ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາໃສ່ໜ້າກາກ ແລະສະແດງຄວາມ ຫວັງວ່າ ຢາວັກຊິນກັນໂຄວິດ -19 ຈະອອກມາໄວໆ ນີ້


ທ່ານ Martin Meeson ຫົວໜ້າບໍລິສັດ Fujifilm Diosynth Biotechnologies (ຂວາ), ລົມກັບປະທານາທິບໍດີ ທຣໍາໃນຂະນະທີ່ຢ້ຽມຊົມສູນກາງປະດິດສ້າງ Bioprocess ໃນບໍລິສັດ Fujifilm Diosynth Biotechnologies, ວັນທີ 27 ກໍລະກົດ, 2020, ໃນເມືອງ Morrisville ລັດຄາໂຣໄລນາເໜືອ
ທ່ານ Martin Meeson ຫົວໜ້າບໍລິສັດ Fujifilm Diosynth Biotechnologies (ຂວາ), ລົມກັບປະທານາທິບໍດີ ທຣໍາໃນຂະນະທີ່ຢ້ຽມຊົມສູນກາງປະດິດສ້າງ Bioprocess ໃນບໍລິສັດ Fujifilm Diosynth Biotechnologies, ວັນທີ 27 ກໍລະກົດ, 2020, ໃນເມືອງ Morrisville ລັດຄາໂຣໄລນາເໜືອ

ເປັນຄັ້ງທີສອງທີ່ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ຖືກຖ່າຍພາບໃນຂະນະທີ່ໃສ່ໜ້າກາກ ທ່າມກາງໂຣກລະບາດຂອງໄວຣັສໂຄໂຣນາຢູ່ໃນທົ່ວໂລກ.

ທ່ານທຣຳ ໄດ້ໃສ່ໜ້າກາກໃນຂະນະທີ່ທ່ານໄປຢ້ຽມຊົມ ຫ້ອງທົດລອງຢູ່ໃນລັດຄາໂຣໄລນາເໜືອ ບ່ອນທີ່ສ່ວນປະກອບທີ່ສຳຄັນຕ່າງໆກຳລັງຖືກຜະລິດເພື່ອພັດທະນາໃຫ້ເປັນຢາວັກຊີນກັນພະຍາດ COVID-19 ໂດຍບໍລິສັດ Novavax.

“ຂ້າພະເຈົ້າເຊື່ອໝັ້ນວ່າ ຊາວອາເມຣິກັນໝົດທຸກຄົນຈະເຮັດໃນສິ່ງທີ່ຖືກຕ້ອງ ແຕ່ພວກເຮົາແນະນຳຢ່າງໜັກແໜ້ນໃຫ້ໝົດທຸກຄົນໂດຍສະເພາະໃຫ້ຮັກສາການຢູ່ຫ່າງກັນໃນສັງຄົມ ຮັກສາດ້ານສຸຂະອານາໄມຢ່າງເຂັ້ມງວດ ໃຫ້ຫລີກເວັ້ນການເຕົ້າໂຮມກັນທີ່ແອອັດ ແລະພາຍໃນສະຖານກິນດື່ມທັງຫຼາຍ ແລະໃສ່ໜ້າກາກເມື່ອເຫັນເມາະສົມ” ທ່ານທຣຳ ໄດ້ກ່າວຕໍ່ກຸ່ມພວກນັກຂ່າວ ທີ່ເດີນທາງໄປກັບທ່ານ ບໍ່ດົນກ່ອນໜ້າທີ່ທ່ານຈະໄປທ່ຽວຊົມ ສູນນະວັດຕະກຳ ດາຍໂອຊິນເທັກໂນໂລຈີດ້ານຊີວະພາບຂອງບໍລິສັດ Fujifilm.

“ບໍ່ມີຫຍັງທີ່ໄດ້ເກີດຂຶ້ນຄືແບບນີ້ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງໄດ້ສິ້ນສຸດລົງ” ທ່ານປະທານາທິບໍດີ ໄດ້ກ່າວເຖິງເງິນຫຼາຍພັນລ້ານໂດລາ ທີ່ໄດ້ຖືກນຳໃຊ້ໃນການເລັ່ງຜະລິດຢາວັກຊີນປ້ອງກັນເພື່ອໂລກ ແລະການນຳເອົາຢາວັກຊີນໄປໃຊ້ຢ່າງແຜ່ຫຼາຍໃນເວລາທີ່ວ່ອງໄວທີ່ສຸດ.

ກ່ອນໜ້າການທ່ຽວຊົມໂຮງງານດັ່ງກ່າວ ທ່ານທຣຳ ໄດ້ໂອ້ລົມກັບກຸ່ມຄົນຫຼາຍສິບຄົນ ທີ່ປະກອບດ້ວຍ ນັກການເມືອງຂອງລັດຄາໂຣໄລນາເໜືອ ນັກວິທະຍາສາດ ບັນດາເຈົ້າໜ້າທີ່ທຳນຽບຂາວ ນັກຂ່າວ ແລະເຈົ້າໜ້າທີ່ອາລັກຂາ ຊຶ່ງທ່ານໄດ້ກ່າວວ່າ ລັດຕ່າງໆຂອງສະຫະລັດ “ໂດຍສ່ວນໃຫຍ່ແລ້ວ ມີສິ່ງທີ່ພວກເຂົາເຈົ້າຕ້ອງການ” ແຕ່ວ່າ ພວກເຂົາທັງໝົດ “ແມ່ນຍັງບໍ່ທັນຜ່ານພົ້ນບັນຫາເທື່ອ.”

ທ່ານທຣຳ ໄດ້ປົກປ້ອງຄະນະລັດຖະບານຂອງທ່ານໃນການຮັບມືກັບກັບໂຣກລະບາດດັ່ງກ່າວ ເຖິງແມ່ນວ່າ ສະຫະລັດມີລາຍງານຂອງຈຳນວນກໍລະນີຕິດເຊື້ອໄວຣັສແລະການສູນເສຍຊີວິດຫຼາຍທີ່ສຸດໃນໂລກ ກໍຕາມ.

ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາລາຍງານກໍລະນີທັງຫຼາຍຂອງພວກເຮົາ. ໂດຍສ່ວນໃຫຍ່ແລ້ວ ໂລກເຂົາຈະບໍ່ເຮັດ.”

ສະຫະລັດ ໄດ້ດຳເນີນການກວດໂຣກຫຼາຍກວ່າ 52 ລ້ານຄົນແລ້ວ ທ່ານປະທານາທິບໍດີໄດ້ກ່າວໄປ ແລະກ່າວຕື່ມວ່າ “ບໍ່ມີຜູ້ໃດກວດຫຼາຍໃກ້ຄຽງເທົ່າ.”

ທ່ານທຣຳ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ ກຳລັງຕິດຕາມເບິ່ງກໍລະນີທີ່ລົ້ນເຫຼືອຢູ່ໃນເຂດອາເມຣິກາລາຕິນ ຊຶ່ງເປັນຂົງເຂດທີ່ໜ້າເປັນຫ່ວງຫຼາຍແທ້ໆ.

ທ່ານເວົ້າວ່າ “ທ່ານຈະເຫັນໄດ້ວ່າ ມີການຕິດແປດສູງຫຼາຍແທ້ໆ ຢູ່ໃນປະເທດທັງຫຼາຍ ນອກເຂດຊາຍແດນຂອງພວກເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG