ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ທີ່​ມີ​ອຳ​ນາດ​ໃນ ສະ​ພາ​ຕ່ຳ ເອີ້ນ ລັດ​ຖະ​ມົນ​ຕີ​ ຍຸ​ຕິ​ທຳ​ວ່າ ລຳ​ອຽງ


ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ຣີ ແນດ​ເລີ ລົມ​ກັບ​ສື່​ມວນ​ຊົນຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ກັນ​ຍາ, 2018.
ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ຣີ ແນດ​ເລີ ລົມ​ກັບ​ສື່​ມວນ​ຊົນຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ກັນ​ຍາ, 2018.

ປະ​ທານ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ຣີ ແນດ​ເລີ ໄດ້​ກ່າວ​ວ່າ ພັກ​
ເດໂມແຄຣັດ ຢາກເຫັນລາຍງານທັງໝົດທີ່ພິມອອກໂດຍໄອຍະການພິເສດ ທ່ານ ໂຣ
ເບີດ ມອລເລີ ຍ້ອນລັດຖະມົນຕີຍຸຕິທຳ ທ່ານ ວິລລຽ​ມ ບາ ມີຄວາມລຳອຽງ.

ທ່ານ ແນດ​ເລີ ໄດ້​ກ່າວ​ໃນ​ລາຍ​ການ Face The Nation ຂອງ​ໂທ​ລະ​ພາບ NBC ວ່າ
“ລາວແມ່ນຄົນຜູ້ທີ່ເປັນຕົວແທນຂອງລັດຖະບານ, ເປັນຜູ້ທີ່ຖືກແຕ່ງຕັ້ງ, ເປັນຜູ້ທີ່ຖືກ
ແຕ່ງຕັ້ງທາງການເມືອງຂອງປະທານາທິບໍດີ ຜູ້ອາດຈະປົກປ້ອງຜົນປະໂຫຍດເປັນຢ່າງ
ດີ.” ທ່ານເວົ້າວ່າ ທ່ານ ບາ ແມ່ນ “ຜູ້ປົກປ້ອງລັດຖະບານທີ່ລຳອຽງ.”

ການ​ປາ​ກົດ​ຕົວ​ຂອງ​ທ່ານ ແນດ​ເລີ ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ນຶ່ງ​ອາ​ທິດ​ທີ່​ສື່ມວນ​ຊົນ​ລາຍ​ງານ​ວ່າ
ທີມຂອງທ່ານ ມອລເລີ ບໍ່ພໍໃຈກັບການສະຫຼຸບການສອບສວນດົນ 22 ເດືອນຂອງທ່ານ
ບາ ກ່ຽວກັບວ່າການໂຄສະນາຫາສຽງຂອງທ່ານ ດໍໂນລ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ
ຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນປີ 2016 ຫຼືບໍ່.

ອີງ​ຕາມ​ລາຍ​ງານ​ຕ່າງໆ, ໃນ​ຄ​ຳ​ເວົ້າ​ຂອງ​ທ່ານ ແນດ​ເລີ ນັ້ນ, ສະ​ມາ​ຊິກ​ບາງ​ຄົນ​ໃນ​ທີມ​
ຂອງທ່ານ ມອລເລີ ເຊື່ອວ່າທ່ານ ບາ ໄດ້ຂຽນບົດສະຫຼຸບທີ່ທ່ານໄດ້ສົ່ງໃຫ້ລັດຖະສະພາ
ແລະ ສາທາລະນະ ໃຫ້ຟັງດູດີ. ລາຍງານຂ່າວເວົ້າວ່າ ເອກະສານທັງໝົດຂອງທ່ານ
ມອລເລີ ບໍ່ໄດ້ເຂົ້າຂ້າງທ່ານ ທຣຳ ຄືກັບທີ່ທ່ານ ບາ ໄດ້ເວົ້າໃຫ້ປະທານາທິບໍດີ.

ອີງ​ຕາມ​ບົດ​ສະຫຼຸບ​ຂອງ​ທ່ານ ບາ ນັ້ນ, ທ່ານ ມອ​ລ​ເລີ ບໍ່​ໄດ້​ພົບ​ເຫັນຫຼັກ​ຖານ​ວ່າ ທ່ານ
ທຣຳ ຫຼື ການໂຄສະນາຫາສຽງຂອງທ່ານ ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ, ແຕ່ບໍ່ສາ
ມາດບັນລຸການສະຫຼຸບ ກ່ຽວກັບ ການຂັດຂວາງຂະບວນການຍຸຕິທຳ. ທ່ານ ມອລເລີ
ໄດ້ຂຽນວ່າ, ແນວໃດກໍຕາມ, ທ່ານບໍ່ສາມາດເຮັດໃຫ້ທ່ານປະທານາທິບໍດີພົ້ນຈາກຂໍ້
ກ່າວຫາ ກ່ຽວກັບ ຄຳຖາມນັ້ນ.

ອີງ​ຕາ​ມ​ທ່ານ ບາ, ທ່ານ ມອ​ລ​ເລີ ໄດ້​ມອບ​ຄຳ​ຖາມ ກ່ຽວ​ກັບ ການ​ຂັດ​ຂວາງ​ຂະ​ບວ​ນ​
ການຍຸຕິທຳໃຫ້ທ່ານ ບາ, ຜູ້ທີ່ໄດ້ເວົ້າວ່າທ່ານໄດ້ສະຫຼຸບວ່າມັນບໍ່ມີຫຼັກຖານວ່າທ່ານ
ທຣຳ ມີເຈຕະນາກະທຳຜິດ ທີ່ຈະພະຍາຍາມທຳລາຍການສອບສວນຂອງທ່ານ ມອລ
ເລີ.

ທ່ານ ແນດ​ເລີ ແລະ ຄະ​ນະ​ກຳ​ມະ​ການ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຂໍ​ໃຫ້​ທ່ານ ບາ ເປີດ​ເຜີຍ​
ລາຍງານທັງໝົດ ແລະ ຫຼັກຖານທັງໝົດ ທີ່ທ່ານ ມອລເລີ ໄດ້ໃຊ້ໃນການສືບສວນ
ສອບສວນ. ທ່ານໄດ້ກ່າວວ່າ ທ່ານມີຄວາມເຕັມໃຈທີ່ຈະອອກໝາຍສານຮຽກເອົາລາຍ
ງານນັ້ນຖ້າມີຄວາມຈຳເປັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG