ບັນດາສະມາຊິກສະພາ ໃນເກາະ Guam ໃຫ້ຄວາມໝັ້ນໃຈແກ່ເຂດເລືອກຕັ້ງ ຂອງ
ຕົນວ່າ ດິນແດນຂອງສະຫະລັດແຫ່ງນີ້ ແມ່ນມີຄວາມປອດໄພ ຫຼັງຈາກ ການອ້າງ
ຂອງເກົາຫຼີເໜືອ ທີ່ວ່າ ຕົນກຳລັງພິຈາລະນາເບິ່ງ ແຜນການທີ່ຈະເຮັດໃຫ້ດິນແດນ
ອ້ອມແອ້ມເກາະທີ່ມີຄວາມສຳຄັນທາງຍຸດທະສາດ ໃນມະຫາສະໝຸດປາຊີຟິກ “ລຸກ
ໄໝ້ເປັນໄຟ.”
ໃນຖະແຫລງການ ສະບັບທີ່ນຳອອກເຜີຍແຜ່ ໃນຕອນເຊົ້າວັນພຸດມື້ນີ້ ຢູ່ໃນເຂດ
ເອເຊຍ ນັ້ນ ອົງການຂ່າວສູນກາງ ຂອງເກົາຫຼີເໜືອ ໄດ້ກ່າວວ່າ ກອງທັບຂອງຕົນ
ໄດ້ “ພິຈາລະນາເບິ່ງຢ່າງຖີ່ຖ້ວນ” ກ່ຽວກັບແຜນການ ທີ່ຈະໂຈມຕີດ້ວຍລູກສອນໄຟ
ຕໍ່ເກາະ Guam. ຖານທັບຕ່າງໆ ຂອງອາເມຣິກາ ຢູ່ເກາະປາຊີຟິກ ທີ່ເປັນດິນແດນ
ຂອງສະຫະລັດ ນັ້ນ ແມ່ນເຊື່ອກັນວ່າ ເປັນຄັງອາວຸດນິວເຄລຍທີ່ໃຫຍ່ທີ່ສຸດຂອງ
ສະຫະລັດ ຢູ່ນອກປະເທດ ສະຫະລັດ.
ມີການອ້າງຄຳເວົ້າໂຄສົກ ກອງທັບຂອງເກົາຫຼີເໜືອ ທີ່ກ່າວວ່າ ແຜນການໂຈມຕີ
ຈະຖືກນຳມາ “ປະຕິບັດໃນທັນທີແລະ ຕິດຕໍ່ກັນ ຫລາຍດ້ານ ໃນເວລາໃດກໍໄດ້”
ຄັນມີຄຳສັ່ງຈາກ Kim Jong Un.
ຜູ້ປົກຄອງເກາະ Guam ທ່ານ Eddie Calvo ໄດ້ກ່າວຖະແຫລງທາງໂທລະພາບ
ວ່າ ບໍ່ມີໄພຂົ່ມຂູ່ຕໍ່ເກາະນີ້ ແຕ່ທ່ານກໍກ່າວອີກວ່າ ຕົນ “ໄດ້ກຽມພ້ອມສຳລັບ ສະຖາ
ນະການ ໃດໆທີ່ຈະເກີດຂຶ້ນ.” ຜູ້ປົກຄອງເກາະ Calvo ໄດ້ກ່າວຕໍ່ໄປວ່າ “Guam
ເປັນດິນແດນ ຂອງອາເມຣິກາ ບໍ່ພຽງແຕ່ເປັນຖານທັບ ເທົ່ານັ້ນ” ແລະ ໄດ້ຮັບ
ການຄ້ຳປະກັນ ໂດຍທຳນຽບຂາວ ວ່າ ການໂຈມຕີຕໍ່ Guam ຈະຖືກຕີລາຄາວ່າ
ເປັນການໂຈມຕີຕໍ່ສະຫະລັດ.
ທ່ານນາງ Madeleine Bordallo ສະມາຊິກລັດຖະສະພາທີ່ຖືກເລືອກ ຂອງ ເກາະ
Guam ຍັງໄດ້ສະແດງຄວາມໝັ້ນໃຈ ໃນຄວາມອາດສາມາດ ຂອງກຳລັງສະຫະລັດ
ທີ່ຈະປົກປ້ອງເກາະດັ່ງກ່າວ ຖ່າມກາງໄພຂົ່ມຂູ່ ທີ່ “ໜ້າເປັນຫ່ວງຢ່າງເລີກເຊິ່ງ”
ຂອງເກົາຫຼີເໜືອ ແຕ່ໄດ້ຮຽກຮ້ອງ ທ່ານທຣຳ ດຳເນີນງານຮ່ວມກັບປະຊາຄົມນາໆ
ຊາດ ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ.
ການເຄື່ອນໄຫວນີ້ ມີຂຶ້ນຫຼັງຈາກນຶ່ງມື້ ໃນການໃຊ້ວາທະສິນ ທີ່ຮ້ອນແຮງປະທະກັນ
ລະຫວ່າງ ວໍຊິງຕັນ ແລະ ພຽງຢາງ. ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ໄດ້ ອອກຄຳເຕືອນອັນໜັກແໜັ້ນ ໃນວັນອັງຄານວານນີ້ ຕໍ່ເກົາຫຼີເໜືອ ໂດຍກ່າວວ່າ
ຖ້າພຽງຢາງ ຍັງສືບຕໍ່ຂົ່ມຂູ່ສະຫະລັດ “ພວກເຂົາຈະໄດ້ພົບກັບ ໄຟ ແລະ ຄວາມ
ຮ້າຍແຮງ ທີ່ໂລກບໍ່ເຄີຍເຫັນມາກ່ອນ.”
ທ່ານທຣຳ ໄດ້ບອກບັນດານັກຂ່າວວ່າ Kim Jong Un ໄດ້ສະແດງທ່າທາງ ໃນແບບ
“ຂົ່ມຂູ່ຫຼາຍ” ນັບຕັ້ງແຕ່ ສະຫະລັດ ໄດ້ເພີ່ມມາດຕະການລົງໂທດ ຂອງຕົນຕໍ່ປະເທດ
ຄອມມິວນິສ ທີ່ໂດດດ່ຽວ ແລະ ໄດ້ຮັບຄະແນນສຽງ ທີ່ເປັນເອກກະສັນ ໂດຍສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ເພື່ອລົງໂທດ ຕໍ່ພຽງຢາງ.
ຊົມວີດີໂອ: ປ. ທຣຳ ກ່າວວ່າ ພຽງຢາງ "ບໍ່ຄວນ ຂົ່ມຂູ່ ສະຫະລັດ ອີກຕໍ່ໄປ"