ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ດໍ​ໂນ​ລ ທ​ຣຳ ​ເຕືອນ ອີ​ຣ່ານ ວ່າ​ ເຂົາ​ເຈົ້າ “ຕ້ອງ​ລະມັດ​ລະ​ວັງ”


ພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2011 ສະແດງໃຫ້ເຫັນ ໂຮງງານນິວເຄລຍ ຢູ່ໃກ້ໆກັບ ເມືອງ ອາຣັກ ຢູ່ພາກຕາເວັນຕົກ ສຽງໃຕ້ ຫ່າງຈາກນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ 250 ກິໂລແມັດ.
ພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2011 ສະແດງໃຫ້ເຫັນ ໂຮງງານນິວເຄລຍ ຢູ່ໃກ້ໆກັບ ເມືອງ ອາຣັກ ຢູ່ພາກຕາເວັນຕົກ ສຽງໃຕ້ ຫ່າງຈາກນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ 250 ກິໂລແມັດ.

ປ​ະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເຕືອນ ອີ​ຣ່ານ ວ່າ​ເຂົາ​ເຈົ້າ “ຕ້ອງ​ລະ
​ມັດ​ລະ​ວັງ” ຫຼັງ​ຈາກ​ລັດ​ຖະ​ບານ ເຕ​ຫະ​ຣ່ານ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ
ກຳ​ລັງ​ຂະ​ຫຍາຍ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ​ເກີນ​ຂີດ​ຈຳ​ກັດ ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ຂໍ້​ຕົກ​ລົງ​
ນິວ​ເຄ​ລຍ 2015.

ທ່ານ​ບໍ່​ໄດ້​ລະ​ບຸຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ ການພິ​ຈາ​ລະ​ນາຕອບ​ໂຕ້ທີ່​ສະ​ເພາະ
​ເຈາະ​ຈົງ​ໃດໆຈາກ​ລັດ​ຖະ​ບານ​ຂອງ​ທ່ານ, ແຕ່​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ເຫັນ​ທີ່​ວ່າ “ອີ​ຣ່ານ
ຈະ​ບໍ່​ມີ​ວັນ​ໄດ້​ຄອບ​ຄອງ​ອາ​ວຸດ​ນິວ​ເຄ​ລຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ຄຳ​ເຫັນ​ຂອງ​ທ່ານຫຼາຍ​ຊົ່ວ​ໂມງ ຫຼັ​ງ​ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​
ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​
ອີ​ຣ່ານ, ຈະ​ນຳ​ໄປ​ສູ່ “ການ​ໂດດ​ດ່ຽວ ແລະ ຖືກ​ມາດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ.”

ທ່ານ ພອມ​ພຽວ ໄດ້​ຂຽນ​ວ່າ “ປະ​ເທດ​ຕ່າງ​ໆ​ຄວນ​ຟື້ນ​ຟູ​ມາດ​ຕະ​ຖານ​ທີ່​ມີ​ມາ​ດົນ​ນານ
ກ່ຽວ​ກັບ ການ​ຫ້າມ​ກັ່ນ​ທາດ​ຢູ​ເຣ​ນຽມ ສຳ​ລັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ ອີ​ຣ່ານ. ລະ​ບອບ
​ການ​ປົກ​ຄອງ​ຂອງ ອີ​ຣ່ານ ກັບ​ອາ​ວຸດ​ນິວ​ເຄ​ລຍ ຈະ​ເປັນ​ອັນ​ຕະ​ລາຍ​ຍິ່ງກວ່າ​ເກົ່າ​ຕໍ່​ໂລກ.”

ອັງ​ກິດ​ ໄດ້​ຮຽກຮ້ອງ ອີ​ຣ່ານ ໃຫ້ “ຢຸດ ແລະ ຕ່າວ​ປີ້ນ” ການ​ກະ​ທຳ​ທຸກ​ຢ່າງ ທີ່ບໍ່​ສອດ​
ຄ່ອງ​ກັບ​ຂໍ້​ຕົກ​ລົງ, ພາຍ​ໃຕ້​ການ​ຫ້າມ​ທີ່​ເຂົາ​ເຈົ້າ​ໄດ້​ຍອມ​ຮັບ ກ່ຽວ​ກັບ ໂຄງ​ການ​ນິວ
​ເຄ​ລຍ​ຂອງ​ເຂົາ​ເຈົ້າ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ
​ທາງ​ເສດ​ຖະ​ກິດ.

ຝ​ຣັ່ງ ໄດ້​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ ອີ​ຣ່ານ ແມ່ນ​ການ “ລ່ວງ​ລະ​ເມີດ” ຂໍ້​ຕົກ​ລົງ​
ສາ​ກົນ.

ລາຍ​ງານ​ຈາກ ອີ​ຣ່ານ ເວົ້າ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງຕົນອາດ​ເພີ່ມ​ການ​ກັັ່ນ​ທາດ
ຢູ​ເຣ​ນຽມເພີ້ມ​ຂຶ້ນ 5 ເປີ​ເຊັນ, ເຊິ່ງ​ພຽງ​ພໍ​ທີ່​ຈະ​ຜະ​ລິດ​ເຊື້ອ​ໄຟ​ສຳ​ລັບ​ໂຮງ​ງານ​ພະ​ລັງ​
ງານ​ໄຟ​ຟ້າ​ນິວ​ເຄ​ລຍ, ແຕ່​ຍັງ​ຕ່ຳ​ກວ່າ 90 ເປີ​ເຊັນຫຼາຍກວ່າ ທີ່​ຕ້ອງ​ການ​ເພື່ອ​ສ້າງ
​ອາ​ວຸດ​ນິວ​ເຄ​ລຍ. ປະ​ລິ​ມານ​ສູງ​ສຸດ​ໃນ​ປັດ​ຈຸ​ບັນ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ນິ​ວ​ເຄ​ລຍ ​ແມ່ນ
3.67 ເປິ​ເຊັນ.

ແຕ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ເຊິ່ງ​ແມ່ນ​ຄູ່
ປໍ​ລະ​ປັກ​ກັບ ອີ​ຣ່ານ ກ່າວ​ວ່າ “ການ​ກັ່ນ​ທາດ​ຢູ​ເຣ​ນຽມ ໄດ້​ເຮັດ​ຂຶ້ນ​ສຳ​ລັບ​ເຫດ​ຜົນ​ດຽວ
ແລະພຽງ​ເຫດ​ຜົນ​ດຽວເທົ່າ​ນັ້ນ​ຄື “ມັນແມ່ນ​ສຳ​ລັບ​ການ​ສ້າງ​ລະ​ເບີດ​ປະ​ລະ​ມະ​ນູ.”

ທ່ານ ທ​ຣຳ ໄດ້​ຖອນ ສະ​ຫະ​ລັດ ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍດັ່ງ​ກ່າວ​ປີ​ກາຍນີ້ ແລະ
ໄດ້​ວາງ​ມາດ​ຕະ​ການ​ລົງ​ໃສ່ ອີ​ຣ່ານ ຄືນ, ເຊິ່ງ​ມັນ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ ອີ​ຣ່ານ
ຊຸດ​ໂຊມ​ລົງ​ຢ່າງ​ໜັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG