ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ຂະຫຍາຍ ຄຳສັ່ງຫ້າມເດີນທາງ ເຂົ້າມາຍັງ ສະຫະລັດ ຈາກ 8 ປະເທດ


ປະທານາທິບໍດີ ດໍໂນລ ທຣຳ ຖະແຫລງ ຕໍ່ບັນດານັກຂ່າວ ກ່ອນຂຶ້ນ Air Force One ເຮືອບິນປະຈຳຕຳແໜ່ງ ຢູ່ທີ່
ສະໜາມບິນ ເທດສະບານ ເມືອງ Morristown, ວັນທີ 24 ກັນຍາ 2017, ໃນເມືອງ Morristown ລັດ New Jersey.
ປະທານາທິບໍດີ ດໍໂນລ ທຣຳ ຖະແຫລງ ຕໍ່ບັນດານັກຂ່າວ ກ່ອນຂຶ້ນ Air Force One ເຮືອບິນປະຈຳຕຳແໜ່ງ ຢູ່ທີ່ ສະໜາມບິນ ເທດສະບານ ເມືອງ Morristown, ວັນທີ 24 ກັນຍາ 2017, ໃນເມືອງ Morristown ລັດ New Jersey.

ພວກເດີນທາງ ມາຍັງສະຫະລັດ ຈາກແປດປະເທດ ຈະປະເຊີນໜ້າກັບ ຂໍ້ຈຳກັດ
ໃໝ່ຕ່າງໆ ພາຍໃຕ້ ຄຳສັ່ງຫ້າມເດີນທາງທີ່ໄດ້ຖືກດັດແກ້ຄືນໃໝ່ ເຊິ່ງໄດ້ລົງນາມ
ໂດຍປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນວັນອາທິດວານນີ້.

ກົດລະບຽບໃໝ່ ທີ່ຈະມີຜົນບັງຄັບໃຊ້ ໃນວັນທີ 18 ຕຸລາ ຈະກະທົບປະຊາຊົນ ຂອງ
ປະເທດ ອີຣ່ານ ລີເບຍ ເກົາຫຼີເໜືອ ໂຊມາເລຍ ຊີເຣຍ ເວເນຊູເອລາ ແລະ ເຢເມັນ.

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ປະເທດເຫຼົ່ານີ້ ໄດ້ປະຕິເສດ ທີ່ຈະແບ່ງປັນຂໍ້ມູນ
ກ່ຽວກັບ ການກໍ່ການຮ້າຍ ແລະ ບັນຫາອື່ນໆ ກັບ ສະຫະລັດ.

ນາງ Mahnaz Kanani Zadeh, ຂວາ, ຕ້ອນຮັບຫລານສາວ ຂອງລາວ ນາງ Negin ຫຼັງຈາກເດີນທາງມາ ສະຫະລັດ ຈາກ ອີຣ່ານ ພາຍຫລັງຈາກມີ ຄຳຕັດສິນຊົ່ວຄາວ ຂອງສານລັດຖະບານກາງ ທີ່ຢືນຢັນຕາມຄຳສັ່ງຝ່າຍບໍລິຫານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ຫ້າມການເດີນທາງເຂົ້າມາ ສະຫະລັດ, ຢູ່ທີ່ສະໜາມບິນ Logan ໃນນະຄອນ Boston ລັດ Massachusetts, ວັນທີ 6 ກຸມພາ 2017.
ນາງ Mahnaz Kanani Zadeh, ຂວາ, ຕ້ອນຮັບຫລານສາວ ຂອງລາວ ນາງ Negin ຫຼັງຈາກເດີນທາງມາ ສະຫະລັດ ຈາກ ອີຣ່ານ ພາຍຫລັງຈາກມີ ຄຳຕັດສິນຊົ່ວຄາວ ຂອງສານລັດຖະບານກາງ ທີ່ຢືນຢັນຕາມຄຳສັ່ງຝ່າຍບໍລິຫານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ຫ້າມການເດີນທາງເຂົ້າມາ ສະຫະລັດ, ຢູ່ທີ່ສະໜາມບິນ Logan ໃນນະຄອນ Boston ລັດ Massachusetts, ວັນທີ 6 ກຸມພາ 2017.

ການປະກາດເມື່ອຕອນບ່າຍວັນອາທິດວານນີ້ ໄດ້ມີຂຶ້ນໃນຂະນະທີ່ ການຫ້າມຊົ່ວຄາວ
ກ່ອນໜ້ານີ້ ຕໍ່ພວກທີ່ເດີນທາງມາຢ້ຽມຢາມ ຈາກຫົກປະເທດທີ່ສ່ວນໃຫຍ່ເປັນມຸສລິມ
ໄດ້ໝົດກຳນົດລົງ ຫຼັງຈາກ 90 ວັນ ທີ່ໄດ້ຖືກບັງຄັບໃຊ້. ຄຳສັ່ງກ່ອນໜ້ານີ້ ໄດ້ຫ້າມ
ພົນລະເມືອງ ຂອງປະເທດ ອີຣ່ານ ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະ ເຢເມັນ
ບໍ່ໃຫ້ເຂົ້າມາສະຫະລັດ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າຈະມີ “ຂໍ້ອ້າງທີ່ເຊື່ອຖືໄດ້
ຂອງການມີສ່ວນພົວພັນ ກັບບຸກຄົນ ຫຼື ອົງການໃດນຶ່ງ ໃນສະຫະລັດ.”

ປະຕິກິລິຍາ ຕໍ່ຄຳສັ່ງຂອງປະທານາທິບໍດີ ຈາກອົງການປົກປ້ອງສິດທິມະນຸດຕ່າງໆ
ແລະ ກຸ່ມອື່ນໆ ທີ່ເຮັດວຽກ ກັບພວກຊາວອົບພະຍົບ ນັ້ນ ແມ່ນມີຂຶ້ນໃນທັນທີເລີຍ
ແລະ ສ່ວນໃຫຍ່່ຈະອອກມາໃນແງ່ລົບ.

ສະພາຄວາມສຳພັນ ກ່ຽວກັບ ຊາວອາເມຣິກັນນັບຖືສາສະໜາອິສລາມ ຫຼື CAIR
ທີ່ເປັນອົງການຕໍ່ສູ້ ແລະ ປົກປ້ອງສິດທິພົນລະເຮືອນ ມຸສລິມ ທີ່ໃຫຍ່ທີ່ສຸດຂອງ
ປະເທດ ກ່າວວ່າ ສະບັບຫຼ້າສຸດ ຂອງການ “ຫ້າມມຸສລິມ” ທີ່ ທ່ານທຣຳ ໄດ້ ພະຍາຍາມຈະນຳສະເໜີ ເມື່ອເຂົ້າກຳຕຳແໜ່ງ ກ່ອນໜ້ານັ້ນ ໃນປີນີ້ ແມ່ນເປັນ
ສ່ວນນຶ່ງຂອງຄະນະລັດຖະບານ ທີ່ເປັນ “ຂໍ້ກຳນົດຂອງພວກຜິວຂາວ ທີ່ໜ້າລັງ
ກຽດທີີ່ເຫັນຕົນວ່າ ເປັນຜູ້ພິເສດສຸດນັ້ນ.”

ທ່ານທຣຳ ໄດ້ກ່າວໃນການປະກາດໃໝ່ ວ່າ “ໃນຖານະເປັນປະທານາທິບໍດີ ຂ້າ
ພະເຈົ້າ ຕ້ອງກະທຳເພື່ອປົກປ້ອງຄວາມປອດໄພ ແລະ ຜົນປະໂຫຍດຕ່າງໆຂອງ
ສະຫະລັດ ແລະ ປະຊາຊົນຂອງຕົນ. ຂໍ້ຈຳກັດຕ່າງໆ ທີ່ໄດ້ປະກາດໄປນັ້ນ ແມ່ນ
ເຂັ້ມງວດ ແລະ ອອກແບບສະເພາະ ແລະ ພວກມັນ ຈະສົ່ງສັນຍານ ໄປຍັງ
ລັດຖະບານຕ່າງປະເທດ ວ່າ ພວກເຂົາເຈົ້າຕ້ອງທຳງານກັບພວກເຮົາ ເພື່ອເສີມ ຂະຫຍາຍຄວາມປອດໄພ.”

US Travel Ban
please wait
Embed

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG