ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ 'ຈະບໍ່ຍອມຖອຍ ເດັດຂາດ' ກ່ຽວກັບ ການຮຽກຮ້ອງ ເພື່ອສ້າງກຳແພງ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ກອງປະຊຸມ ປະຈຳປີ ຂອງສະພາຊາວກະເສດຕະກອນ ອາເມຣິກັນ ຄັ້ງທີ 100 ໃນນະຄອນ ນິວ ນິວ ອໍລີນສ໌, ວັນທີ 14 ມັງກອນ 2019.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ກອງປະຊຸມ ປະຈຳປີ ຂອງສະພາຊາວກະເສດຕະກອນ ອາເມຣິກັນ ຄັ້ງທີ 100 ໃນນະຄອນ ນິວ ນິວ ອໍລີນສ໌, ວັນທີ 14 ມັງກອນ 2019.

ເຖິງແມ່ນວ່າ ຊາວອາເມຣິກັນສ່ວນໃຫຍ່ຖິ້ມໂທດໃສ່ ປະທານາທິບໍດີ ສະຫະລັດ ໃນ
ການປິດ ລັດຖະບານ ເປັນບາງສ່ວນ ທີ່ແກ່ຍາວມາໄດ້ຫຼາຍສັບປະດາແລ້ວ​ນັ້ນ ປະທາ-
ນາທິບໍດີ ດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ກ່າວ​ຕໍ່ຊາວກະເສດຕະກອນ ທັງຫຼາຍ ວ່າ
ພັກເດໂມແຄຣັດ ທີ່ເປັນຝ່າຍຄ້ານ ຢູ່ໃນລັດຖະສະພາ ເປັນຜູ້ຮັບ ຜິດຊອບໂດຍກົງ.

“ພວກເຂົາເຈົ້າ ຈະບໍ່ຮັບຮອງເອົາມາດຕະການ ທີ່ພວກເຮົາຕ້ອງການ ເພື່ອເຮັດໃຫ້
ອາເມຣິກາ ປອດໄພ”
ປະທານາທິບໍດີ ທຣຳ ໄດ້ກ່າວຕໍ່ ກອງປະຊຸມຂອງຊາວກະເສດ
ຕະກອນ ແຫ່ງຊາດ ທີ່ນະຄອນ ນິວ ອໍລີນສ໌ ບ່ອນທີ່ທ່ານໄດ້ກ່າວປົກປ້ອງ ການຮຽກຮ້ອງ
ຂໍທຶນຈຳນວນຫຼາຍຕື້ໂດລາ ເພື່ອສ້າງກຳແພງຢູ່ຊາຍແດນຕິດກັບເມັກຊິໂກ ຂອງທ່ານນັ້ນ.

ທ່ານທຣຳ ໄດ້ກ່າວຕື່ມວ່າ ພວກເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ແລະ ເຄື່ອງເຊັນເຊີ ຈັບ
ການເຄື່ອນໄຫວ ແມ່ນບໍ່ພຽງພໍ ສຳລັບການຮັກສາຄວາມປອດໄພ ຢູ່ຊາຍແດນ ໂດຍ
ໂຕ້ຖຽງວ່າ ພຽງແຕ່ “ສິ່ງກີດຂວາງທີ່ແຂງແກ່ນເປັນເຫຼັກ ຫຼື ຊີເມັນ” ເທົ່ານັ້ນ ຈະສາມາດ
ສະກັດກັ້ນ ພວກຄົນເຂົ້າເມືອງທີ່ຜິດກົດໝາຍ ບໍ່ໃຫ້ເຂົ້າມາໃນ ສະຫະລັດ ໄດ້.

“ຂ້າພະເຈົ້າ ຈະບໍ່ຍອມຖອຍຢ່າງເດັດຂາດ” ຈາກຄວາມພະຍາຍາມເພື່ອເຮັດໃຫ້
ອາເມຣິກາ ປອດໄພ ທ່ານ ທຣຳ ໄດ້ກ່າວ ປະຕິຍານ ໃນຄຳປາໄສ ຢູ່ທີ່ກອງປະຊຸມ
ປະຈຳປີຂອງສະພາຊາວກະເສດຕະກອນ ອາເມຣິກັນ ຄັ້ງທີ 100. ທ່ານໄດ້ ກ່າວຫາ
ພັກເດໂມແຄຣັດ ທີ່ບໍ່ຍອມຮັບຜ່ານທຶນ ສຳລັບກຳແພງດັ່ງກ່າວ ຍ້ອນວ່າ ພວກເຂົາເຈົ້າ
ຢາກໃຊ້ມັນ ເປັນຫົວຂໍ້ສຳລັບການໂຄສະນາຫາສຽງ ເປັນປະທານາທິບໍດີ ໃນປີໜ້າ
ໃນເວລາ ທີ່ ທ່ານ ທຣຳ ຈະປະເຊີນກັບການເລືອກຕັ້ງອີກ ນຶ່ງສະໄໝ.

ການຢັ່ງຫາງສຽງທີ່ສຳຄັນຂອງ 6 ​ອົງ​ການ ໄດ້ຊີ້ໃຫ້ເຫັນວ່າ ເຄິ່ງນຶ່ງຂອງຊາວອາເມຣິກັນ
ຫຼື ຫຼາຍກວ່ານັ້ນ ໄດ້ຖືວ່າ ປະທານາທິບໍດີ ແລະ ພັກຣີພັບບລີກັນ ເປັນຜູ້ຮັບຜິດຊອບ
ໃນການປິດລັດຖະບານ. ແລະ 63 ເປີເຊັນ ຂອງຊາວອາເມຣິກັນທີ່ມີສິດອອກສຽງ
ໃຫ້ການສະໜັບສະໜຸນ ຂໍ້ສະເໜີ ຂອງພັກເດໂມແຄຣັດ ເພື່ອເປີດລັດຖະບານຄືນໃໝ່
ເປັນບາງສ່ວນ ທີ່ບໍ່ກ່ຽວຂ້ອງກັບຄວາມປອດໄພ ຢູ່ ຊາຍແດນ ໃນຂະນະດຽວກັນ ກໍ
ເຈລະຈາ ກ່ຽວ​ກັບທຶນສຳລັບກຳແພງ​ຢູ່ຊາຍແດນ ອີງຕາມການຢັ່ງຫາງສຽງ ຂອງ
ມະຫາວິທະຍາໄລ ກວິນນິປີອັກ (Quinnipiac) ທີ່ຖືກເປີດເຜີຍໃນວັນຈັນວານນີ້.

ເມື່ອຕອນເຊົ້າຂອງວັນດຽວກັນນັ້ນ ທ່ານທຣຳ ໄດ້ກ່າວ​ຕໍ່ ບັນດານັກຂ່າວ ປະຈຳ
ທຳນຽບຂາວ ວ່າ ທ່ານຈະບໍ່ປະກາດພາວະສຸກເສີນເພື່ອສ້າງກຳແພງຢ່າງໜ້ອຍ
ໃນເວລານີ້.

ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າ ຈະບໍ່ເຮັດເຊັ່ນນັ້ນ” ໃນຂະນະທີ່ທ່ານຍ່າງອອກ
ໄປຈາກທຳນຽບຂາວ ເພື່ອເດີນທາງໄປກ່າວຄຳປາໄສ ຕໍ່ຊາວກະເສດຕະ ກອນ ຢູ່​ທີ່
ນະຄອ ນິວ ອໍລີນສ໌.

ພະນັກງານ ລັດຖະບານກາງ ປະມານ 800,000 ຄົນ ແມ່ນຖືກພັກການ ຫຼືໄປເຮັດວຽກ
ໂດຍບໍ່ໄດ້ຮັບເງິນເດືອນ ໃນລະຫວ່າງການປິດລັດຖະບານເປັນບາງສ່ວນ ທີ່ຍາວເປັນ
ປະຫວັດການ ຊຶ່ງໄດ້ແກ່ຍາວເຂົ້າມື້ ທີ 24 ໃນວັນຈັນວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG