ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປະຕິຍານວ່າ ຈະຢຸດຄວາມຮຸນແຮງ ໃນ ສະຫະລັດ ແລະ ທ່ານ ໄບເດັນ ເວົ້າວ່າ ປະເທດຕ້ອງການ ການນຳພາ


ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ.
ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະຕິຍານ ທີ່ຈະເຮັດໃຫ້ “ການຈະລາຈົນ ແລະ ການບໍ່ເຄົາລົບລະບຽບກົດໝາຍ” ໃນທົ່ວປະເທດ ສິ້ນສຸດລົງ, ແຕ່ຕຳຫຼວດແມ່ນໄດ້ກຽມພ້ອມ ສຳ ລັບການປະທ້ວງຄືນທີ 8 ໃນວັນ ອັງຄານວານນີ້, ເຖິງແມ່ນວ່າເຈົ້າຄອງນະຄອນທີ່ໃຫຍ່ທັງຫຼາຍໄດ້ກຳນົດການ ຫ້າມອອກບ້ານ ໃນຍາມກາງຄືນ ເພື່ອບໍ່ໃຫ້ປະຊາຊົນ ອອກໄປເຕົ້າໂຮມກັນ ໃນຖະ ໜົນກໍຕາມ ແລະ ກຳລັງຮັກສາດິນແດນກໍໄດ້ຖືກສົ່ງອອກໄປເພື່ອປາບ ປາມຄວາມຮຸນແຮງ.

ການປະທ້ວງທີ່ມັກຈະສະຫງົບໃນຕອນກາງເວັນ ທີ່ເກີດຂຶ້ນຍ້ອນການຕາຍຂອງ ຜູ້ຊາຍຜິວດຳ ໃນລະຫວ່າງການຖືກຄວບຄຸມຕົວໂດຍຕຳຫຼວດໃນນະຄອນ ມິນ ເນອາໂປລິສ, ລັດ ມິນເນໂຊຕ້າ ໃນອາທິດທີ່ຜ່ານມາ, ໄດ້ກາຍເປັນຄວາມຮຸນ ແຮງໃນຕອນຄໍ່າຂອງວັນຈັນທີ່ຜ່ານມາ ໃນການປະເຊີນໜ້າກັນຢ່າງໂມໂຫ ລະ ຫວ່າງ ຜູ້ປະທ້ວງກັບຕຳຫຼວດໃນຫຼາຍຕົວເມືອງ.

ແຕ່ທ່ານ ທຣຳ ໃນຕອນເຊົ້າວັນອັງຄານວານນີ້ໄດ້ປະກາດໃນທວິດເຕີວ່າ ນະຄອນຫຼວງ ວໍຊິງຕັນ “ບໍ່ໄດ້ມີບັນຫາໃນຄືນທີ່ຜ່ານມາ. ຫຼາຍຄົນຖືກຈັບ. ທຸກຄົນ ເຮັດວຽກໄດ້ດີຫຼາຍ. ກອງກຳລັງມີຢ່າງເຫຼືອລົ້ນ. ຄວບຄຸມສະຖານະການໄດ້ທັງ ໝົດ. ເຊັ່ນດຽວກັບນະຄອນ ມິນເນອາໂປລິສ ເຮັດວຽກໄດ້ດີຫຼາຍ (ຂອບໃຈປະ ທານາທິບໍດີ ທຣຳ.)”

ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ເຊິ່ງຖືກຄາດວ່າຈະເປັນຄູ່ແຂ່ງ ຂັນຂອງທ່ານ ທຣຳ ໃນການເລືອກຕັ້ງແຫ່ງຊາດໃນເດືອນພະຈິກນີ້, ໄດ້ໂຈມຕີ ການຮັບມືຂອງຜູ້ນຳ ສະຫະລັດ ໃນສັບປະດາຂອງຄວາມຮຸນແຮງຈາກຝັ່ງນຶ່ງ ໄປຫາອີກຝັ່ງນຶ່ງຂອງປະເທດ, ເຊິ່ງບາງເທື່ອ ອາດເປັນຄວາມວຸ້ນວາຍ ທີ່ແຜ່ ກວ້າງທີ່ສຸດໃນປະເທດ ນັບຕັ້ງແຕ່ການປະທ້ວງທີ່ແກ່ຍາວເພື່ອຄັດຄ້ານສົງ ຄາມ ຫວຽດນາມ ໃນຊຸມປີ 1960.

ທ່ານ ໄບເດັນ ໄດ້ກ່າວໃນລັດ ຟິລາແດລເຟຍ ວ່າ “ປະເທດແມ່ນກຳລັງຮຽກຮ້ອງການນຳພາ.
ການນຳພາທີ່ສາມາດນຳເອົາພວກເຮົາມາຮວມເຂົ້າກັນ, ການນຳພາທີ່ຈະນຳເອົາພວກເຮົາມາຢູ່ນຳກັນ. ການນຳພາທີ່ສາມາດຮັບຮູ້ຄວາມເຈັບປວດ ແລະ ຄວາມເສຍໃຈທີ່ເລິກເຊິ່ງໃນຊຸມຊົນທີ່ຖືກຫົວເຂົ່າກົດໃສ່ຄໍຂອງ ເຂົາເຈົ້າເປັນເວລາດົນນານ.

ທ່ານ ໄບເດັນ ໄດ້ສັນຍາວ່າ “ຂ້າພະເຈົ້າຈະບໍ່ສ້າງຄວາມຢ້ານກົວ ແລະ ຄວາມແຕກແຍກ.”

ໃນນະຄອນຫຼວງ ວໍຊິງຕັນ ເມື່ອຄືນວັນຈັນທີ່ຜ່ານມາ, ພາຍໃຕ້ຄຳສັ່ງຈາກລັດ ຖະມົນຕີກະຊວງຍຸຕິທຳ ທ່ານ ວິລລຽມ ບາ ນັ້ນ, ຕຳຫຼວດໄດ້ຍິງແກັສນໍ້າຕາ ແລະ ລູກປືນຢາງໃສ່ຜູ້ປະທ້ວງທີ່ສະ ຫງົບ ແຍກຍ້າຍຄົນອອກຈາກສວນສາ ທາລະນະທີ່ຕັ້ງຢູ່ຂ້າມຟາກທາງຈາກທຳນຽບຂາວ ບໍ່ດົນກ່ອນຄຳສັ່ງຫ້າມອອກ ນອກບ້ານໃນຕອນຫົວຄໍ່າມີຜົນບັງຄັບໃຊ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG