ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຮຽກຮ້ອງ ໃຫ້ຖອນທະຫານ ສຫລ ຈາກອັຟການິສຖານ ພາຍໃນວັນຄຣິສມາສ


US to Push Ahead in 2020 With Planned Troop Drawdown in Afghanistan
please wait

No media source currently available

0:00 0:03:51 0:00

ສະຫະລັດມີແຜນທການສໍາລັບປີ 2020 ໂດຍການຫລຸດກໍາລັງທະຫານລົງ ໃນອັຟການິສຖານ.

ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ກ່າວໃນວັນພຸດວານນີ້ວ່າ ທ່ານຕ້ອງການເອົາກຳລັງສະຫະລັດທັງໝົດອອກຈາກອັຟການິສຖານ ກ່ອນທ້າຍປີນີ້ຊຶ່ງເປັນເສັ້ນຕາຍທີ່ໄວກວ່າ ເສັ້ນຕາຍທີ່ລັດຖະບານຂອງທ່ານວາງອອກກ່ອນ ໜ້ານັ້ນ.

"ພວກເຮົາຄວນຈະເອົາ ຜູ້ຊາຍແລະແມ່ຍິງທີ່ກ້າຫານ ທີ່ຍັງເຫລືອໃນຈໍານວນ ໜ້ອຍນຶ່ງທີ່ກຳລັງຮັບໃຊ້ຢູ່ໃນອັຟການິສຖານນັ້ນ ກັບຄືນບ້ານໃນວັນຄຣິສມາສນີ້!", ນັ້ນຄືຄໍາເວົ້າຂອງທ່ານທຣໍາທີ່ຂຽນລົງໃນທວີດເຕີ ໃນແລງວັນພຸດວານນີ້.

ສົງຄາມທີ່ຍືດຍາວທີ່ສຸດຂອງປະເທດດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2001 ເມື່ອກຳລັງທະຫານຂອງສະຫະລັດ ໄດ້ບຸກເຂົ້າໄປໃນອັຟການິສຖານ, ເພື່ອຕອບໂຕ້ຕໍ່ການໂຈມຕີ ໃນວັນທີ 11 ກັນຍາ ທີ່ນະຄອນນິວຢອກ ແລະ ນະຄອນຫຼວງວໍຊິງຕັນດີຊີ.

ການບຸກໂຈມຕີດັ່ງກ່າວໄດ້ໂຄ່ນລົ້ມກຸ່ມຕາລີບານ ທີ່ປົກຄອງປະເທດອັຟການິສຖານ ຢູ່ໃນເວລານັ້ນ ຊຶ່ງເປັນບ່ອນຢູ່ຂອງເຄືອຂ່າຍກຸ່ມກໍ່ການຮ້າຍອາລ-ຄາຍດາ ແລະຜູ້ນຳຂອງກຸ່ມດັ່ງກ່າວ, ໂອຊາມາ ບິນ ລາເດັນ (Osama bin Laden), ຊຶ່ງເປັນຜູ້ອອກຫົວຄິດໃນການໂຈມຕີໃນວັນທີ 11 ກັນຍາ. ແຕ່ກຸ່ມຕາລີບານໄດ້ກໍ່ກະບົດຢ່າງບໍ່ຢຸດຢັ້ງ ແລະນອງເລືອດ ກັບລັດຖະບານພົນລະເຮືອນ ທີ່ສະໜັບສະໜຸນ ໂດຍສະຫະລັດ ນັບຕັ້ງແຕ່ກຸ່ມດັ່ງກ່າວ ຖືກໂຄ່ນລົ້ມລົງ.

ສະຫະລັດ ແລະກຸ່ມຕາລີບານ ໄດ້ບັນລຸຂໍ້ຕົກລົງໃນເດືອນກຸມພາຜ່ານມາ ໃຫ້ສະຫະລັດຖອນກຳລັງທະຫານທັງໝົດຂອງຕົນທີ່ຍັງເຫລືອຢູ່ນັ້ນ ອອກຈາກອັຟການິສຖານໃນກາງປີ 2021 ເພື່ອເປັນການສະໜອງຕອບ ຕໍ່ການຮັບປະກັນໂດຍກຸ່ມຕາລີບານວ່າ ຈະບໍ່ໃຫ້ກຸ່ມກໍ່ການຮ້າຍ ໃຊ້ດິນແດນອັຟການິສຖານເພື່ອ ທໍາການໂຈມຕີຕໍ່ປະເທດຕ່າງໆ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG