ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນການກ່າວຄຳໄສ ແມ່ນຕັ້ງໃຈ ເປັນສ່ວນນຶ່ງ ທີ່ຈະໃຫ້ພວກສະມາຊິກທະຫານຂອງເວເນຊູເອລາ ໄດ້ຍິນ ກ່ຽວກັບການຮຽກຮ້ອງໃຫ້ຍຸຕິລັດທິສັງຄົມນິຍົມໃນປະເທດນີ້ໂດຍກ່າວວ່າສະຫະລັດ ແມ່ນຢາກໃຫ້ມີ “ການໂອນອຳນາດ ໃນໄລຍະຂ້າມຜ່ານຢ່າງສັນຕິ ແຕ່ວ່າ ທຸກຊ່ອງທາງແມ່ນເປີດກວ້າງ.”
ທ່ານທຣຳ ທີ່ນະຄອນມາຍອາມີ ໄດ້ສະເໜີໃຫ້ພວກທະຫານເວເນຊູເອລາບໍ່ເອົາ ຫົວຊາ
ຕໍ່ຄຳສັ່ງຂອງປະທານາທິບໍດີນິໂຄລັສ ມາດູໂຣ ແລະຮັບເອົາການໃຫ້ອະ ໄພຍະໂທດທີ່
ສະເໜີໂດຍຜູ້ນຳສະພາແຫ່ງຊາດທ່ານ ຮວານ ກວາອີໂດ (Juan Guaido) ຜູ້ຊຶ່ງໃນ
ປັດຈຸບັນ ໄດ້ຖືກຮັບຮູ້ ໃນຖານະປະທານາທິບໍດີ ຂອງເວເນຊູເອລາ ໂດຍສະຫະລັດ
ແລະອີກປະມານ 50 ປະເທດ.
ປະທານາທິບໍດີທຣຳ ໄດ້ກ່າວເຕືອນພວກທະຫານວ່າ “ພວກທ່ານຈະບໍ່ໄດ້ເຫັນບ່ອນຫລົບລີ້ທີ່ປອດໄພ, ບໍ່ມີທາງເລືອກທີ່ງ່າຍໆແລະບໍ່ມີທາງອອກເລີຍ ພວກ ທ່ານຈະສູນເສຍທຸກຢ່າງ.”
ທຳນຽບຂາວ, ກ່ອນໜ້າຄຳປາໄສຕໍ່ປະຊາຄົມເວເນຊູເອລາແລະອາເມຣິກັນ, ໄດ້ ກ່າວວ່າ “ສະຫະລັດຮູ້ດີວ່າ ພວກເຈົ້າໜ້າທີ່ທະຫານ ແລະຄອບຄົວ ຂອງພວກເຂົາເຈົ້າຊຸກເຊື່ອງເງິນໄວ້ຢູ່ໃສ ໃນທົ່ວໂລກນີ້.”
ເຊີນຊົມ: ການກ່າວຄຳໄສ ຂອງທ່ານທຣຳ
ທ່ານທຣຳ ຍັງໄດ້ເຕືອນອີກວ່າ ບໍ່ໃຫ້ສະມາຊິກທະຫານຂອງເວເນຊູເອລາ ກີດ ກັນການຊ່ອຍເຫຼືອຂອງຕ່າງປະເທດ ທີ່ສົ່ງໄປໃຫ້ປະເທດດັ່ງກ່າວ.
ເຮືອບິນຂົນສົ່ງຂອງກອງທັບສະຫະລັດ 3 ລຳທີ່ລຳລຽງເຄື່ອງຊ່ວຍເຫລືອຕ່າງໆ ທາງດ້ານມະນຸດສະທຳສຳລັບເວເນຊູເອລາ ໄດ້ລົງຈອດທີ່ເມືອງກູໆຕາ, ໃນປະ ເທດໂຄລອມເບຍ ໃນວັນເສົາຜ່ານມານີ້ ເພື່ອນຳເອົາເຂົ້າປາອາຫານແລະຢຸກຢາຈຳນວນມະຫາສານທີ່ລໍຖ້າການຂົນຂ້າມຊາຍແດນເຂົ້າໄປປະເທດເວເນຊູເອລາ.
ເຖິງຢ່າງໃດກໍຕາມ ການຊ່ອຍເຫຼືອດັ່ງກ່າວຈາກສະຫະລັດ ແລະບັນດາປະເທດອື່ນໆ ຍັງບໍ່ທັນໄດ້ໄປຮອດໄປເຖິງ ປະຊາຊົນເວເນຊູເອລາເທື່ອ ແຕ່ຍັງຕົກຄ້າງຢູ່ໃນຫຼາຍໆເມືອງ ໃນປະເທດໂຄບອມເບຍ, ບຣາຊິລ ແລະກູຣາກາວ.
ທ່ານມາດູໂຣ ກ່າວວ່າ ການຊ່ອຍເຫຼືອນີ້ ແມ່ນບໍ່ຈຳເປັນແລະຜິດກົດໝາຍ ທີ່ ຈະອະນຸຍາດໃຫ້ນຳເຂົ້າໄປຍັງເວເນຊູເອລາຊຶ່ງອາດຖືເປັນການເຕືອນລ່ວງໜ້າ ກ່ຽວກັບການຮຸກຮານຂອງສະຫະລັດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ