ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເຕືອນຄູ່ແຂ່ງ ກ່ຽວກັບ ການປະຕິບັດ ທາງການຄ້າ ໃນຄຳປາໄສຕໍ່ ກອງປະຊຸມການຄ້າ


Trump Warns Rivals About Trade Practices in Davos Speech
please wait

No media source currently available

0:00 0:03:02 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຕືອນວ່າ ສະຫະລັດ ຈະບໍ່ຜ່ອນສັ້ນຜ່ອນຍາວ ຕໍ່ການ
ປະຕິບັດດ້ານການຄ້າທີ່ບໍ່ຍຸຕິທຳອີກຕໍ່ໄປແລ້ວ ແລະ ຈະຖືວ່າ ອາເມຣິກາມາກ່ອນ ໃນ
ຂໍ້ຕົກລົງການຄ້າໃດໆ ໃນອະນາຄົດ. ໃນການກ່າວຄຳປາໄສປິດກອງປະຊຸມເສດຖະ
ກິດໂລກ ທີ່ບ້ານພັກຕາກອາກາດ ດາໂວ "Davos" ໃນປະເທດ ສວິດເຊີແລນ ເມື່ອວັນ
ສຸກຜ່ານມານີ້ ທ່ານ ທຣຳ ໄດ້ຍົກຍ້ອງເສດຖະກິດຂອງ ສະຫະລັດ ພາຍໃຕ້ການນຳພາ
ຂອງທ່ານ. ແຕ່ແນວໃດກໍຕາມ, ຄຳປາໄສດັ່ງກ່າວ, ກໍໄດ້ຖືກຄອບງຳໄປດ້ວຍບັນຫາ
ຂັດແຍ້ງ ກ່ຽວກັບ ການກ່າວຫາວ່າ ມີການເຊື່ອມໂຍງລະຫວ່າງກຸ່ມໂຄສະນາຫາສຽງ
ຂອງທ່ານປະທານາທິບໍດີ ກັບ ຣັດເຊຍ. ນັກຂ່າວວີໂອເອ ເຮັນຣີ ຣິຈແວລ "Henry
Ridgwell" ມີລາຍງານເລື່ອງນີ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ທ່ານ ດໍໂນລ ທຣຳ ເດີນທາງໄປເມືຶອງ ດາໂວ ເພື່ອເຈລະຈາດ້ານການຄ້າ ແລະ ຍົກ
ຍ້ອງເສດຖະກິດຂອງ ອາເມຣິກາ.

ແຕ່ແນວໃດກໍຕາມ, ຂ່າວພາດຫົວໃນຕອນເຊົ້າຂອງວັນສຸກທີ່ຜ່ານມາ ໄດ້ເພັ່ງເລັງໃສ່ກ
ານອ້າງອີງຂອງປະທານາທິບໍດີ ທີ່ສັ່ງໃຫ້ໄລ່ທ່ານ ໂຣເບີດ ມອລເລີ ອອກຈາກຕຳແໜ່ງ
ໃນເດືອນມິຖຸນາປີກາຍນີ້ ເຊິ່ງທ່ານແມ່ນນັກສືບສວນສອບສວນ ກ່ຽວກັບ ການອ້າງອີງ
ເລື່ອງສົມຮູ້ຮ່ວມຄິດ ລະຫວ່າງ ຣັດເຊຍ ກັບ ກຸ່ມໂຄສະນາຫາສຽງຂອງທ່ານ ທຣຳ.
ໜັງສືພິມ ນິວ ຢອກ ໄທມສ໌ "New York Times" ໄດ້ລາຍງານວ່າ ທ່ານໄດ້ປ່ຽນໃຈ
ເມື່ອທີ່ປຶກສາທຳນຽບຂາວ ໄດ້ຂູ່ວ່າຈະລາອອກ. ຕໍ່ໄປນີ້ແມ່ນຄຳຕອບຂອງທ່ານປະທາ
ນາທິບໍດີ ເມື່ອຖືກຖາມໃນວັນສຸກທີ່ຜ່ານມາ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ຂ່າວປອມ ພວກທ່ານ, ຂ່າວປອມ. ມັນແມ່ນຂ່າວປອມທີ່
ເປັນລັກສະນະປະຈຳ ຂອງໜັງສືພິມ New York Times.”

ໃນເວທີຄຳປາໄສນັ້ນ, ທ່ານປະທານາທິບໍດີ ໄດ້ເລືອກທີ່ຈະເພັ່ງເລັງໃສ່ຄວາມສຳເລັດ
ຂອງທ່ານ ຫຼັງຈາກການດຳລົງຕຳແໜ່ງນຶ່ງປີ ໂດຍກ່າວວ່າ ໂລກໄດ້ເປັນສັກຂີພິຍານ
ສຳລັບການຟື້ນຕົວຄືນຂອງ ອາເມຣິກາ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ມັນບໍ່ເຄີຍມີເວລາທີ່ດີໄປກວ່ານີ້ ທີ່ຈະຈ້າງ, ສ້າງ, ລົງທຶນ
ແລະ ເຕີບໂຕໃນ ສະຫະລັດ. ອາເມຣິກາ ແມ່ນເປີດໄວ້ ສຳລັບເຮັດທຸລະກິດ, ແລະ
ພວກເຮົາໄດ້ກັບມາມີຄວາມສາມາດໃນການແຂ່ງຂັນອີກຄັ້ງນຶ່ງ.”

ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ນະໂຍບາຍການຄ້າຂອງທ່ານ ກ່ອນອື່ນໝົດຕ້ອງ
ແມ່ນອາເມຣິກາ ນັ້ນ ບໍ່ໄດ້ໝາຍຄວາມວ່າ ອາເມຣິກາ ຜູ້ດຽວ ແຕ່ເປັນການສົ່ງສັນຍານ
ເຕືອນ ດັ່ງທີ່ຖືກເບິ່ງເຫັນກັນຢ່າງກວ້າງຂວາງ ວ່າເປັນການແນໃສ່ ຈີນ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ສະຫະລັດ ຈະບໍ່ເມີນເສີຍຕໍ່ການປະຕິບັດເສດຖະກິດທີ່ບໍ່
ຍຸຕິທຳອີກຕໍ່ໄປ ເຊິ່ງລວມມີການລັກຂະໂມຍຊັບສິນທາງປັນຍາຄັ້ງໃຫຍ່, ການສົງ
ເຄາະດ້ານອຸດສາຫະກຳ ແລະ ແຜນການເສດຖະກິດນຳໜ້າໂດຍລັດຖະບານທີ່ກະ
ຈາຍໄປທົ່ວ.”

ທ່ານປະທານາທິບໍດີ ບໍ່ໄດ້ກ່າວໂຈມຕີຍຸກໂລກາພິວັດ ໃນວິທີ ທີ່ຜູ້ຟັງຫຼາຍຄົນຢ້ານ
ກົວກັນ ແຕ່ບັນດານັກວິເຄາະກ່າວວ່າ ທ່ານຄວນຖືກຕີລາຄາ ໂດຍການກະທຳຂອງ
ທ່ານ.

ທ່ານ ໄຄລຟ ເວັບ "Clive Webb" ອາຈານສອນ ກ່ຽວກັບ ປະຫວັດສາດຍຸກ

ໃໝ່ຂອງ ອາເມຣິກາ ຢູ່ມະຫາວິທະຍາໄລ ຊັສເຊັກສ໌ "Sussex ກ່າວວ່າ" “ນີ້ແມ່ນຄຳ
ປາໄສຄັ້ງນຶ່ງ, ກ່ອນທ່ານ ທຣຳ ມາ ດາໂວ, ທ່ານໄດ້ພົວພັນກັບການກະທຳແຕ່ຝ່າຍ
ດຽວທຸກຮູບແບບ. ທ່ານໄດ້ປະຖິ້ມສັນຍາ TPP, ທ່ານໄດ້ກຳນົດພາສີຕໍ່ແຜງແຊລ
ແສງອາທິດ ແລະ ຈັກຊັກເຄື່ອງ, ທ່ານໄດ້ເວົ້າກ່ຽວກັບ ຄວາມເປັນໄປໄດ້ວ່າຈະຖອນ
ຕົວອອກຈາກ NAFTA.”

ໃນລະຫວ່າງກອງປະຊຸມ ຄຳຖາມ - ຄຳຕອບ ຫຼັງຈາກນັ້ນ, ທ່ານ ທຣຳ ໄດ້ສືບຕໍ່ການ
ໂຈມຕີຂອງທ່ານຕໍ່ສື່ສັງຄົມອີກ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ສື່ມວນຊົນໂຫດຮ້າຍ ຊໍ່າໃດ ຂ້າພະ
ເຈົ້າໝາຍຄວາມວ່າ ມຸ່ງຮ້າຍ ແລະ ປອມແປງຫຼາຍຊໍ່າໃດ, ຈົນກວ່າວ່າຂ້າພະເຈົ້າໄດ້
ກາຍມາເປັນນັກການເມືອ’ ໃນຂະນະທີ່ກ້ອງຖ່າຍພາບຕ່າງໆເລີ່ມຫັນໄປທາງຫຼັງ.”

ຄວາມບໍ່ເຫັນດ້ວຍກ່ຽວກັບ ຄຳເວົ້າດັ່ງກ່າວນັ້ນ ແມ່ນສາມາດໄດ້ຍິນຢ່າງຈະແຈ້ງ.
ແຕ່ບັນດາຜູ້ສັງເກດການຫຼາຍຄົນໄດ້ພາກັນປະຫຼາດໃຈ ຕໍ່ຄຳເວົ້າທີ່ສ່ວນໃຫຍ່ແລ້ວ
ມີແນວໂນ້ມເປັນມິດ.

ທ່ານ ໄຄລຟ ເວັບ ກ່າວວ່າ “ຂ້າພະເຈົ້າໝັ້ນໃຈວ່າ ມັນຈະເປັນຄວາມໂລ່ງໃຈ, ສຳລັບ
ຄົນພວກນັ້ນຜູ້ທີ່ໄດ້ຍິນຄຳປາໄສ ທີ່ບໍ່ໄດ້ໃຊ້ຄຳເວົ້າດຸຮ້າຍຢ່າງເປີດເຜີຍ ທີ່ອາດເຮັດ
ໃຫ້ເຂົາເຈົ້າບໍ່ສະບາຍໃຈ ກ່ຽວກັບ ສາຍພົວພັນຂອງທ່ານກັບ ຣັດເຊຍ, ແລະ ເຊັ່ນ
ດຽວກັບການຂົ່ມຂູ່ ກ່ຽວກັບ ຄວາມຂັດແຍ້ງກັບ ເກົາຫຼີເໜືອ.”

ປະທານາທິບໍດີ ທຣຳ ໄດ້ເດີນທາງກັບຄືນມາ ນະຄອນຫຼວງ ວໍຊິງຕັນ ແລ້ວເພື່ອກຽມ
ພ້ອມສຳລັບການກ່າວຄຳປາໄສທີ່ສຳຄັນອີກຄັ້ງນຶ່ງ

ໃນວັນອັງຄານມື້ນີ້ ເຊິ່ງແມ່ນການກ່າວຄຳປາໄສປະຈຳປີກ່ຽວກັບສະພາບການຂອງປະເທດຊາດ.

XS
SM
MD
LG