ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ “ແມ່ນຍັງຈະຍຶດໝັ້ນຕໍ່ທ່າທີຂອງເພິ່ນ”
ໃນກອງປະຊຸມສຸດຍອດ ຂອງກຸ່ມຈີເຈັດ (G7) ເຖິງແມ່ນວ່າ ໄດ້ມີການຕຳໜິຕິຕຽນ
ຕໍ່ນະໂຍບາຍການຄ້າຂອງທ່ານກໍຕາມ, ອີງຕາມຄຳເວົ້າຂອງນຶ່ງ ໃນບັນດາທີ່ປຶກສາ
ຄົນສຳຄັນຂອງທ່ານທຣຳ ທີ່ໄດ້ບອກກັບພວກນັກຂ່າວ ໃນວັນພຸດວານນີ້.
ທ່ານ ແລຣີ ຄັດໂລ ຜູ້ອຳນວຍການຂອງສະພາເສດຖະກິດແຫ່ງຊາດ ໄດ້ກ່າວວ່າ
“ປະທານາທິບໍດີ ຈະວາງຕົວແບບສະບາຍໆ ກັບບັນຫາທີ່ຫຍຸ້ງຍາກພວກນີ້,”
ແລະທ່ານຍັງກ່າວຕໍ່ໄປວ່າ “ມັນແມ່ນມີຄວາມເຄັ່ງຕຶງ ສະເໝີ ບໍ່ໃນເລື້ອງໃດ
ກໍເລື້ອງນຶ່ງ” ລະຫວ່າງສະຫະລັດ ກັບບັນດາປະເທດສະມາຊິກຂອງກຸ່ມ G7.
ຄວາມເຫັນຕ່າງໆໃນການຖະແຫຼງຂ່າວຂອງທຳນຽບຂາວ ມີຂຶ້ນບໍ່ດົນ ຫຼັງຈາກທີ່
ນາຍົກລັດ ຖະມົນຕີການາດາ ທ່ານ ຈັສຕັນ ທຣູໂດ, ຜູ້ຊຶ່ງເປັນເຈົ້າພາບຈັດກອງ
ປະຊຸມສຸດຍອດກຸ່ມ G7 ທີ່ເມືອງ ຊາກເລີວົວ ແລະນາຍົກລັດຖະມົນຕີເຢຍຣະມັນ
ທ່ານນາງອັງເກລາ ເມີໂກ ຕ່າງກໍຄາດຄະເນວ່າ ຈະເປັນກອງປະຊຸມທີ່ມີການສົນທະນາຫາລືກັນດ້ວຍຄວາມຫຍຸ້ງຍາກໃນວັນສຸກແລະເສົາຈະມານີ້.
ທ່ານເຈກັບ ຟັ້ງຄ໌ ເກີກີກາຣ໌ດ (Jacob Funk Kirkegaard) ເຈົ້າໜ້າທີ່ອະວຸໂສ
ຈາກສະຖາບັນເສດຖະກິດນາໆຊາດ ພີເຕີສັນໄດ້ກ່າວວ່າ “ນີ້ທີ່ຈິງແລ້ວກໍຄືວ່າແມ່ນ
ກຸ່ມ G6 ບວກນຶ່ງ.”
ໃນການໃຫ້ຄວາມເຫັນນັ້ນ ທ່ານຄັດໂລ ແມ່ນໄດ້ປະຕິເສດວ່າສະຫະລັດ ໃນປັດຈຸບັນນີ້
ບໍ່ໄດ້ພົວພັນກັບສົງຄາມການຄ້າກັບຄູ່ພາຄີຂອງຕົນ ພ້ອມທັງຈີນນຳ. ແຕ່ວ່າສະຫະລັດ
ຈະປະ ຕິບັດໃນສິ່ງທີ່ຈຳເປັນ ເພື່ອປົກປ້ອງພວກຄົນງານ ແລະອຸດສະຫະກຳ ຂອງອາເມ
ຣິກັນ.
ໃນການຖະແຫຼງທີ່ນະຄອນບຣັສເຊີລ ໃນວັນພຸດວານນີ້ ລັດຖະມົນຕີກະຊວງປ້ອງກັນ
ປະເທດສະຫະລັດ ທ່ານຈິມ ແມັຕຕິສ ໄດ້ກ່າວວ່າ ມັນແມ່ນໄວເກີນໄປໂພດ ທີ່ຈະເອີ້ນ
ການຂັດແຍ້ງທາງພາສີວ່າ ເປັນສົງຄາມການຄ້າ ແລະໃຫ້ເຫດຜົນວ່າ ສະຫະລັດ
ແມ່ນຖືກຕ້ອງແລ້ວ ໃນການຮຽກຮ້ອງໃຫ້ມີການຄ້າ “ທີ່ເປັນທຳແລະສົມສ່ວນ” ຕໍ່ຄູ່ພາຄີ
ການຄ້າທັງຫຼາຍ.
ທ່ານແມັຕຕິສ ໄດ້ກ່າວວ່າ ການຂັດແຍ້ງທາງດ້ານເສດຖະກິດກັບພັນທະມິດທັງຫຼາຍ
ບໍ່ຄາດວ່າ ຈະສ້າງຄວາມເສຍຫາຍໃຫ້ແກ່ຄວາມສຳພັນທາງດ້ານທະຫານແລະຄວາມ
ປອດໄພ.
ທ່ານຄັດໂລ ໃນທຳນຽບຂາວ ແມ່ນຕຽມການເພື່ອການສົນທະນາຫາລື ໃນກອງປະຊຸມ
ສຸດຍອດກຸ່ມ G7 ທີ່ແຂວງເກເບັກ ໄດ້ປະກາດວ່າ “ການຄ້າຂອງໂລກ ແມ່ນພວມປະສົບ
ກັບບັນຫາ. ມັນໄດ້ເພພັງລົງແລ້ວ.” ແຕ່ ທ່ານຍັງໄດ້ກ່າວເສີມວ່າ “ບໍ່ຕ້ອງຖິ້ມໂທດ
ໃສ່ທ່ານທຣຳ ໃຫ້ຖິ້ມໂທດໃສ່ພວກປະເທດ ທີ່ໄດ້ແຍກຕົວອອກຈາກເງື່ອນໄຂທີ່ໄດ້
ວາງໄວ້ນັ້ນ.”