ຊັບສົມບັດອັນສຸດຍອດອັນນຶ່ງໃນອານາຈັກອະສັງຫາລິມະຊັບຂອງປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ໄດ້ສ້າງລາຍຮັບຫລາຍໆລ້ານໂດລາ ໃນປີກາຍນີ້ ຊຶ່ງເຮັດໃຫ້ຄຳຖາມກ່ຽວກັບວ່າທຸລະກິດຂອງປະທານາທິບໍດີທີ່ໄດ້ຮັບກຳໄລຈາກພວກເຈົ້າໜ້າທີ່ຕ່າງປະເທດ ແລະເຈົ້າໜ້າທີ່ຂອງລັດຖະບານ ຫລືບໍ່ນັ້ນ ຍິ່ງມີນ້ຳໜັກຂຶ້ນ.
ໂຮງແຮມຫລູຫລາ Trump International Hotel Washington ຂອງທ່ານທຣຳ ຢູ່ໃນນະຄອນຫລວງວໍຊິງຕັນ ທີ່ຕັ້ງຢູ່ໃນຕຶກໂຮງໄປສະນີເກົ່າ ຫລື Old Post Office Pavilion ທີ່ມີລັກສະນະປະຫວັດສາດນັ້ນ ໄດ້ກວດຕ້ອນເອົາເງິນໄດ້ເກືອບ 41 ລ້ານໂດລາໃນປີກາຍນີ້, ຊຶ່ງເປັນຈຳນວນທີ່ສູງກວ່າປີກ່ອນ ນັ້ນໜ້ອຍນຶ່ງ, ອີງຕາມການເປີດເຜີຍດ້ານການເງິນຄັ້ງຫລ້າສຸດຂອງທ່ານທຣຳ ທີ່ໄດ້ຍື່ນຕໍ່ຫ້ອງການດ້ານຈັນຍາບັນຂອງລັດຖະບານ ແລະໄດ້ແຈ້ງໃຫ້ຮູ້ໃນວັນພະຫັດວານນີ້.
ການເປີດເຜີຍດັ່ງກ່າວ ຊຶ່ງເຈົ້າໜ້າທີ່ລັດຖະບານຂັ້ນສູງທຸກຄົນຕ້ອງໄດ້ເຮັດນັ້ນ ໄດ້ເປັນສິ່ງສະເໜີໃຫ້ເຫັນໜີ້ສິນ, ຊັບສິນ ແລະລາຍຮັບຂອງທ່ານທຣຳ ແບບຄ້າວໆ ໃນທຸລະກິດທັງໝົດທີ່ທ່ານເປັນເຈົ້າຂອງຫລາຍຮ້ອຍກິດຈະການ ໃນ ຂອບເຂດອັນກວ້າງຂວາງ. ໂດຍລວມແລ້ວ, ທ່ານ ທຣຳໄດ້ລາຍງານວ່າ ມີລາຍຮັບຢ່າງໜ້ອຍ 434 ລ້ານໂດລາໃນປີ 2018 ຊຶ່ງຫລຸດລົງຈາກ ຢ່າງໜ້ອຍ 450 ລ້ານໂດລາທີ່ໄດ້ລາຍງານໄປໃນປີ 2017 ຜ່ານມາ.
ແຕ່ ກໍບໍ່ແມ່ນວ່າຊັບສິນຂອງທ່ານທຣຳໝົດ ຈະສ້າງລາຍຮັບທີ່ເພີ້ມຂຶ້ນໝົດທຸກອັນໃນປີກາຍນີ້. ລາຍຮັບຢູ່ບ່ອນຕາກອາກາດມາ-ອາ-ລາໂກ (Mar-a-Lago), ຊຶ່ງເປັນ "ທຳນຽບຂາວໃນລະດູໜາວ" ຂອງທ່ານທຣຳ ຢູ່ເມືອງປາມ ບີສ (Palm Beach), ລັດຟລໍຣິດານັ້ນ ແມ່ນຫລຸດລົງ 2.5 ລ້ານໂດລາ ມາເປັນ 22.7 ລ້ານໂດລາ, ອີງຕາມການເປີຍເຜີຍທີ່ມີ.
ນັບແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງເປັນຕົ້ນມາ, ທ່ານປະທານາທິບໍດີທີ່ເຄີຍເປັນຜູ້ຍິ່ງໃຫຍ່ ໃນທຸລະກິດອະສັງຫາລິມະຊັບທ່ານນີ້ ໄດ້ຖືກຕຳໜິຕິຕຽນ ມາຕະຫລອດກ່ຽວກັບການທີ່ທ່ານປະຕິເສດບໍ່ສະຫລະຊັບສົມບັດຂອງທ່ານ ຊຶ່ງເປັນການຕັດສິນໃຈ ທີ່ພວກຕຳໜິວິຈານທ່ານເວົ້າວ່າ ໄດ້ສ້າງໃຫ້ເກີດຄວາມຂັດແຍ້ງກັນ ລະຫວ່າງຜົນປະໂຫຍດທາງທຸລະກິດກັບຜົນປະໂຫຍດທາງການເມືອງ.
ໂດຍທີ່ໄດ້ເປີດໃຫ້ບໍລິການໃນທ້າຍປີ 2016 ໂຮງແຮມ Washington ຂອງທ່ານທຣຳທີ່ຕັ້ງຢູ່ຫ່າງຈາກທຳນຽບຂາວບໍ່ພໍເທົ່າໃດແຖວຕຶກນັ້ນ ເປັນຊັບສິນທີ່ມີພາບພົດສູງ ຢູ່ໃນການລົງທຶນຫລາຍໆຢ່າງ ໃນດ້ານບໍລິການທີ່ພັກອາໄສ ແລະມັກຈະເປັນທີ່ດຶງດູດໃຈຕໍ່ບັນດານັກການທູດ, ຜູ້ບໍລິຫານທຸລະກິດຕ່າງໆ ແລະ ແຂກທີ່ມີກະເປົາເງິນໜັກຢູ່ເລື້ອຍໆ. ມັນໄດ້ກາຍເປັນສາຍຟ້າແມບສຳລັບພວກທີ່ຕຳໜິວິຈານ ທີ່ໄດ້ກ່າວຫາທ່ານປະທານາທິບໍດີວ່າ ໄດ້ຮັບຜົນປະໂຫຍດຈາກ ນັກການທູດຕ່າງປະເທດ ແລະເຈົ້າໜ້າທີ່ລັດຖະບານທີ່ໄປພັກຢູ່ໃນບ່ອນທີ່ຫລູຫລາແຫ່ງນັ້ນເລື້ອຍໆ.