ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ດໍໂນລ ທຣໍາ ໃຫ້ຄໍາໝັ້ນສັນຍາ ທີ່ຈະຟື້ນຟູເສດຖະກິດ ສຫລ ຄືນໃໝ່


ແມ່ຍິງຄົນນຶ່ງ ໃສ່ໜ້າກາກ ຍ່າງຜ່ານຫ້ອງອາຫານ ທີ່ຫວ່າງເປົ່າ ທີ່ຮ້ານຊັບພະສິນຄ້າ ໃນລັດອາລາບາມາ.
ແມ່ຍິງຄົນນຶ່ງ ໃສ່ໜ້າກາກ ຍ່າງຜ່ານຫ້ອງອາຫານ ທີ່ຫວ່າງເປົ່າ ທີ່ຮ້ານຊັບພະສິນຄ້າ ໃນລັດອາລາບາມາ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ປະກາດໃນວັນອັງຄານວານ ນີ້ວ່າ ທ່່ານຈະຟື້ນຟູເສດຖະກິດສະຫະລັດ ທີ່ໄດ້ຮັບຄວາມເສຍຫາຍຍ້ອນການ ລະບາດຂອງໄວຣັສໂຄໂຣນາ.

ປະທານາທິບໍດີທຣໍາ ກ່າວວ່າ ເມື່ອສອງເດືອນກ່ອນ ພວກເຮົາມີເສດຖະກິດ ຍິ່ງໃຫ່ຍທີ່ສຸດໃນໂລກ. ພວກເຮົາຈະເຮັດຄືນອີກ ແລະມັນຈະເກີດຂຶ້ນຢ່າງໄວວາ.

ທ່ານອີກກ່າວວ່າ ຊາວອາເມຣິກັນຈະພາກັນກັບຄືນໄປເຮັດວຽກຢ່າງປອດໄພ. ພວກເຮົາຈະເປີດປະເທດຄືນອີກ. ໝົດໂລກພາກັນຕື່ນເຕັ້ນເບິ່ງພວກເຮົາເພາະ ວ່າພວກເຮົາເປັນຜູ້ນຳພາໂລກ.”

ເຖິງຢ່າງໃດກໍດີ ໃນຂະນະນີ້ ສະຫະລັດມີຜູ້ເສຍຊີວິດຍ້ອນເຊື້ອໄວຣັສໂຄໂຣນາ ທັງໝົດຫຼາຍກວ່າ 69,000 ຄົນ ຫຼາຍກວ່າປະເທດອື່ນໃດໃນໂລກ ໂດຍມີການ ຄາດຄະເນວ່າ ຈະມີຫຼາຍກວ່າ 134,000 ຄົນ ເສຍຊີວິດໃນຕົ້ນເດືອນສິງຫາ ຈະມາເຖິງນີ້. ມີຄົນງານສະຫະລັດຫຼາຍກວ່າ 30 ລ້ານຄົນ ບໍ່ໄດ້ເຮັດວຽກເຮັດ ການ ໃນຂະນະທີ່ໂຕເລກຄົນຫວ່າງງານເພີ້ມຂຶ້ນຫຼາຍລ້ານຄົນ ໃນແຕ່ລະອາທິດ ໃນໄລຍະນຶ່ງເດືອນເຄິ່ງ ທີ່ຜ່ານມານີ້.

ທ່ານທຣໍາ ກ່າວວ່າ ການຄາດຄະເນກ່ຽວກັບການເສຍຊີວິຍ້ອນໄວຣັສໂຄໂຣນາ ໃນເດືອນສິງຫາ ຈະເກີດຂຶ້ນໂດຍບໍ່ມີການຫລຸດຜ່ອນ ໃນການແຜ່ລະບາດຂອງ ໄວຣັສໂຄໂຣນາຢູ່ໃນສະຫະລັດ. ແຕ່ບັນດາຜູ້ປົກຄອງລັດຂອງສະຫະລັດຫຼາຍ ຄົນ ພ້ອມດ້ວຍການຊັກຊວນຂອງທ່ານທຣໍາ ໄດ້ໃຫ້ອະນຸຍາດແກ່ເປີດທຸຸລະກິດ ເປີດກິດຈະການຄືນໃໝ່.

ປະທານາທິບໍດີທຣໍາ ໄດ້ກ່າວເຖິງຄວາມເປັນໄປໄດ້ຂອງການເລີິ້ມເປີດທຸລະກິດ ໄວໂພດຂອງສະຫະລັດ ໂດຍກ່າວວ່າວ່າ “ຖ້າພວກເຮົາເຫັນບາງສິ່ງບາງຢ່າງ ບໍ່ຖືກຕ້ອງ ພວກເຮົາຈະຢຸດມັນ.”

ໂຄສົກທຳນຽບຂາວ ທ່ານນາງເຄເລ ແມັກອີນານີ ກ່າວວ່າ ຈໍານວນຜູ້ເສຍຊີິວິດ ເກືອບສອງເທົ່າ ທີ່ຄາດກັນໄວ້ ໃນເດືອນສິງຫານັ້ນ “ແມ່ນອີງຕາມສົມມຸດຖານ ທີ່ຜິດພາດແລະບໍ່ມີທາງທີ່ຈະເປັນຂໍ້ສົມມຸດຂອງຜູ້ຕາງໜ້າຂອງລັດຖະບານກາງ ໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG