ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອາທິດວານນີ້ໄດ້ເຕືອນຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຕໍ່ການກະທຳທາງທະຫານທີ່ມີເຈຕະນາມຸ່ງຮ້າຍ, ເຖິງແມ່ນລັດຖະບານ ພຽງຢາງ ໄດ້ປະກາດວ່າເຂົາເຈົ້າໄດ້ດຳເນີນ “ການທົດລອງທີ່ສຳຄັນຫຼາຍ” ຢູ່ສະຖານທີ່ປ່ອຍດາວທຽມກໍຕາມ.
ທ່ານ ທຣຳ ໄດ້ກ່າວໃນທວິດເຕີວ່າ “ທ່ານ ກິມ ຈົງ ອຶນ ເປັນຄົນທີ່ສະຫຼາດໂພດ ແລະ ປັດຈຸບັນນີ້ອາດປະສົບຄວາມລຳບາກ, ແທ້ຈິງແລ້ວໝົດທຸກຢ່າງ, ຖ້າລາວເຮັດໃນວິທີທີ່ເປັນການມຸ່ງຮ້າຍ.”
ຜູ້ນຳ ສະຫະລັດ ໄດ້ກ່າວວ່າ “ທ່ານໄດ້ເຊັນຂໍ້ຕົກລົງປົດອາວຸດນິວເຄລຍທີ່ແຂງແກ່ນກັບຂ້າພະເຈົ້າໃນປະເທດ ສິງກະໂປ. ລາວຄົງບໍ່ຢາກສູນເສຍສາຍພົວພັນທີ່ພິເສດກັບປະທານາທິບໍດີແຫ່ງ ສະຫະລັດ ຫຼື ແຊກແຊງການເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນເດືອນພະຈິກປີໜ້າ. ເກົາຫຼີເໜືອ ພາຍໃຕ້ການນຳພາຂອງທ່ານ ກິມ ຈົງ ອຶນ ມີໂອກາດທາງດ້ານເສດຖະກິດທີ່ມະຫາສານ, ແຕ່ເຂົາເຈົ້າຕ້ອງປົດອາວຸດນິວເຄລຍຕາມທີ່ໄດ້ສັນຍາໄວ້. ອົງການ NATO, ຈີນ, ຣັດເຊຍ, ຍີ່ປຸ່ນ ແລະ ທົ່ວໂລກແມ່ນເຫັນພ້ອມກັນກ່ຽວກັບບັນຫານີ້.”
ຄຳເຫັນຂອງທ່ານ ທຣຳ ໄດ້ມີຂຶ້ນຫຼັງຈາກສື່ມວນຊົນລັດຖະບານ ເກົາຫຼີເໜືອ ໄດ້ກ່າວວ່າ ການທົດລອງໄດ້ດຳເນີນຂຶ້ນໃນວັນເສົາທີ່ຜ່ານມາ ຢູ່ສະຖານີປ່ອຍດາວທຽມ ໂຊແຮ ເລກ 7, ເຊິ່ງແມ່ນສະຖານທີ່ຍິງຈະຫຼວດໄລຍະໄກໃນເມືອງ ທົງຈາງ-ຣີ, ພາກສ່ວນນຶ່ງຂອງແຂວງ ພຽງຢາງເໜືອ ຕັ້ງຢູ່ໃກ້ກັບເຂດຊາຍແດນຂອງ ຈີນ.
ອົງການຂ່າວ ສູນກາງ ເກົາຫຼີ ທີ່ດຳເນີນການໂດຍລັດຖະບານໄດ້ກ່າວວ່າ ຜົນທີ່ອອກມາ “ຈະມີຜົນກະທົບທີ່ສຳຄັນຕໍ່ການປ່ຽນແປງສະຖານະຍຸດທະສາດຂອງ ສາທາລະນະ ປະຊາທິປະໄຕ ເກົາຫຼີ ອີກຄັ້ງນຶ່ງໃນອະນາຄົດ.” ແຕ່ລາຍງານບໍ່ໄດ້ເວົ້າວ່າ ມັນເປັນການທົດລອງຊະນິດໃດຢູ່ສະຖານດັ່ງກ່າວນັ້ນ.
ການປະກາດຂອງ ເກົາຫຼີເໜືອ ໄດ້ມີຂຶ້ນນຶ່ງວັນ ຫຼັງຈາກໂທລະພາບ CNN ໄດ້ລາຍງານວ່າ ບໍລິສັດ Planet Labs, ເຊິ່ງແມ່ນບໍລິສັດຖ່າຍພາບຈາກດາວທຽມພານິດ, ໄດ້ກວດພົບກິດຈະກຳຢູ່ສະຖານີປ່ອຍດາວທຽມ ໂຊແຮ, ລວມທັງພາບຂອງຕູ້ສິນຄ້າຂະໜາດໃຫຍ່.
ປີນີ້ໄດ້ເປັນປີທີ່ຄຶກຄັກທີ່ສຸດຂອງ ເກົາຫຼີເໜືອ ໃນແງ່ຂອງການຍິງລູກສອນໄຟ. ການທົດຂອງວັນເສົາທີ່ຜ່ານມາໄດ້ມີຂຶ້ນໃນຂະນະທີ່ ເກົາຫຼີເໜືອ ໄດ້ສືບຕໍ່ກ່າວເນັ້ນເຖິງຂີດເສັ້ນຕາຍທ້າຍປີທີ່ເຂົາເຈົ້າໄດ້ປະກາດສຳລັບ ສະຫະລັດ ເພື່ອປ່ຽນແປງວິທີການຂອງເຂົາເຈົ້າ ຕໍ່ການເຈລະຈານິວເຄລຍທີ່ໄດ້ຢຸດຊະງັກນັ້ນ.
ພຽງຢາງ ໄດ້ດຳເນີນການຍິງລູກສອນໄຟໄລຍະໃກ້ ແລະ ໄກປານກາງ 13 ຄັ້ງນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ. ຜູ້ຊ່ຽວຊານສ່ວນຫຼາຍເວົ້າວ່າ ການທົດລອງເກືອບທຸກຄັ້ງ ປະກອບມີຮູບແບບບາງຢ່າງຂອງເທັກໂນໂລຈີລູກສອນໄຟຂີປະນາວຸດ.