ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ເວົ້າສຽດສີ​ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ​ລາຍ​ງານ​ຂອງ ​ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ


ໄອ​ຍະ​ການ​ພິ​ເສດ​ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ໃນ​ວໍ​ຊີງ​ຕັນ.
ໄອ​ຍະ​ການ​ພິ​ເສດ​ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ໃນ​ວໍ​ຊີງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໂຈມ​ຕີ​ເທື່ອ​ໃໝ່ ໃນ​ວັນ​ຈັນ​ວານ​ນີ້
ໃສ່​ຝ່າຍ​ຄ້ານ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການຕໍ່​ສູ້​ທີ່​ຈະ​ຈັດ​ສັນ​ກ່ຽວ​ກັບ​ການ​ສື​ບ​ສວນ​ຂອງ​
ໄອ​ຍະ​ການ​ພິ​ເສດ​ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ແລະ​ລາຍ​ງານ ກ່ຽວ​ກັບ​ຣັດ​ເຊຍ ທີ່ວ່າໄດ້​
ເຂົ້າ​ແຊກ​ແຊງ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 1216.

ໃນ​ຄວາມ​ເຫັນ​ທີ່​ຂຽນລົງ​ໃນ​ທວິດ​ເຕີ​ຣ໌ນັ້ນ, ທ່ານທ​ຣຳ ໄດ້​ກ່າວໃນ​ທາງ​ທັບ​ຖົມ ເວົ້າ​ໃສ່
​ວ່າ “ທ່ານ​ບອບ ມັ​ລ​ເລີ ແມ່ນວິ​ລະ​ບຸ​ລຸດ ​ໃນ​ຝ່າຍ​ຄ້ານ​ຝ່າຍ​ຊ້າຍທີ່ສຸດ​ພັກ​ເດ​ໂມ​ແຄ​ຣັດ”
ໃນ​ຂະ​ນະ​ທີ່​ກາ​ນສືບ​ສວນ​ຂອງ​ທ່ານ​ເປັນ​ເວລາ 22 ເດືອນ​ ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່ນັ້ນ.

ແຕ່​ວ່າ ທ່ານ​ທ​ຣຳ ໄດ້ ກ່າວ​ວ່າ ທ່ານ ມັ​ລ​ເລີ​ ໄດ້ສະ​ຫຼຸບວ່າ ເພິ່ນ​ແລະ​ໜ່ວຍ​ໂຄ​ສະ​ນາ
​ຫາ​ສ​ຽງຂອງ​ເພິ່ນ ບໍ່​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຣັດ​ເຊຍ ເພື່ອ​ໃຫ້​ທ່ານ​ໄດ້​ຮັບໄຊຊະ​ນະ​
ໃນທຳ​ນຽບ​ຂາວ ແລະ​ນັ້ນເປັນ “ການ​ນັບ​ຖືຢ່າງສູງສົ່ງຂອງ​ພວກ​ເຮົາ” ລັດ​ຖະ​ມົນ​ຕີ​
ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ​ຣ໌ ໄດ້​ຕັດ​ສິນໃຈວ່າ ​ຂໍ້ກ່າວຫາກ່ຽວ​ກັບການ​ຂັດ​
ຂວາງ​ລະ​ບົບ​ຍຸຕິທຳແມ່ນບໍ່ມີມູນຄວາມຈິງ​, ພວກ​ເດ​ໂມ​ແຄ​ຣັດ ທຽວ​ເວົ້າ ວ່າ ບອບ​
ແມ່ນ​ໃຜຂໍ​ໂທດ​ເດີ ຂ້ອຍ​ບໍ່​ຮູ້​ຜູ້​ຊາຍ​ຄົນ​ນີ້.”
ເພິ່ນ​ບໍ່​ໄດ້​ໃຫ້​ຕົວ​ຢ່າງເລີຍ.

ທ່ານ​ບາ​ຣ໌ ມີກຳ​ໜົດ​ຈະ​ໄປໃຫ້​ປາກ​ຄຳ ຕໍ່​ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງ ໃນ​ວັນ​ພຸດ​ມື້​ອື່ນ​ນີ້
ກ່ຽວ​ກັບ​ການ​ຕັດ​ສິນ​ໃຈຂອງເພິ່ນ ທີ່​ວ່າ ບໍ່​ໄດ້​ຂັດ​ຂວາງ​ຂະບວນການຍຸຕິທຳ ແລະ​ການ​ເບ່ິງຂ້າມການດຳເນີນງານ​ ຂອງ​ທ່ານ​ມັ​ລ​ເລີນັ້ນ. ແຕ່​ ການ​ ປາ​ກົດ​ຕົວວາງ​ທີ່ວາງແຜນ
ໄວ້ຂອງທ່ານ​ບາ​ຣ໌ ຊ້ອງ​ໜ້າຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ໃນ​ວັນ​ພະ​ຫັດນີ້
ຍັງສົງໄສວ່າ ແມ່ນ​ໃຜ​ຈະ​ເປັນ​ຄົນ​ຊັກຖາມ​ທ່ານ.

ປະ​ທານຄະ​ນະ​ກຳ​ມະ​ການ​ສະ​ພາ​ ທ່ານ​ແຈ​ໂຣ​ລ​ດ໌ ແນດ​ເລີ​ຣ໌ ຈາກ​ລັດ​ນິວ​ຢອກ ຢາກ​ໃຫ້
ບັນ​ດາ​ສະ​ມາ​ຊິກ 41 ທ່ານ ເປັນ​ເວ​ລາ 5 ນາ​ທີ ​ສອບ​ຖາມ​ທ່ານ​ບາ​ຣ໌ ແລະ​ອີກ 30 ນາ​ທີ
ສຳ​ລັບ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັ​ບບ​ລີ​ກັນ ໃຫ້​ສອບ​ຖາມ​ທ່ານ​ບາ​ຣ໌ ເພີ້ມ​ຕື່ມ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປເຖິງ ສູນກາງໂຮມ​ຊຸມ​ນຸມ Resch ໃນ​ເມືອງ Green Bay ລັດ Wis., 27 ເມສາ 2019.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປເຖິງ ສູນກາງໂຮມ​ຊຸມ​ນຸມ Resch ໃນ​ເມືອງ Green Bay ລັດ Wis., 27 ເມສາ 2019.

ທ່ານ​ບາ​ຣ໌ ໄດ້​ຕົກ​ລົງ ທີ່​ຈະ​ຕອບ​ຄຳ​ຖາມ ຈາກ​ສະ​ພາ​ຕ່ຳ, ແຕ່ຫລັ່ງ​ເລ ສຳລັບ​ຄຳ​ຖາມ
ເພີ້ມ​ອີກ​ຈາກ​ສະ​ມາ​ຊິກ​ພັກ​ທັງ​ຫຼາຍ. ກະ​ຊວງ​ຍຸ​ຕິ​ທຳ ໄດ້​ບອກ​ຄະ​ນະ​ກຳ​ມະ​ການ​ສະ​ພາ​
ຕ່ຳ ວ່າ ທ່ານ​ບາ​ຣ໌ ອາດ​ຈະ​ບໍ່​ປາ​ກົດ​ຕົວ.

ທ່ານ ແນດ​ເລີ​ຣ໌ ກ່າວ​ວ່າ ທ່ານ​ບາ​ຣ໌ ບໍ່​ມີ​ທາງ​ເລືອກ ຊຶ່ງ​ທ່ານ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້
ວ່າ“ພວກ​ເຮົາ​ແມ່ນ​ໄດ້​ເຮັດ​ເປັນ​ທີ່​ແ​ຈ້ງ​ຂາວ​ແລ້ວ​. ທ່ານ​ບາ​ຣ໌ ຕ້ອງໄດ້​ມາ, ຕ້ອງ​ໄດ້​
ມາໃຫ້​ປາກ​ຄຳ. ມັນ​ບໍ່​ແມ່ນ​ທຸ​ລະ​ຂອງພ​ະຍານ ທີ່​ພະ​ຍາ​ຍາມ​ທີ່​ຈະ​ສັ່ງຄະ​ນະ​ກຳ​ມະ​
ການສະພາຕໍ່າວ່າ ແມ່ນ​ຫຍັງຈະ​ເປັນ​ຄຳ​ຖາມ​ທີ່​ເໝາະ​ສົມ ທີ່​ຈະ​ສອບ​ຖາມ​ເພິ່ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Battle Over Subpoenas Escalates Between Trump, Democrats
please wait

No media source currently available

0:00 0:02:23 0:00

XS
SM
MD
LG