ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານທຣຳ ໄປຕ້ອນຮັບ ຊາວອາເມຣິກັນ ທີ່ ເກົາຫຼີເໜືອປ່ອຍ


​​​​​​​​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ (ຊ້າຍ) ໄປຕ້ອນຮັບ ໂທນີ ກິມ, ກິມ ຮັກ ຊອງ, ທີ່ເຫັນເປັນເງົາ, ກິມ ດອງ ຈຸລ, ຊາວອາເມຣິກັນ 3 ຄົນ ທີ່ຖືກກັກຂັງ ມາໄດ້ປີກວ່າ ຢູ່ເກົາຫຼີເໜືອ ເດີນທາງມາຮອດຖານ​ທັບອາກາດ​ຮ່ວມ ແອນ​ດຣູ ​ໃນ​ລັດ​ແມຣີ​ແລນ, ວັນທີ 10 ພຶດສະພາ 2018.
​​​​​​​​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ (ຊ້າຍ) ໄປຕ້ອນຮັບ ໂທນີ ກິມ, ກິມ ຮັກ ຊອງ, ທີ່ເຫັນເປັນເງົາ, ກິມ ດອງ ຈຸລ, ຊາວອາເມຣິກັນ 3 ຄົນ ທີ່ຖືກກັກຂັງ ມາໄດ້ປີກວ່າ ຢູ່ເກົາຫຼີເໜືອ ເດີນທາງມາຮອດຖານ​ທັບອາກາດ​ຮ່ວມ ແອນ​ດຣູ ​ໃນ​ລັດ​ແມຣີ​ແລນ, ວັນທີ 10 ພຶດສະພາ 2018.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ​ໄດ້​ໄປ​ຕ້ອນ​ຮັບ ​ດ້ວຍ​ຕົວ​ເອງ ຊາວອາ​ເມ
ຣິກັນ 3 ຄົນ ທີ່​ຖືກ​ປ່ອຍ​ ກັບ​ຄືນ​ມາ​ຍັງ​ສະຫະລັດ ​ໂດຍ​ເກົາຫຼີ​ເໜືອ ​ໃນຕອນ​ເຊົ້າ​ວັນ
​ອັງຄານ​ມື້​ນີ້ ​ໂດຍ​ທີ່​ໄດ້​ປະກາດວ່າ “ພວກ​ເຮົາໄດ້​ເລີ່​ມເອົາ​ບາດກ້າວໃໝ່” ​ກັບພຽງ​ຢາງ​
ແລ້ວ.

​ໃນ​ພິທີ​ຕ້ອນຮັບ​ດັ່ງກ່າວ ທີ່​ຖານ​ທັບອາກາດ​ຮ່ວມ ແອນ​ດຣູ ​ໃນ​ລັດ​ແມຣີ​ແລນ ປະມານ
25 ກິ​ໂລ​ແມັດ​ຈາກ​ທຳນຽບຂາວ, ປະທານາທິບໍດີ​ ທີ່​ຕິດຕາມ​ດ້ວຍ ​ສະຕີ​ໝາຍ​ເລກ​ນຶ່ງ
ທ່ານ​ນາງ​ມາລາ​ເນຍ ທຣຳ​ໄດ້​ຂຶ້ນ​ໄປເທິງເຮືອບິນ​ກອງທັບອາກາດ C-40 ​ເພື່ອ​ໄປກ່າວ
​ຄຳ​ປາ​ໄສ ກັບພວກຜູ້​ຊາຍ 3 ຄົນ ທີ່​ຖືກຄຸມຂັງ ​ໃນ​ເກົາຫຼີ​ນັ້ນ.

ທຸງຊາດອາເມຣິກັນຈັດໃຫ້ເປັນສາກເບື້ອງຫຼັງ, ເຮືອບິນລັດຖະບານສະຫະລັດ ທີ່ໄດ້ນຳເອົາ ຊາວອາເມຣິກັນ ທີ່ຖືກກັກຂັງໂດຍເກົາຫຼີເໜືອ ທີ່ຖານທັບອາກາດຮ່ວມ ແອນດຣູ, ໃນລັດແມຣີແລນ ., 10 ພຶດສະພາ 2018.
ທຸງຊາດອາເມຣິກັນຈັດໃຫ້ເປັນສາກເບື້ອງຫຼັງ, ເຮືອບິນລັດຖະບານສະຫະລັດ ທີ່ໄດ້ນຳເອົາ ຊາວອາເມຣິກັນ ທີ່ຖືກກັກຂັງໂດຍເກົາຫຼີເໜືອ ທີ່ຖານທັບອາກາດຮ່ວມ ແອນດຣູ, ໃນລັດແມຣີແລນ ., 10 ພຶດສະພາ 2018.

ທຸງຊາດ​ອາ​ເມຣິກັນ ​ໄດ້​ຖືກ​ນຳ​ໄປ​ຍັງ​ສະຖານທີ່ດັ່ງກ່າວໂດຍລົດດັບໄຟ​ສອງ​ຄັນ ໄດ້ກາງ
ອອກ ​ເພື່ອ​ເປັນ​ສາກຢູ່ເລື້ອງຫຼັງ ຕ້ອນຮັບການກັບມາຄັ້ງນີ້.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານໄມຄ໌ ແພັນສ໌ ແລະລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານໄມຄ໌ ພອມພີໂອ ​ກໍໄດ້ຢູ່​ຕ້ອນຮັບ​ຊາວ​ອາ​ເມຣິກັນເຊື້ອສາຍ​ເກົາຫຼີທັງ
3 ເວລາ​ທີ່​ພວກ​ເຂົາ​ເຈົ້າອອກ​ມາຈາກ​ເຮືອບິນ.

ຫຼັງ​ຈາກ​ທີ່​ໄດ້​ຈັບ​ມືແລ້ວ ປະທານາທິບໍດີ​ທີ່​ຢືນ​ຢູ່​ຄຽງ​ຂ້າງ ​ຊາຍທັງ 3 ຄົນ​ນັ້ນ ​ແລະ​ໄດ້​ກ່າວ
​ຂອບ​ໃຈ ຕໍ່​ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່​ໄດ້​ປ່ອຍ​ພວກ​ເຂົາ​ເຈົ້າ “​ໃຫ້​ອອກ​ມາ​ໃນ​
ໂລກ​ຂອງ​ຄວາມ​ເປັນ​ຈິງ​.”

ການ​ປ່ອຍ​ຕົວ​ນີ້ ​ແມ່ນເປັນ​ຈຸດນຶ່ງທີ່​ສຳຄັນ, ຈົນ​ເທົ່າ​ເຖິງ​ປັດຈຸ​ບັນ​ນີ້ ການ​ດຳ​ລົງຕຳ​ແໜ່​ງ
ປະທານາທິບໍດີ ທີ່​ບໍ່​ແມ່ນ​ແບບ​ເດີມນັ້ນ, ທ່ານ​ທຣຳ ​ໄດ້ເວົ້າ​ຕະຫລົກ​ວ່າ ພິທີການ​ໃນ​ຖານ​ທັບອາກາດ ​ແມ່ນ​ໄດ້​ທຳລາຍ​ສະຖິຕິ ຂອງການ​ອອກ​ອາກາດທາງ​ໂທລະພາບ ​ໃນ​ເວລາ
3 ​ໂມງ​ເຊົ້າ.

ພວກ​ທີ່​ຖືກ​ຄຸມ​ຂັງ​ ​ໄດ້​ຖືກ​ປ່ອຍ​ພ້ອມມ​ກັນ ​ໃນ​ວັນ​ກ່ອນ ທີ່​ພຽງ​ຢາງບໍ່​ດົນ ຫຼັງ​ຈາກ​ທີ່ທ່ານ ພອມພີໂອ ​ໄດ້​ພົບ​ກັບ​ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ​ເປັນ​ເວລາ 90 ນາທີ​.

ເຊີນຊົມ: ນັກວິໄຈກ່າວວ່າ ການປ່ອຍຕົວຂອງຊາວອະເມຣິກັນ ໂດຍເກົາຫຼີເໜືອ ນັ້ນ ແມ່ນຂບາດກ້າວອັນສຳຄັນ

Analysts Say Release of 3 Americans Is an Important Sign from North Korea
please wait

No media source currently available

0:00 0:01:48 0:00

ທ່ານທຣຳ ​ໄດ້ກ່າວວ່າ ວັນ​ເວລາ ​ແລະ​ສະຖານ​ທີ່ ໃນການພົບປະ​ສຸດ​ຍອດ​ກັບ​ທ່ານ​ກິ​ມ
ຈະ​ປະກາດ​ໃຫ້ຮູ້​ ໃນບໍ່​ເທົ່າ​ໃດ​ມື້​ນີ້, ​ແຕ່​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ຢູ່ເຂດ​ປອດ​ທະຫານ ​ໃນ​ອັນ​ທີ່​
ທ່ານ​ໄດ້​ປະກາດ​ອອກ​ໄປ ກ່ອນ​ໜ້າ​ນີ້.

ປະ​ເທດ​ສິງກະ​ໂປ ອາດ​ເປັນ​ສະຖານ​ທີ່​ທີ່​ເປັນ​ໄປ​ໄດ້​ສູງທີ່​ສຸດ ​ທີ່ຈະເປັນບ່ອນພົບປະ​ສຸດ​
ຍອດ​ອີງ​ຕາມເຈົ້າ​ໜ້າ​ທີ່​ທຳນຽບຂາວ.

ທ່ານທຣຳ ​ໄດ້ກ່າວວ່າ ຈຸດປະສົງ ກໍ​ແມ່ນ​ເພື່ອ​ໃຫ້​ເກົາຫຼີ​ເໜືອ ຕົກລົງປົດອາວຸດ​ນິ​ວເຄລຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG