ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ເຕືອນ ເທີ​ກີວ່າ ຈະໄດ້ຮັບ​ ຄວາມ​ຫາ​ຍາ​ນະ ​ດ້ານ​ເສດ​ຖະ​ກິດ ຖ້າ​ໂຈມ​ຕີຊາວ ເຄີດ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ ທີ່​ຫ້ອງ​ການ​ທຳ​ນຽບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ມັງ​ກອນ, 2019.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ ທີ່​ຫ້ອງ​ການ​ທຳ​ນຽບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ມັງ​ກອນ, 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເຕືອນ ເທີ​ກີ ວ່າ​ເຂົາ​ເຈົ້າ​ຈະ​ປະ​ເຊີນ​ກັບ​ຄວາມ​ຫາ​ຍະ
ນະທາງດ້ານເສດຖະກິດ ຖ້າເຂົາເຈົ້າໂຈມຕີຊາວ ເຄີດ ໃນເວລາທີ່ກອງກຳລັງ ສະຫະ
ລັດ ຖອນຕົວອອກຈາກ ຊີເຣຍຢູ່.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີ​ ໃນ​ຕອນ​ແລງ​ຂອງວັນ​ອາ​ທິດ​ວານນີ້​ວ່າ “ພ້ອມດຽວ​ກັນ,
ກໍບໍ່ຢາກໃຫ້ຊາວ ເຄີດ ຍຸແຍ່ ເທີກີ. ທ່ານ ໄດ້ຂຽນໂດຍບໍ່ໃຫ້ລາຍລະອຽດເພີ່ມເຕີມວ່າ
“ສ້າງເຂດຄວາມປອດ 32 ກິໂລແມັດ.”

ທ່ານ​ໄດ້​ຂຽນ​ວ່າ “ຣັດ​ເຊຍ, ອີ​ຣ່ານ ແລະ ຊີ​ເຣຍ ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ​ຈາກ
ນະໂຍບາຍ ສະຫະລັດ ກ່ຽວກັບ ການທຳລາຍພວກ ISIS ໃນ ຊີເຣຍ, ພວກສັດຕູປົກ
ກະຕິ.”

ກອງກໍາ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື YPG ນຳ​ໜ້າ​ໂດຍ​ຊາວ ເຄີດ ແມ່ນ​ນຶ່ງ​ໃນ​ບັນ​ດາ
ພັນທະມິດທີ່ໃກ້ທີ່ສຸດຂອງ ສະຫະລັດ ທີ່ຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມຢູ່ໃນ
ຊີເຣຍ.

ເທີ​ກີ ເວົ້າ​ວ່າ ​ພວກ YPG ແມ່ນ​ຜູ​ກ​ມັດ​ກັບ​ພັກ​ກຳ​ມະ​ກອນ​ຊາວ ເຄີດ ຫຼື PKK ເຊິ່ງ​
ໄດ້ຕໍ່ສູ້ໃນສົງຄາມກອງໂຈນທີ່ດຳເນີນມາດົນນານ ເພື່ອການປົກຄອງຂອງຊາວ ເຄີດ
ຫຼາຍຂຶ້ນໃນ ເທີກີ.

ເທີ​ກີ ຖືວ່າ​ພວກ PKK ເປັນ​ກຸ່ມກໍ່​ການ​ຮ້າຍ ແລະ ຢ້ານ​ກົວ​ວ່າ​ ຈະ​ມີ​ການ​ໂຈມ​ຕີ​ໃສ່
ພວກນັກຮົບຊາວ ເຄີດ ໃນເວລາທີ່ທະຫານ ອາເມຣິກັນ ໜີອອກໄປ.

ທ່ານ ອີບ​ຣາ​ຮິມ ຄາ​ລິນ, ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ
ເອີດູອານ, ໄດ້ຕອບທ່ານ ທຣຳ ໃນວັນຈັນມື້ນີ້, ດ້ວຍການປຽບທຽບພວກ YPG ໃສ່
ພວກຫົວຮຸນແຮງລັດອິສລາມ.

ທ່ານ​ໄດ້​ຂຽນ​ໃນ ທວິ​ດ​ເຕີ ວ່າ “ທ່ານ ດໍ​ໂນ​ລ ທ​ຣຳ ພວກກໍ່​ການ​ຮ້າຍບໍ່​ສາ​ມາດ​ເປັນ​
ຄູ່ຮ່ວມງານຂອງທ່ານ ແລະພັນທະມິດໄດ້, ເທີກີ ຄາດວ່າ ສະຫະລັດ ຈະໃຫ້ກຽດການ
ເປັນຄູ່ຮ່ວມດ້ານຍຸດທະສາດຂອງພວກເຮົາ ແລະ ບໍ່ຢາກໃຫ້ເຂົາເຈົ້າຖືກຄອບງຳ
ໂດຍການໂຄສະນາຊວນເຊື່ອຂອງພວກກໍ່ການຮ້າຍ. ມັນບໍ່ມີຄວາມແຕກຕ່າງກັນລະ
ຫວ່າງພວກ ແດສ (DAESH), PKK, YPD ກັບ YPG. ພວກເຮົາຈະສືບຕໍ່ ຕໍ່ສູ້ກັບ
ພວກເຂົາໝົດ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ໃນ​ວັນ​ເສົາ​ຜ່ານມາວ່າ
ທ່ານ “ມີຄວາມຮູ້ສຶກໃນແງ່ບວກ” ວ່າຊາວ ເຄີດ ຊີເຣຍ ຈະບໍ່ຖືກປະຖິ້ມ ແລະ ໝັ້ນ
ໃຈວ່າ ສະຫະລັດ ກັບ ເທີກີ ສາມາດແກ້ໄຂຂໍ້ຕົກລົງ ເພື່ອຮັບປະກັນວ່າຊາວ ເຄີດ
ທັງຫຼາຍຈະມີຄວາມປອດໄພ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG