ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ເຕືອນບັນດາສະມາຊິກພັກຣີ ພັບບລິ
ກັນ ໃນວັນພະຫັດວານນີ້ ຕໍ່ການຕັ້ງຊື່ ໃຫ້ພວກຄົນເຂົ້າເມືອງໜຸ່ມນ້ອຍຜິດກົດໝາຍ
ຫລາຍຮ້ອຍພັນຄົນ ທີ່ກຳລັງປະເຊີນໜ້າການຖືກເນລະເທດນັ້ນ ວ່າ ເປັນ “ພວກທີ່ມີ
ຄວາມໄຝ່ຝັນ” ດັ່ງທີ່ພວກສະໜັບສະໜຸນຮ້ອງພວກເຂົາເຈົ້າ ໃນຂະນະທີ່ພະຍາຍາມ
ຊອກຫາທາງບໍ່ໃຫ້ສົ່ງເຂົາເຈົ້າກັບຄືນປະເທດທີ່ເປັນບ້ານ ເກີດຂອງເຂົາເຈົ້ານັ້ນ.
ປະທານາທິບໍດີທຣໍາ ກ່າວຕໍ່ບັນດາສະມາຊິກພັກຣີພັບບລິກັນ ຢູ່ບ່ອນພັກຜ່ອນໂຮມ
ຊຸມນຸມການເມືອງ ທີ່ບ່ອນຕາກອາກາດ ຢູ່ລັດເວີຈີເນຍຕາເວັນຕົກວ່າ “ບາງຄົນຮ້ອງ
ວ່າ ພວກມີຄວາມໄຝ່ຝັນ. ມັນບໍ່ແມ່ນພວກມີຄວາມໄຝ່ຝັນ ຢ່າສູ່ພາກັນຕົກຂຸມຫ້າງແຮ້ວ.
ພວກເຮົາມີພວກໄຝ່ຝັນ ຢູ່ໃນປະເທດນີ້ຄືກັນ. ພວກເຮົາບໍ່ສາມາດລືມພວກໄຝ່ຝັນຂອງ
ພວກເຮົາໄດ້.”
ປະທານາທິບໍດີທຣໍາກ່າວວ່າ ທ່ານຫວັງວ່າລັດຖະສະພາຈະບັນລຸຂໍ້ຕົກລົງເພື່ອປົກ
ປ້ອງພວກຄົນເຂົ້າເມືອງໜຸ່ມນ້ອຍເກືອບ 2 ລ້ານຄົນຈາກການຖືກເນລະເທດ ທີ່ເປັນ
ພາກສ່ວນນຶ່ງ ຂອງໂຄງການຕັ້ງຂຶ້ນໂດຍອະດີດປະທານາທິບໍດີ ບາຣັກ ໂດບາມາ ແຕ່
ໄດ້ກ່າວຫາພັກເດໂມແຄຣັດວ່າ ມີຄວາມຕັ້ງໃຈໃຊ້ບັນຫາຄົນເຂົ້າເມືອງທີ່ໂຕ້ຖຽງດັ່ງ
ກ່າວໃຫ້ກາຍເປັນເລື້ອງການເມືອງ ໃນຂະນະທີ່ບໍ່ພະຍາຍາມຢາງແທ້ຈິງ ເພື່ອແກ້ໄຂ
ບັນຫາດັ່ງກ່າວ.
ປະທານາທິບດີທຣໍາ ໃນປີກາຍນີ້ໄດ້ຍຸຕິໂຄງການພວກເດັກນ້ອຍທີ່ເຂົ້າເມືອງບໍ່ມີເອກ
ກະສານ ຫລື DACA ແຕ່ໄດ້ໃຫ້ເວລາແກ່ລັດຖະສະພາຈົນຮອດວັນທີ 5 ເດືອນມີນາ
ເພື່ອແກ້ໄຂບັນຫາດັ່ງກ່າວ. ປະທານາທິບໍດີທຣໍາ ກ່າວວ່າ ພວກເຮົາຕ້ອງການເບິ່ງແຍງ
ພວກ DACA ແລະພວກເຮົາຫວັງວ່າ ພວກເຮົາຈະໄດ້ເຮັດ. ພວກເຮົາຕ້ອງການໆ
ສະໜັບສະໜູນ ຂອງພັກເດໂມແຄຣັດເພື່ອປະຕິບັດສິ່ງນີ້ ແລະເຂົາເຈົ້າອາດຈະບໍ່ຢາກ
ເຮັດ. ເຂົາ ເຈົ້າເວົ້າຄືດັ່ງກັບຢາກເຮັດ ແຕ່ພວກເຮົາຈະຮູ້ໃນບໍ່ຊ້ານີ້. ເພື່ອໃຫ້ສຳເລັດລຸ
ລ່ວງ ພວກເຮົາຕ້ອງໄດ້ທຳການ ປະນີປະນອມບາງຢ່າງ. ພວກເຮົາຕ້ອງເຕັມໃຈຍອມ ໃຫ້ຈັກໜ້ອຍນຶ່ງເພື່ອປະເທດຂອງພວກເຮົາຈະໄດ້ຜົນປະໂຫຍດຢ່າງຫຼວງຫຼາຍ.”