ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ທຣຳ ອ້າງວ່າ ທ່ານມີອຳນາດ ເໜືອກວ່າ ລັດໃດໆໃນ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ຢູ່ສວນກຸຫຼາບຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 14 ມີນາ, 2020. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ຢູ່ສວນກຸຫຼາບຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 14 ມີນາ, 2020. (AP Photo/Alex Brandon)

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະເຊີນກັບການຕຳໜິ ວິຈານຢ່າງໜັກໃນວັນອັງຄານວານນີ້ ເມື່ອເວົ້າກັບຄືນຫາຄຳເຫັນ ທີ່ທ່ານ ໄດ້ກ່າວກ່ອນໜ້ານີ້ ທີ່ສະເໜີວ່າທ່ານມີອຳນາດຢ່າງເຕັມທີ່ ເພື່ອເປີດປະ ເທດຄືນ ຈາກວິກິດການໄວຣັສໂຄໂຣນາ.

ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວຢູ່ທຳນຽບຂາວໃນວັນຈັນທີ່ຜ່ານມາ, ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ ທ່ານຈະທຳການຕັດສິນໃຈຄົນດຽວ ກ່ຽວກັບ ເວລາໃດ ແລະ ວິທີທີ່ຈະສົ່ງປະຊາຊົນ ອາເມຣິກັນ ກັບໄປເຮັດວຽກ ແລະ ເປີດທຸລະກິດ ຕ່າງໆຄືນ, ແທນທີ່ຈະເປັນເຈົ້າເມືອງ ແລະ ຜູ້ປົກຄອງລັດຂອງປະເທດ ເປັນ ຜູ້ປະກາດຄຳສັ່ງໃຫ້ປະຊາຊົນຫຼາຍຮ້ອຍລ້ານຄົນກັກຕົວໃນພື້ນທີ່.

ບັນດານັກຊ່ຽວຊານດ້ານກົດໝາຍໄດ້ຄັດຄ້ານທັດສະນະຄະຕິຂອງທ່ານ ທຣຳ ວ່າ ບໍ່ຊັດແຈ້ງຕາມລັດຖະທຳມະນູນ.

ທ່ານ ພອລ ໂຣເຊັນສວີກ, ນັກວິຊາການອາວຸໂສດ້ານກົດໝາຍຢູ່ ສະຖາບັນ R Street ເຊິ່ງແມ່ນຄະນະວິໄຈຫົວອະນຸລັກນິຍົມ ແລະ ເສລີນິຍົມ ໃນນະຄອນ ຫຼວງ ວໍຊິງຕັນ ເວົ້າວ່າ “ບໍ່ມີໃຜແມ່ນແຕ່ຄົນດຽວໃນ ອາເມຣິກາ ຜູ້ທີ່ໄດ້ສຶກສາ ບັນຫານີ້ ໄດ້ເຫັນດີກັບທ່ານ.”

ທ່ານ ຈອນ ຢູ, ນັກວິຊາການດ້ານກົດໝາຍຫົວອະນຸລັກນິຍົມ ຜູ້ທີ່ມັກຈະປົກ ປ້ອງທ່ານ ທຣຳ ໃນໂທລະພາບຂ່າວ Fox ນັ້ນ, ໄດ້ປະຕິເສດການກ່າວອ້າງ ກ່ຽວກັບ ອຳນາດຢ່າງສົມບູນຂອງປະທາ ນາທິບໍດີ.

ທ່ານ ຢູ ອາຈານສອນກົດໝາຍຢູ່ມະຫາວິທະຍາໄລລັດຄາລິຟໍເນຍ ທີ່ເມືອງ ເບີກລີ, ໄດ້ຂຽນໃນວາລະສານຫົວອະນຸລັກນິຍົມ National Review ວ່າ “ການມອບອຳນາດທີ່ຈຳກັດ ແລະ ເຈາະຈົງຂອງລັດຖະທຳມະນູນ ໃຫ້ລັດຖະ ບານແຫ່ງຊາດ ບໍ່ໄດ້ລວມມີສິດທີ່ຈະອອກກົດລະບຽບໃຫ້ຂະ ແໜງສາທາລະ ນະສຸກ ຫຼື ທຸລະກິດທຸກຂະແໜງໃນດິນແດນ.”

ທ່ານ ທຣຳ ໄດ້ທຳການກ່າວອ້າງໃນກອງປະຊຸມຖະແຫຼງຂ່າວເມື່ອວັນຈັນທີ່ ຜ່ານມາ ເຊິ່ງທ່ານຖືກກົດດັນໂດຍບັນດານັກຂ່າວ ກ່ຽວກັບ ອຳນາດຂອງທ່ານ ທີ່ຈະເປີດເສດຖະກິດຄືນ.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເມື່ອຄົນໃດຄົນນຶ່ງເປັນປະທານາທິບໍດີຂອງ ສະຫະລັດ, ຜູ້ນັ້ນຈະມີອຳນາດຢ່າງເຕັມທີ່.​ ບັນດາຜູ້ປົກຄອງລັດຕ່າງໆກໍຮູ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG