ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຢາກຊ່ວຍລັດຕ່າງໆ ໃນການກະກຽມ ອາວຸດໃຫ້ ຄູອາຈານບາງຄົນ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ໃນທີ່ຊຸມນຸມໂຄສະນາຫາສຽງ ທີ່ສາງເກັບເຮືອບິນ Atlantic Aviation ໃນເມືອງ ມູນ "Moon" ລັດເພັນຊິລເວເນຍ. 10 ມີນາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ໃນທີ່ຊຸມນຸມໂຄສະນາຫາສຽງ ທີ່ສາງເກັບເຮືອບິນ Atlantic Aviation ໃນເມືອງ ມູນ "Moon" ລັດເພັນຊິລເວເນຍ. 10 ມີນາ, 2018.

ທຳນຽບຂາວ ໄດ້ປະຕິຍານ ໃນວັນອາທິດວານນີ້ ວ່າຈະໃຫ້ການຊ່ອຍເຫຼືອແຕ່ລະລັດ
ເພື່ອ “ຝຶກອົບຮົມໃນດ້ານການໃຊ້ອາວຸດປືນຢ່າງເອົາຈິງເອົາຈັງ” ແກ່ບັນດານາຍຄູບາງ
ສ່ວນ ແລະ ຮັບຮອງເອົາຮ່າງກົດໝາຍທີ່ຮັດກຸມ ໃນດ້ານຂອງລະບົບການກວດເບິ່ງປະ
ຫວັດຂອງຜູ້ຊື້ປືນ ແຕ່ໄດ້ຖອນໂຕອອກຈາກການຮັບຮອງວ່າ ຈະຂຶ້ນກຳນົດອາຍຸຂັ້ນ
ຕ່ຳຂອງຜູ້ທີີ່ຈະຊື້ປືນບາງປະເພດ ໂດຍປະທານາທິບໍດີ ດໍໂນລ ທຣຳ ກ່ອນໜ້ານີ້.

ໃນການປະຊຸມ ໂດຍຜ່ານທາງໂທລະສັບ ກັບບັນດານັກຂ່າວ ນັ້ນ ບັນດາເຈົ້າໜ້າທີ່
ຄະນະລັດຖະບານໄດ້ກ່າວວ່າ ທ່ານ ທຣຳ ຈະຊຸກຍູ້ໃຫ້ທຸກລັດ ມອບອຳນາດຊົ່ວຄາວ
ໃຫ້ແກ່ບັນດາເຈົ້າໜ້າທີ່ພິທັກກົດໝາຍ ທີ່ສາມາດຍຶດເອົາປືນ ຈາກບຸກຄົນ ຫຼື ປ້ອງກັນ
ບໍ່ໃຫ້ພວກເຂົາເຈົ້າຊື້ອາວຸດຕ່າງໆໄດ້ ຖ້າຫາກພວກເຂົາເຈົ້າສະແດງໃຫ້ເຫັນວ່າ ເປັນ
ໄພຂົ່ມຂູ່. ທ່ານປະທານາທິບໍດີ ຍັງຈະສະໜັບສະໜູນ ການຂະຫຍາຍໂຄງການຕ່າງໆ
ກ່ຽວກັບ ສຸຂະພາບທາງຈິດນຳ.

ກ່ອນໜ້ານີ້ ທ່ານທຣຳ ໄດ້ສະແດງອອກເຖິງການສະໜັບສະໜູນ ໃຫ້ເລື່ອນກຳນົດອາ
ຍຸຂັ້ນຕ່ຳຂຶ້ນ ສຳລັບການຊື້ພວກອາວຸດໂຈມຕີ ຈາກ 18 ປີ ເປັນ 21 ປີ ແຕ່ແຜນການທີ່
ໄດ້ປະກາດອອກໄປ ໃນວັນອາທິດວານນີ້ ບໍ່ໄດ້ລວມເອົາເລື່ອງນີ້ເລີຍ.

ໄດ້ມີການເພັ່ງເລັງໃສ່ນະໂຍບາຍການຄວບຄຸມປືນ ເພີ່ມຫຼາຍຂຶ້ນ ຫຼັງຈາກທີ່ເກີດເຫດ
ການຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມ ໃນລັດຟລໍຣີດາ ທີ່ເຮັດໃຫ້ມີ 17 ຄົນເສຍຊີ
ວິດ ເມື່ອເດືອນແລ້ວນີ້. ທາງການ ໄດ້ກ່າວຟ້ອງ ຊາຍໜຸ່ມອາຍຸ 19 ປີ ສຳລັບການຍິງ
ສັງຫານດັ່ງກ່າວ ໂດຍກ່າວວ່າ ລາວໄດ້ໃຊ້ປືນຍາວແບບເຄິ່ງອັດຕະໂນມັດ.

ພວກນັກຮຽນຫຼາຍຄົນ ຈາກໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລາສ
"Marjory Stoneman Douglas" ໃນເມືອງພາກແລນ ລັດຟລໍຣີດາ ໄດ້ພາກັນອອກ
ປາກອອກສຽງ ຮຽກຮ້ອງລັດນີ້ ແລະ ບັນດາຜູ້ນຳທົ່ວປະເທດ ໃຫ້ເອົາມາດຕະການ
ເພື່ອຮັບປະກັນວ່າ ເຫດການຍິງສັງຫານເຊັ່ນນັ້ນ ຈະບໍ່ເກີດຂຶ້ນອີກ. ພວກນັກຮຽນທົ່ວ
ປະເທດ ວາງແຜນວ່າ ຈະພາກັນຍ່າງອອກຈາກການຮ່ຳຮຽນ ໃນວັນພຸດ ຈະມາເຖິງນີ້
ເຊິ່ງເປັນວັນຄົບຮອບນຶ່ງເດືອນ ຂອງການຍິງສັງຫານຢູ່ໃນເມືອງພາກແລນ ພ້ອມດ້ວຍ
ການເດີນຂະບວນ ຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນເສົາ ທີ 24 ມີນາ ນີ້.

ທ່ານທຣຳ ຢາກຈະຊ່ອຍເຫຼືອທຸກລັດ ໃນການຝຶກອົບຮົມໃຫ້ເຈົ້າໜ້າທີ່ຂອງໂຮງຮຽນ
ທີ່ມີຄຸນສົມບັດພິເສດ ຜູ້ທີ່ອາສາສະໝັກຈະຖືປືນ ແລະ ຢາກຊຸກຍູ້ໃຫ້ບັນດາທະຫານ
ຜ່ານເສິກ ແລະ ບັນດາເຈົ້າໜ້າທີ່ຕຳຫຼວດທີ່ກະສຽນແລ້ວນັ້ນ ໃຫ້ສະແຫວງຫາອາຊີບ
ໃໝ່ ເຊັ່ນເປັນຄູສອນໜັງສື.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG