ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານ ສຫລ ຫຼາຍກວ່າ 8 ພັນຄົນ ຖືກສົ່ງໄປ ປະຈຳການ ຢູ່ທີ່ເຂດຊາຍແດນ ທາງພາກໃຕ້ ຂອງ ປະ​ເທດ


ພາບຖ່າຍໃນວັນທີ 29 ຕຸລາ 2018 ນີ້ ສະໜອງໂດຍ ກອງທັບອາກາດ ສະຫະລັດ ສະແດງໃຫ້ເຫັນ ພວກທະຫານທີ່ຖືກສົ່ງໄປປະຈຳການ ຈາກສູນບັນຊາການ ຂອງກອງພັນຕຳຫຼວດ ໜ່ວຍ 89, ກຳລັງປະຕິບັດການ ກຣິຟຟິນ (Task Force Griffin) ກຳລັງພາກັນຕຽມພ້ອມທີ່ຈະຂຶ້ນເຮືອບິນຂົນສົ່ງ C-130J Super Hercules ຈາກເມືອງ ລີໂຕລ ຣັອກ ລັດອາຣແຄນຊໍ້, ຢູ່ທີ່ຄ້າຍ ຟອຣ ນັອກສ໌ ລັດເຄັນທັກກີ.
ພາບຖ່າຍໃນວັນທີ 29 ຕຸລາ 2018 ນີ້ ສະໜອງໂດຍ ກອງທັບອາກາດ ສະຫະລັດ ສະແດງໃຫ້ເຫັນ ພວກທະຫານທີ່ຖືກສົ່ງໄປປະຈຳການ ຈາກສູນບັນຊາການ ຂອງກອງພັນຕຳຫຼວດ ໜ່ວຍ 89, ກຳລັງປະຕິບັດການ ກຣິຟຟິນ (Task Force Griffin) ກຳລັງພາກັນຕຽມພ້ອມທີ່ຈະຂຶ້ນເຮືອບິນຂົນສົ່ງ C-130J Super Hercules ຈາກເມືອງ ລີໂຕລ ຣັອກ ລັດອາຣແຄນຊໍ້, ຢູ່ທີ່ຄ້າຍ ຟອຣ ນັອກສ໌ ລັດເຄັນທັກກີ.

ຈຳນວນທະຫານສະຫະລັດ ທີ່ໄດ້ຖືກສົ່ງໄປປະຈຳການ ຢູ່ທີ່ເຂດຊາຍແດນທາງພາກໃຕ້
ຂອງສະຫະລັດ ເພີ້ມຂຶ້ນອີກ ຫຼາຍກວ່າ 8,000 ຄົນ ອີງຕາມເຈົ້າໜ້າທີ່ ປ້ອງກັນປະເທດ
ຂອງສະຫະລັດ ສອງທ່ານ ທີ່ໄດ້ກ່າວຕໍ່ວີໂອເອ ໃນວັນສຸກວານນີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ອອກຄຳສັ່ງໃຫ້ພວກທະຫານ ສະກັດກັ້ນ ຂະບວນ
ຄາຣາວານ ຂອງພວກອົບພະຍົບອາເມຣິກາກາງ ທີ່ຈະຂໍລີ້ໄພທັງຫຼາຍນັ້ນ ບໍ່ໃຫ້ເຂົ້າມາ
ໃນສະຫະລັດ.

ເຈົ້າໜ້າທີ່ດັ່ງກ່າວ ໄດ້ບັນລະຍາຍວ່າ ພວກທະຫານປະຈຳການ ທີ່ຢູ່ໃນຖານະ “ໄດ້ຖືກ
ສົ່ງໄປປະຈຳການ ກຳລັງຈະຖືກສົ່ງໄປ ຫຼື ໄດ້ຖືກລະບຸໂຕຈະຖືກສົ່ງໄປ”
ນັ້ນ ຈະຊ່ອຍ
ໃນການຮັກສາຄວາມປອດໄພ ຫຼັງຈາກທີ່ມີການຮ້ອງຂໍຄວາມຊ່ອຍເຫຼືອ ຈາກກະຊວງ
ຮັກສາຄວາມປອດໄພພາຍໃນຂອງສະຫະລັດ.

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານນາງ
ເຄີຣສ໌ເຈັນ ນິລເຊັນ ໄດ້ກ່າວໃນການອະທິບາຍເຖິງຄວາມຈຳເປັນໃນການໃຊ້ກຳລັງ
ທະຫານ ວ່າ “ພວກເຮົາພຽງແຕ່ມີບັນຫາ ທາງດ້ານຄວາມອາດສາມາດ. ສິ່ງທີ່ ພວກ
ເຮົາ ໄດ້ຮ້ອງຂໍ ໃຫ້ກະຊວງປ້ອງກັນປະເທດ ເຮັດ ກໍແມ່ນວ່າ ໃຫ້ການສະໜັບສະໜຸນ
ພວກເຮົາ.”

ກຳ​ລັງພິທັກຊາດ ອີກຈຳນວນ 2,100 ຄົນ ແມ່ນໄດ້ໄປປະຕິບັດໜ້າທີ່ ຢູ່ຕາມເຂດຊາຍ
ແດນ ທາງພາກໃຕ້ຂອງປະເທດຢູ່ແລ້ວ. ລວມທັງໝົດແລ້ວ ດຽວນີ້ ມີກຳລັງທະຫານ
ສະຫະລັດ ທີ່ກຳລັງໃຫ້ການຊ່ອຍເຫຼືອແກ່ພວກເຈົ້າໜ້າທີ່ລາດຕະເວນຊາຍແດນ ຫຼາຍ
ກວ່າ ທີ່ມີຢູ່ ໃນອີຣັກ ແລະຊີເຣຍ ຊຶ່ງກຳລັງຕໍ່ສູ້ກັບກຸ່ມກໍ່ການຮ້າຍນັ້ນ.

ໃນການຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ກ່ອນທີ່ທ່ານທຣຳ ຈະອອກໄປ
ຮ່ວມໃນການໂຮມຊຸມນຸມ ແບບໂຄສະນາຫາສຽງ ຢູ່ໃນເມືອງຮັນຕິງຕັນ ລັດເວີຈີເນຍ
ຕາເວັນຕົກ ເພື່ອລະດົມການສະໜັບສະໜຸນ ໃຫ້ແກ່ ທ່ານແພດທຣິກ ມໍຣີຊີ ສະມາຊິກ
ສະພາສູງ ສັງກັດພັກຣີພັບບລີກັນ ຜູ້ທີ່ລົງສະໝັກແຂ່ງຂັນນັ້ນ ປະທານາທິບໍດີ ທຣຳ
ໄດ້ກ່າວໃນວັນສຸກວານນີ້ວ່າ ພວກຄົນເຂົ້າເມືອງ ຜິດກົດໝາຍ ຜູ້ທີ່ແກວ່ງກ້ອນຫີນໃສ່
ທະຫານ ຈະບໍ່ຖືກຍິງໂດຍພວກທະຫານ.

ທ່ານທຣຳ ໄດ້ເວົ້າວ່າ “ຂ້າພະເຈົ້າ ບໍ່ໄດ້ກ່າວວ່າ ຍິງ. ຂ້າພະເຈົ້າ ບໍ່ໄດ້ກ່າວ ວ່າ ຍິງ.
ແຕ່ພວກເຂົາເຈົ້າ ເຮັດຈັ່ງຊັ້ນກັບພວກເຮົາ ພວກເຂົາເຈົ້າ ຈະຖືກຈັບກຸມໄວ້ ເປັນ
ເວລາ ຍາວນານ.”

ນຶ່ງວັນກ່ອນໜ້ານີ້ ໃນການກ່າວຄຳປາໄສຂອງທ່ານກ່ຽວກັບເລື້ອງຄົນເຂົ້າເມືອງ ນັ້ນ
ທ່ານ ທຣຳ ໄດ້ສະເໜີແນະໃນທາງ ທີ່ວ່າ ທ່ານ ໄດ້ຊີ້ນຳໃຫ້ກຳລັງທະ ຫານ ຍິງພວກ
ອົບພະຍົບ ຜູ້ທີ່ແກວ່ງກ້ອນຫີນ ໃສ່ພວກເຈົ້າໜ້າທີ່ປົກປ້ອງຊາຍ ແດນຂອງສະຫະລັດ.
ບັນດານັກຊ່ຽວຊານ ແລະ ເຈົ້າໜ້າທີ່ທະຫານທີ່ກະສຽນ ແລ້ວ ໄດ້ຊີ້ໃຫ້ເຫັນວ່າ ການຊີ້
ນຳແບບນັ້ນ ຈະເປັນການລະເມີດຕໍ່ກົດໝາຍ ຊຶ່ງ ມັນເປັນການລະເມີດ ຕໍ່ສົນທິສັນຍາ
ຂອງກອງທັບສະຫະລັດ.

Trump: Migrant Caravan Should Turn Back
please wait

No media source currently available

0:00 0:02:18 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG