ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ຢາກ​ກວາດ​ລ້າງ ພວກ​ອົງ​ການ ຄ້າ​ຢາ​ເສບ​ຕິດ ເມັກ​ຊິ​ໂກ ອອກ​ຈາກ​ ພື້ນ​ຜິວ​ຂອງ​ໂລກ


ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າອົງ​ການ​ຄ້າ​ຢາ​ເສບ​ຕິດ​ຂອງ ເມັກ​ຊິ​ໂກ ຕ້ອງ​ຖືກ “ກວາດ​ລ້າງ​ອອກ​ໄປ​ຈາກ​ໜ້າ​ຂອງ​ໂລກ” ຫຼັງ​ຈາກ​ສະ​ມາ​ຊິກ​ທີ່​ສົງ​ໄສ​ຂອງ​ແກັ່ງ​ດັ່ງ​ກ່າວ​ໄດ້​ສັງ​ຫານ​ແມ່​ຍິງ ແລະ ເດັກ​ນ້ອຍ ສະ​ຫະ​ລັດ 9 ຄົນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ເມັກ​ຊິ​ໂກ.

ລັດ​ຖະ​ມົນ​ຕີ​ຄວາມ​ໝັ້ນ​ຄົ​ງ ເມັກ​ຊິ​ໂກ ເຊື່ອ​ວ່າ ສະ​ມາ​ຊິກ​ຂອງອົງ​ການ​ຄ້າ​ຢາ​ເສບ​ຕິດ​ດັ່ງ​ກ່າວ ປາ​ກົດ​ວ່າ​ໄດ້​ເຂົ້າ​ໃຈ​ຜິດ​ວ່າ​ລົດ SUV ຂອງ​ຜູ້​ເຄາະ​ຮ້າຍ​ເປັນ​ລົດ​ຂອງ​ແກັ່ງ​ຄ້າ​ຢາ​ເສບ​ຕິດ​ຄູ່​ແຂ່ງ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ຖ້າ​ເມັກ​ຊິ​ໂກຕ້ອງ​ການ ຫຼື ຂໍ​ໃຫ້​ຊ່ວຍ​ເຫຼືອ ​ໃນ​ການກວາດ​ລ້າງ​ພວກ​ຜີ​ທີ່​ວ່ານີ້, ສະ​ຫະ​ລັດ ແມ່ນ​ພ້ອມ, ຍິນ​ດີ ແລະ ສາ​ມາດ​ທີ່​ຈະ​ມີ​ສ່ວນ​ຮ່ວມ ແລະ ເຮັດ​ວຽກ​ຢ່າງວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ.” ທ່ານ​ໄດ້​ສະ​ເໜີ​ທີ່​ຈະ​ຊ່ວຍ​ເຫຼືອ ເມັກ​ຊິ​ໂກ “ຕໍ່​ສູ້” ກັບ​ອົງ​ການ​ຄ້າ​ຢາ​ເສບ​ຕິ​ດ​ຕ່າງໆ.”

ແຕ່​ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣ​ສ ມາ​ນູ​ແອ​ລ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ນັ້ນ, ໂດຍ​ເວົ້າ​ວ່າ ລັດ​ຖະ​ບານ​ຊຸດກ່ອນ​ຂອງ ເມັກ​ຊິ​ໂກ ໄດ້​ພະ​ຍາ​ຍາມ​ດ້ວຍ​ວິ​ທີ​ທາງ​ທະ​ຫານ ແລະ “ມັນ​ບໍ່​ໄດ້​ຜົນ.”

ທ່ານ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ຈະ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ແມ່ນ​ສົງ​ຄາມ.”

ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ລົມ​ກັບ​ທ່ານ ທ​ຣຳ ທາງ​ໂທ​ລະ​ສັບ​ໃນ​ວັນ​ອັງ​ຄານ​ວານນີ້.

ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິ​ດ​ເຕີ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຂອບ​ໃຈ​ທ່ານ ສຳ​ລັບ​ຄວາມ​ຍິນ​ດີ​ຂອງ​ທ່ານ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ພວກ​ເຮົາ, ແລະ ໄດ້​ແຈ້ງ​ໃຫ້​ທ່ານ​ຊາບ​ວ່າ ສະ​ຖາ​ບັນ​ຂອງ​ລັດ​ຖະ​ບານ ເມັກ​ຊິ​ໂກ ຈະ​ດຳ​ເນີນ​ການ​ເພື່ອ​ຮັບ​ປະ​ກັນ​ວ່າ ​ຈະ​ນຳ​ເອົາ​ຜູ້​ກະ​ທຳ​ຜິດ​ມາ​ລົງ​ໂທດ​ໃຫ້​ໄດ້.”

ການ​ຊຸ້ມ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລັດ ຊີ​ນາ​ລົວ ທາງ​ພາກ​ເໜືອ​ຂອງ ເມັກ​ຊິ​ໂກ, ບ່ອນ​ທີ່​ແກັ່ງ​ຄ້າ​ຢາ ຊີ​ນາ​ລົວ ໄດ້​ເຮັດ​ສົງ​ຄາມຍາດ​ການ​ຄວບ​ຄຸມ​ເຂດ​ແດນ​ທີ່ນອງ​ເລືອດ ແລະ ດົນ​ນານ​ກັບ​ແກັ່ງ​ຄ້າ​ຢາ​ຄູ່​ແຂ່ງ.

ຜູ້​ເຄາະ​ຮ້າຍ​ແມ່ນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ ເລີ​ບາ​ຣອນ, ເປັນ​ຄົນ ອາ​ເມ​ຣິ​ກັນ ຜູ້​ທີ່​ໄດ້​ກໍ່​ຕັ້ງ​ຊຸມ​ຊົນ ຄ​ຣິ​ສ​ຕຽນ ນິ​ກາຍ ມໍ​ມອນ ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ໃນ​ພາກ​ພື້ນ​ເຂດ​ຊາຍ​ແດນ​ນັ້ນ.

ຄອບ​ຄົວ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ໃນ​ລົດ​ສາມ​ຄັນ​ແຍກ​ກັນ ແລະ ໄດ້ມຸ່ງ​ໜ້າ​ເພື່ອ​ໄປ​ຢ້ຽມ​ຢາມ​ພີ່​ນ້ອງ. ແມ່​ຍິງ​ຄົນ​ນຶ່ງ​ໄດ້​ຂັບ​ລົດ​ເພື່ອ​ໄປ​ພົບ​ສາ​ມີ​ຂອງ​ລາວ​ຢູ່​ສະ​ໜາມ​ບິນ​ໃນ​ນະ​ຄອນ ຟີ​ນິ​ກ​ສ໌ ລັດ ອາ​ຣີ​ໂຊ​ນາ, ຂ້າມ​ເຂດ​ຊາຍ​ແດນ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG