​ວ່າ ມັນ​ເຖິງ
​ເວ​ລາ​ແລ້ວ​ທີ່​ບັນ​ດາ​ສະ​ມາ​ຊິກ​ອື່​ນໆຂອງພວກ​ທີ່​ຕໍ່​ຕ້ານ ກຸ່ມ​ລັດ​ອິ​ສ​ລາມ ທີ່​ປະ​ສານ​ງານ
ກັນ​ຈະ​ເຂົ້າ​ໄປ​ແລະ​ກວດ​ລ້າງ​ເຂດ​ສຸດ​ທ້າຍ​ທີ່​ຍັງ​ຫຼົງ​ເຫຼືອ​ຢູ່.

ແຕ່​ວ່າ ການ​ຕັດ​ສິນ​ໃຈ​ຂອງທ່ານ​ທ​ຣຳ ທີ່​ຈະ​ອອກໄປ​ຈາກ​ຊີ​ເຣຍ ແມ່ນ​ບໍ່​ເປັນ​ທີ່
​ນິ​ຍົມກັນໃນ​ວໍ​ຊີງ​ຕັນ ຊຶ່ງ​ຮວມ​ທັງ ລັດ​ຖະ​ບານ​ຂອງ​ທ່ານ​ເອງນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG