ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກ່າວອ້າງ ຂອງທ່ານ Trump ກ່ຽວກັບ ການໂກງຄະແນນ ການເລືອກຕັ້ງ ບໍ່ແມ່ນ ເລື້ອງທີ່ໜ້າຫົວ


ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງ ທີ່ເມືອງ Delawareໃນລັດ Ohio.
ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງ ທີ່ເມືອງ Delawareໃນລັດ Ohio.

ປະທານາທິບໍດີ​ບາຣັກ ​ໂອບ​າມາກ່າວ​ວ່າ ການ​ຢືນ​ຢັດ​ຂອງ​ຜູຸ້ສະໝັກ​ເປັນ​ປະທາ​ນາ​ທິບໍດີ ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ທີ່ວ່າ ການ​ປ່ອນບັດ​ ໃນ​ວັນ​ທີ 8 ພະຈິກ ມີ​ການ​ໂກງ​ຄະ​ແນນ​ສຽງ​ຂອງ​ທ່ານ​ນັ້ນ ​ເປັນ​ເລື້ອງທີ່​ບໍ່ໜ້າ​ຢາກຫົວ​ເລີຍ.

​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ໃຫ້​ແກ່​ທ່ານ​ນາງ Hillary Clinton ທີ່​ນະຄອນ​ໄມ​ອາ ​ມີ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ ກ່າວ​ວ່າ ທ່ານ Trump ​ໄດ້​ປ່ຽນ​ທ່າ​ທີ ກ່ຽວ​ກັບ​ວ່າ​ທ່ານຈະ​ຮັບ​ເອົາຫຼືບໍ່ການ​ຕັດສິນ​ໃຈຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ອາເມ​ຣິກັນ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ເດືອນ​ໜ້ານີ້ ແມ່ນ​ເປັນ​ໄພ​ອັນຕະລາຍຕໍ່​ປະຊາທິປະ​ໄຕ. ທ່າ​ທີ​ຫຼ້າ​ສຸດ​ຂອງ​ທ່ານ Trump ທີ່​ໄດ້​ປະກາດ​ໃນວັນ​ພະຫັດ​ຜ່ານ​ມາ ປາກົດ​ວ່າ​ແມ່ນ​ເພື່ອ​ເວົ້າຕະ ຫລົກກັບ​ພວກ​ສະໜັບສະໜຸນທ່ານ​ຢ່າງ​ແຂງ​ຂັນ​ໂດຍ​ກ່າວວ່າ ​ແນ່ນອນ​ທ່ານ​ຈະ​ຮັບ​ເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງ ຕາບ​ໃດ​ທີ່​ມັນສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເປັນ​ຜູ້​ຊະນະ.

Trump Vows to 'Totally Accept' Election Results - If He Wins
please wait

No media source currently available

0:00 0:00:41 0:00

ໃນ​ລະຫວ່າງ​ການ​ໂຕ້​ວາທີ ​ຜູ້​ສະໝັກ​ປະທານາທິບໍດີ​ ເທື່ອ​ສຸດ​ທ້າຍ​ ໃນ​ແລງ​ວັນ​ພຸດຜ່ານ​ມາທີ່​ນະຄອນ Las Vegas ທ່ານ Trump ບໍ່​ຍອມ​ໃຫ້​ຄຳ​ໝັ້ນສັນຍາວ່າທ່ານ​ຈະ​ຮັບ​ເອົາ​ຜົນ​ຂອງ​ການ​ເລືອ​ກຕັ້ງ ​ແຕ່​ກັບ​ກ່າວ​ວ່າທ່ານ​ຕ້ອງການ​ຢາກ​ໃຫ້ປະ​ເທດ​ຊາດ “ລໍຖ້າ​ຟັງ​ຕໍ່​ໄປ”. ຄຳ​ຖະ​ແຫຼງຂອງ​ຜູ້ສະໝັກ ​ແມ່ນ​ຂັດ​ແຍ້​ງກັບ ​ການໃຫ້​ຄຳ​ໝັ້ນສັນຍາ ທີ່​ໄດ້​ໃຫ້​ໄວ້​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນ​ໂດຍ​ຜູ້​ສະໝັກ​ເປັນຮອງປະທານາທິບໍດີ​ຮ່ວມ​ກັບ​ທ່ານ ​ເຈົ້າ ໜ້າ​ທີ່​ຂັ້ນສູງ​ຂອງ​ການ​ໂຄສະນາ​ຫາ​ສຽງ ​ແລະ​ລູກ​ສາວ ​ພ້ອມ​ທັງ​ເປັນ​ທີ່​ປຶກສາ​ຂອງ​ທ່ານ ນາງ​ Ivanka Trump.

Obama Speaks Out on Trump
please wait

No media source currently available

0:00 0:01:56 0:00

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ຢູ່​ທີ່​ລັດ​ຟລໍຣິດາ​ວ່າ “​ເວລາ​ທ່ານ ​ພະຍາຍາມ ​ທີ່​ຈະຫວ່ານ ແກ່ນໃນ​ຄວາມ​ສົງ​ໄສ​ ລົງ​ໃສ່​ຈິດ​ໃຈ​ຂອງ​ຜູ້​ຄົນ ກ່ຽວ​ກັບ​ຄວາມ​ຖຶຶກຕ້ອງ​ຊອບທຳ ​ໃນ​ການ​ເລືອກ​ຕັ້ງຂອງ​ພວກ​ເຮົາ​ແລ້ວນັ້ນ​ແມ່ນ​ບ່ອນ​ທຳລາຍ​ຕໍ່​ລະບອບ​ປະຊາທິປະ​ໄຕຂອງ​ພວກ​ເຮົາ. ຈາກ​ນັ້ນທ່ານ​ແມ່ນ​ກຳລັງ​ເຮັດ​ວຽກ​ໃຫ້​ແກ່​ສັດຕູ​ຂອງພວກ​ເຮົາ.”

ທ່ານ​ໂອ​ບາ​ມາ​ໄດ້​ໂຈມຕີຢ່າງແຮງ ຕໍ່​ການ​ກ່າວ​ອ້າງ​ ຂອງ​ທ່ານ Trump ທີ່​ເວົ້າວ່າ​ທ່ານ​ຮູ້​ວ່າ​ໃນ​ເວລາ​ນີ້ ຈະ​ມີ​ການ​ສໍ້​ໂກງ ຢ່າງ​ກວ້າງຂວາງ ​ແລະ​ການ​ເລືອກຕັ້ງ ຈະມີ​ການໂກງ​ຄະ​ແນນ​ໂດຍ​ບໍ່​ໄດ້​ກ່າວ​ເຖິງ​ຫຼັກ​ຖານ​ໃດໆ ຊຶ່ງ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ແມ່ນ ​ໃຫ້​ຮ່ອງຮອຍ​ວ່າ ທ່ານ​ອາດ​ຈະ​ບໍ່​ຍອມຮັບ​ເອົາ​ການ​ເສຍ​ໄຊ ຊຶ່ງ​ການ​ຢັ່ງ​ຫາງ​ສຽງເກືອບ​ວ່າ​ທັງ​ໝົດແມ່ນ​ທຳ ນາຍ​ວ່າ ພວມ​ລໍຖ້າ​ທ່ານ​ຢູ່​ນັ້ນ.

Trump: I'll Decide After Election Whether to Accept Results; Clinton: That's Horrifying
please wait

No media source currently available

0:00 0:00:10 0:00

ນອກ​ນັ້ນປະທານາທິບໍດີກໍ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນຕໍ່​ສະມາຊິກ​ສະພາ​ສູງຈາກ​ລັດຟລໍຣິດາ ທ່ານ Marco Rubio ຊຶ່ງ​ຄັ້ງນຶ່ງ ​ເຄີຍ​ສະໝັກ​ປະທານາທິບໍດີ ແຂ່ງ​ກັບທ່ານ Trump ​ໃນ​ລະຫວ່າງ​ການ​ເລືອກ​ຕັ້ງຂັ້ນຕົ້ນ. ທ່ານ Rubio ​ໄດ້​ຖືກ​ປະນາມ​ຊ້ຳແລ້ວ​ຊ້ຳ​ອີກໂດຍ​ທ່ານ Trump ​ດ້ວຍ​ຄຳ​ເວົ້າ​ແບບ​ຖາກ​ຖາກ ​ໝິ່ນປະໝາດ ກ່ອນ​ທີ່​ຈະ​ຖອນ​ຕົວ ​ອອກ​ຈາກ​ການ​ແຂ່ງຂັນແຕ່​ໃນ​ເວລາ​ຕໍ່​ມາທ່ານ​ກໍ​ໄດ້​ໃຫ້ການ​ສະໜັບສະໜຸນ​ຕໍ່​ທ່ານ Trump ​ແລະ​ຍັງ​ສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ​ຜູ້ກ່ຽວ ທັງໆ​ທີ່​ໄດ້​ເກີດ​ບັນຫາ​ໂຕ້​ແຍ້​ງ​ໃນ​ເດືອນ​ນີ້ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ແບບລາມົກຂອງ​ທ່ານ Trump ຕໍ່​ພວກ​ແມ່ຍິງ​ຈຳນວນ​ນຶ່ງ​ ​ແລະ​ການ​ກ່າວ​ຫາ​ໂດຍ ພວກ​ແມ່ຍິງ​ຫລາຍ​ກວ່າ​ສິບ​ຄົນ ທີ່​ເວົ້າວ່າ ​ພວກ​ເຂົາ​ເຈົ້າ​ ໄດ້​ຕົກ​ເປັນ​ເຫ​ຍື່ອ ​ໃນ​ການລວນ​ລາມ​ທາງ​ເພດ​ຂອງ​ທ່ານ Trump ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG