ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​​​​ຈີນ​ ແລະ​ຍີ່ປຸ່ນ ​​ຄັດຄ້ານ ຕໍ່ການເຄື່ອນໄຫວ ​ຂອງ ປ. ທຣຳ ​ທີ່ຈະເກັບ ພາສີ​ລົດ


ລົດຍົນນຳເຂົ້າ ຈາກຍີ່ປຸ່ນ ລຽງລາຍໃນທ່າກຳປັ່ນ ນະຄອນລອສ ແອນເຈີລິສ, ວັນທີ 16 ມັງກອນ 2013.
ລົດຍົນນຳເຂົ້າ ຈາກຍີ່ປຸ່ນ ລຽງລາຍໃນທ່າກຳປັ່ນ ນະຄອນລອສ ແອນເຈີລິສ, ວັນທີ 16 ມັງກອນ 2013.

ຈີນ​ແລະ​ຍີ່ປຸ່ນ ​ແມ່ນ​ຕຳ​ໜິຕິຕຽນການ​ຕັດສິນ​ໃຈ​ຂອງປະທານາທິບໍດີ​ສະຫະລັດ
ທ່ານ​ດໍ​ໂນ​ລ ທຣຳ ​ທີ່​ໃຫ້​ເປີດ​ການສືບສວນ​ ກ່ຽວກັບ​ຜົນກະທົບໃນການ​ນຳ​ເຂົ້າ​ລົດຍົນ
​ທີ່ມີຕໍ່ ຄວາມ​ປອດ​ໄພ​ແຫ່ງ​ຊາດ.

​ໂຄສົກກະຊວງ​ການ​ຄ້າຂອງ​ຈີນ ທ່ານ ກາວ ​ເຟັງ (Gao Feng) ​ໄດ້​ບອກ​ກັບ​ພວກ​ນັກ​
ຂ່າວ​ ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການນຳໃຊ້ໃນທາງທີ່ບໍ່ຖືກຕ້ອງອະນຸມາດ​ຕາດ້ານຄວາມ​
ຂອງຄວາມ​ປອດ​ໄພ​ແຫ່ງ​ຊາດ ​ຈະ​ບ່ອນ​ທຳລາຍຕໍ່ລະບົບການ​ຄ້າ​ຫຼາຍຝ່າຍ ​ແລະ​ລົບ
ກວນ​ການ​ຄ້າ​ນາໆ​ຊາດ​ທີ່​ເປັນ​ປົກກະຕິ​ນັ້ນ.

ລັດຖະມົນຕີກະຊວງ​ການ​ຄ້າຍີ່ປຸ່ນ ທ່ານ ຮິ​ໂຮ​ຊິ​ເກະ ​ເຊ​ໂກ ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ການ
ສືບສວນ​ຂອງ​ສະຫະລັດພາໃຫ້ມີການເກັບ​ພາສີ​ໃໝ່​ແລ້ວ ມັນ​ຈະພາ​ໃຫ້ເກີດຄວາມ
ວຸ້ນວາຍ ​ຕໍ່​ຕະຫຼາດ​ໂລກ.

ທ່ານ​ທຣຳ ​ໄດ້​ອ້າງ​ອີງ​ເຖິງ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໃນ​ການ​ເກັບ​ພາສີ 25 ​ເປີ​ເຊັນ
ຕໍ່​ການນຳເຂົ້າ ເຫຼັກ​ກ້າ ​ແລະ10​ ເປີ​ເຊັນ ຕໍ່​ອະລູມີ​ນຽ​ມ.

“ຂ້າພະ​ເຈົ້າ​ສັ່ງ​ໃຫ້ລັດຖະມົນຕີກະຊວງ​ການ​ຄ້າ​ ທ່ານຣັອສ ​ພິຈາລະນາ ເລີ່​ມການ​
ສືບສວນ ຕາມມາດຕາ 232 ໃນ​ການ​ນຳ​ເຂົ້າ​ຍວດ​ຍານພາຫະນະ ຊຶ່ງ​ຮວມທັງ
ລົດ​ບັນທຸກ ເຄື່ອງ​ອາໄຫຼ່​ລົດ ເພື່ອລົງຄວາມເຫັນວ່າ ມີຜົນ​ກະທົບຕໍ່​ ​ຄວາມ​ປອດ​
ໄພ​ແຫ່ງ​ຊາດຂອງອາເມຣິກາຫຼືບໍ່”
ນັ້ນຄືຄຳເວົ້າຂອງ​ທ່ານ​ທຣຳ ທີ່ໄດ້​ກ່າວຢູ່ໃນ​
ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້ ຫຼັງ​ຈາກ​ທີ່ໄດ້ພົບ​ກັບລັດຖະມົນຕີກະຊວງ
​ການ​ຄ້າ​ ທ່ານວິລ​ເບີ ຣັອສ ​ແລ້ວ​ນັ້ນ.

ປະທານາທິບໍດີ​ ທຣຳ ​ກຳລັງຊອກ​ຫາ​ຊອ່ງທາງ​ຈະເກັບ​ພາສີ ​ຫຼາຍເຖິງ 25 ​ເປີ​ເຊັນ
​ຕໍ່​ການ​ນຳ​ເຂົ້າ​ຍວດ​ຍານພາຫະນະ. ທ່ານ​ທຣຳທີ່​ໄດ້​ປະຕິຍານ​ວ່າ ຈະຟື້ນ​ຟູອຸດສາຫະ
ກຳລົດຍົນ​ຂອງ​ອາ​ເມຣິການັ້ນ ໄດ້ເອົາ​ບາກ​ກ້າວ​ທາງ​ການ​ຄ້າ​ຢ່າງ​ຕໍ່ເນື່ອງ ຮຽກຮ້ອງ​
ໃຫ້​ຈີນ​ນຳ​ເຂົ້າ​ສິນຄ້າ​ຂອງ​ອາ​ເມຣິກາ​ຫຼາຍ​ຂຶ້ນ, ທ່ານ​ໄດ້​ເລີ່​ມການ​ເຈລະຈາ​ຂໍ້​ຕົກລົງ​
ການ​ຄ້າເສລີໃນທະວີບອາເມຣິກາເໜືອ ຫຼື NAFTA ຄືນ​ໃໝ່ ​ແລະ​ຈັດ​ໃຫ້​ມີ​ການ​ເກັບ
​ພາສີຕໍ່ການ​ນຳ​ເຂົ້າ​ເຫຼັກ​ກ້າ​ແລະອະລູມີ​ນຽມ.

ທ່ານ​ທຣຳ ​ໄດ້​ເຕືອນ​ເຖິງ​ການ​ເອົາ​ບາດກ້າວດັ່ງກ່າວ ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ທ່ານ​ໄດ້
​ຂຽນ​ລົງ​ໃນ​ທວິດ​ເຕີ​ວ່າ “ມັນ​ຈະ​ມີ​ຂ່າ​ວ​ໃຫຍ່​ໃນ​ອີກ​ບໍ່​ດົນ​ນີ້ ຕໍ່​ພວກ​ພະນັກງານ​ອຸດສາ
ຫະກຳ​ລົດຍົນ. ຫຼັງ​ຈາກ​ທີ່​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ​ໄດ້ສູນ​ເສຍໜ້າ​ວຽກ​ຂອງ​ພວກ​ເຈົ້າ​
ໃຫ້​ຫຼາຍປະ​ເທດ​ໄປ​ແລ້ວ, ພວກ​ເຈົ້າ​ໄດ້​ຄອງ​ຄອຍ ມາ​ດົນ​ນານ​ແລ້ວ!”

ໜັງສືພິມ The Wall Street Journal ​ໄດ້​ອ້າງ​ເຖິງ​ແຫຼ່ງທີ່​ມາໃນອຸດສາຫະກຳ​ລົດຍົນ
​ໂດຍ​ທີ່​ກ່າວ​ວ່າ​ແຜນການ​ທີ່​ໂຕ້​ຕອບ​ຄືນ​ນີ້ ​ເບິ່ງ​ຄື​ວ່າ​ ຈະປະ​ເຊີນ​ກັບ​ຝ່າຍ​ຄ້ານ ຢ່າງ​ແຂງ​
ຂັນ ຈາກ​ຄູ່​ຕຳ​ແໜ່​ງການ​ຄ້າ ​ແລະ​ພວກ​ພໍ່ຄ້າ​ລົດ​ທັງຫຼາຍ ທີ່​ຂາຍ​ລົດ​ນຳ​ເຂົ້າ​ນັ້ນ.
ມັນ​ຍັງ​ຈະ ​ໄດ້​ຜ່ານ​ການ​ຊຸມນຸມ​ຂອງ​ອົງການ​ຄ້າ​ໂລກ ທີ່​ເບິ່ງຄື​ວ່າ​ບໍ່​ເປັນ​ໄປ​ໄດ້​ນັ້ນ.

5 ບໍລິສັດ​ອັນ​ດັບ​ຕົ້ນໆ​ທີ່​ນຳ​ເຂົ້າ​ລົດຍົນ ​ແມ່ນ​ກຸນ​ແຈ​ສຳຄັນ​ຂອງ​ສະຫະລັດ ​ແລະ​ພັນ
ທະ​ມິດ ​ເຊັ່ນ​ເມັກ​ຊິ​ໂກ, ກາ​ນາ​ດາ ​ແລະ ສະຫະພາບ​ຢູ​ໂຣບ, ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG