ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ເຕືອນ​ອີ​ຣ່ານ​ວ່າ ສະ​ຫະ​ລັດ 'ພ້ອມ​ແລ້ວ' ແຕ່ 'ບໍ່​ໄດ້ຮີບ​ຮ້ອນ'


ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ສື່ມວນ​ຊົນ ກ່ອນ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ຢູ່​ເດີ່ນ​ດ້ານ​ໃຕ້ ຂອງ​ທຳ​ນຽບ​ຂາວ.
ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ສື່ມວນ​ຊົນ ກ່ອນ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ຢູ່​ເດີ່ນ​ດ້ານ​ໃຕ້ ຂອງ​ທຳ​ນຽບ​ຂາວ.

ສະ​ຫະ​ລັດ​ແມ່ນ “ພ້ອມ​ແລ້ວ” ທີ່​ຈະ​ໂຈມ​ຕີ ສະ​ຖານ​ທີ່ສາມ​ແຫ່ງ​ໃນ​ອີ​ຣ່ານ ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່​ການ​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ​ຕົກ ຢູ່​ໃນ​ບໍ​ລິ​ເວນຊ່ອງ​ແຄ​ບ​ຮໍ​ມຸ​ສ ແຕ່​ໄດ້​ສັ່ງ​ໃຫ້​ຍົກ​ເລີກ​ການ​ໂຈມ​ຕີ​ດັ່ງ​ກ່າວ ​ໃນ​ນາ​ທີ​ສຸດ​ທ້າຍ ​ຍ້ອນເຫັນ​ແກ່​ຊີ​ວິດ​ຂອງ​ຊາວ​ອີ​ຣ່ານ.

ການ​ເປີດ​ເຜີຍ ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຜ່ານ​ທາງ​ສື່ສັງ​ຄົມ ​ໃນ​ວັນ​ສຸກວານນີ້ ມີ​ຂຶ້ນ​ຫຼັງ​ຈາກ​ ລາຍ​ງານ​ຂ່າວ​ແຈ້ງວ່າ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ​ໃນ​ຂັ້ນ​ຕົ້ນ ​ໄດ້​ອະ​ນຸ​ມັດ​ການ​ໂຈມ​ຕີ ຕໍ່​ເປົ້າ​ໝາຍຈຳ​ນວນ​ນຶ່ງ ​ຂອງ​ອີ​ຣ່ານ ເຊັ່ນ​ທີ່​ຕັ້ງ​ຂອງເຣ​ດ້າແລະ​ລູກ​ສອນ​ໄຟ ​ກ່ອນ​ທີ່​ຈະ​ຍົກ​ເລີກ​ຄຳ​ສັ່ງ​ດັ່ງ​ກ່າວ.

ທ່ານ​ທ​ຣຳ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ວ່າ ການ​ໂຈ​ມ​ຕີ​ທີ່​ວ່ານີ້ອາດ​ຈະ​ບໍ່​ສົມ​ສ່ວນ ໂດຍກ່າວ​ວ່າ “ພວກ​ເຮົາ​ແມ່ນ​ພ້ອມ​ແລ້ວທີ່​ຈະ​ຕອບ​ໂຕ້​ຄືນ​ ໃນ​ຄືນ​ແລ້ວນີ້ ຕໍ່​ສະ​ຖານທີ່​ສາມ​ແຫ່ງ ເວ​ລາ​ຂ້າ​ພະ​ເຈົ້າ​ຖາມ​ວ່​າ ຈະ​ມີ​ຄົນ​ເສຍ​ຊີ​ວິດ​ ຫຼາຍ​ປານ​ໃດ. 150 ຄົນ ຂະ​ນ້ອຍ ນັ້ນ​ຄື​ຄຳ​ຕອບ​ຂອງ​ນາຍ​ພົນ​ທ່ານ​ນຶ່ງ. 10 ກ່ອນ​ຈະ​ມີ​ການ​ໂຈມ​ຕີເກີດ​ຂຶ້ນ ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໃຫ້​ຢຸດ.”

ທ່ານ​ທ​ຣຳ ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮີບ​ຮ້ອນ.”

ນອກນັ້ນ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ເວົ້າ​ວ່າ ທ່ານ​ໄດ້​ອະ​ນຸ​ມັດ​ໃຫ້​ມີ​ການ​ລົງໂທດ “ທີ່​ສ້າງ​ຄວາມ​ເຈັບ​ປວດ” ເພີ້ມ​ຕື່ມ​ຕໍ່​ອີ​ຣ່ານ ໃນ​ຕອນ​ແລງວັນ​ພະ​ຫັດ​ຜ່ານມາ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ກົດ​ດັນ​ຢ່າງ​ໜັກ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ເພື່​ອບັງ​ຄັບ​ໃຫ້​ອີ​ຣ່ານ​ເປີດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ຕົນ.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ອີ​ຣ່ານ ​ຈະ​ບໍ່​ສາ​ມາດ ​ມີ​ອາ​ວຸດ​ນິວ​ເຄ​ລຍ​ໄດ້ ບໍ່​ຕໍ່​ຕ້ານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ​ບໍ່​ຕໍ່​ຕ້ານ​ໂລກ.”

ການ​ເຄື່ອນ​ໄຫວ​ທີ່​ວ່ານີ້​ປາ​ກົດ​ວ່າ ໄດ້​ແກ່​ດຶງ​ເອົາ​ວໍ​ຊິງ​ຕັນ​ແລະ​ເຕ​ຫະ​ຣ່ານ​ອອກຈາກ​ການ​ເກີດ​ບັນ​ຫາ​ຂັດ​ແຍ້ງ ​ດ້ວຍ​ກຳ​ລັງ​ອາ​ວຸດ ​ທີ່​ອາດ​ເຮັດ​ໃຫ້​ ພາກ​ຕາ​ເວັນ​ອອກ​ກາງ​ ລຸກ​ໄໝ້ ເປັນ​ແປວ​ໄຟ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ວັນ​ສຸກວານນີ້ ໄດ້​ໂອ້ລົມ​ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເຈົ້າ​ຟ້າ​ຊາຍ​ ໂມ​ຮຳ​ເໝັດບິນ ຊາ​ລ​ແມນ.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ໂຮ​ແກັນ ກີດ​ລີ ກ່າວ​ວ່າ “ພວກ​ຜູ້​ນຳ​ທັງ​ສອງ​ຍັງໄດ້​ຫາ​ລື​ກັນ ກ່ຽວ​ກັບ​ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍໃນ​ການ​ສ້າງ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ຕາ​ເວັນ​ອອກ​ກາງແລະ​ຕະ​ຫຼາດ​ນ້ຳ​ມັນ​ຂອງ​ໂລກ. ນອກນັ້ນພວກ​ທ່ານ​ຍັງ​ໄດ້​ຫາ​ລື​ກັນ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່ ​ທີ່​ພວມ​ເພີ້​ມ​ທະ​ວີ​ຂຶ້ນ ຈາກ​ອຳ​ນາດການ​ປົກ​ຄອງ​ຂອງ​ອີ​ຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG