ພວກເຈົ້າໜ້າທີ່ຂອງສະຫະລັດກໍາລັງຫາວິທີ ທີ່ຈະໃຫ້ການຮັບປະກັນ ຕໍ່ກຸ່ມປະເທດ
ຕາເວັນຕົກ ທີ່ມີຄວາມກັງວົນໃຈຢູ່ນັ້ນວ່າ ປະທານາທິບໍດີ ດໍໂນລ ທຣໍາ ຈະເພີ້ມທະວີ
ເຮັດໃຫ້ການຕັດສິນໃຈອັນແນ່ວແນ່ຂອງອາເມຣິກາ ທີ່ຈະປະເຊີນກັນກັບມົສກູ ຢູ່ໃນ
ກອງປະຊຸມສຸດຍອດ ຂອງອົງການສົນທິສັນຍາແອັດແລນຕິກ ເໜືອ ຫລືເນໂຕ້ ້
(NATO) ແລະຢູ່ໃນກອງປະຊຸມຂອງທ່ານກັບປະທານາທິບໍດີ ວະລາດີເມຍ ປູຕິນ
ຂອງຣັດເຊຍ.
ບັນດາຜູ້ນໍາຢູ່ກອງປະຊຸມສຸດຍອດຂອງເນໂຕ້ ຈະຕົກລົງກັນວ່າ ຈະເພີ້ມທະວີຄວາມສາ
ມາດໃນການສະກັດກັ້ນ ແລະປ້ອງກັນໃຫ້ເຂັ້ມແຂງຂຶ້ນ ເພື່ອແກ້ໄຂ ການດໍາເນີນຄວາມພະຍາຍາມຂອງຣັດເຊຍ ທີ່ຈະ "ແບ່ງແຍກບັນດາປະເທດປະຊາທິປະໄຕຂອງພວກເຮົາ"
ແລະການລະເມີດຂອງປະເທດດັ່ງກ່າວຕໍ່ ສົນ ທິສັນຍາດ້ານກໍາລັງອາວຸດນິວເຄລຍຂະ
ໜາດກາງ, ອີງຕາມຜູ້ຕາງໜ້າຖາວອນຂອງສະຫະລັດປະຈໍາອົງການເນໂຕ້ , ທ່ານນາງ
ເຄ ເບລລີ ຮັດຈິນຊັນ (Kay Bailey Hutchison) ທີ່ກ່າວຕໍ່ບັນດານັກຂ່າວຂອງທໍານຽບ
ຂາວຢູ່ກອງປະຊຸມຜ່ານທາງວີດິໂອ ໃນວັນພະຫັດວານນີ້.
ຄໍາເຫັນດັ່ງກ່າວມີຂຶ້ນຢູ່ທ້າມກາງຄວາມກັງວົນໃຈ ກ່ຽວກັບຄວາມມຸ້ງໝັ້ນຂອງທ່ານທຣໍາ
ຕໍ່ພວກປະເທດພັນທະມິດ ທີ່ເປັນປຶກແຜ່ນແໜ້ນໜາຂອງລໍາດັບໂລກເສລີ ທີ່ນໍາໜ້າໂດຍ
ສະຫະລັດ ພາຍຫລັງສົງຄາມໂລກ ຄັ້ງທີ 2 ນັບແຕ່ມີການເຊັນສັນຍາໃນປີ 1949 ເປັນ
ຕົ້ນມາ.
ເມື່ອມໍ່ໆມານີ້ ທ່ານທຣໍາໄດ້ສົ່ງຈົດໝາຍທີ່ມີຄໍາເວົ້າອັນແຫລມຄົມ ໄປຫາຜູ້ນໍາຂອງບັນດາ
ປະເທດພັນທະມິດເນໂຕ້ ບາງປະເທດ ຊຶ່ງລວມມີແບລຈ້ຽມ, ການາດາ, ແລະນໍເວໂດຍ
ເຕືອນໃຫ້ຮູ້ວ່າ ສະຫະລັດໝົດຄວາມອົດທົນຕໍ່ການທີ່ພວກປະເທດດັ່ງກ່າວບໍ່ປະຕິບັດ
ໄດ້ຕາມເປົ້າໝາຍ ໃນການໃຊ້ຈ່າຍໃນດ້ານປ້ອງກັນຊາດນັ້ນ.
ຢູ່ໃນການໂຮມຊຸມນຸມທາງການເມືອງຢູ່ລັດມອນຕານາ (Montana) ໃນວັນພະຫັດວານນີ້
ທ່ານທຣໍາໄດ້ກ່າວຕໍ່ຝູງຊົນວ່າ ທ່ານໄດ້ບອກໃຫ້ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ
ແອງເກີລາ ເມີໂຄ (Angela Merkel) ວ່າ "ຂ້າພະເຈົ້າບໍ່ຮູ້ວ່າ ພວກເຮົາໄດ້ຮັບການປ້ອງກັນຫລາຍປານໃດໂດຍການໃຫ້ການປ້ອງ ກັນແກ່ພວກທ່ານ."
ທ່ານປະທານາທິບໍດີຍັງໄດ້ກ່າວເພີ້ມວ່າ ອາທິດໜ້ານີ້ ທ່ານຈະບອກພວກປະເທດສະມາ
ຊິກຂອງອົງການເນໂຕ້ ວ່າ "ພວກເຈົ້າຕ້ອງໄດ້ເລີ້ມພາກັນຈ່າຍເງິນຊໍາລະໃບບິນຄ່າໃຊ້
ຈ່າຍຂອງຕົນເອງຊະ."