ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ອີກເທື່ອນຶ່ງ ໃນວັນພະຫັດວານນີ້ ໄດ້ກ່າວເຖິງຄວາມຢ້ານກົວກ່ຽວກັບພວກຄົນເຂົ້າເມືອງທີ່ຜິດກົດໝາຍ ແລະສັນຍາວ່າ ຈະອອກດຳລັດ “ໃນອາທິດໜ້ານີ້” ທີ່ຈະຈຳກັດຮັດແຄບພວກຂໍລີ້ໄພ ທີ່ພວມຈະມາເຖິງຊາຍແດນທາງໃຕ້ຂອງສະຫະລັດ.
ໃນການໂຮມຊຸມນຸມທາງການເມືອງ ທີ່ເມືອງໂຄລຳເບຍ ລັດມິສຊູຣີ ເມື່ອຄືນວັນພະຫັດວານນີ້ ປະທານາທິບໍດີທຣຳ ໄດ້ກ່າວເຖິງຄວາມຕັ້ງໃຈຂອງທ່ານ ຫຼາຍໆຄັ້ງ ທີ່ຈະປ່ຽນແປງບົດເພີ້ມເຕີມລັດຖະທຳມະນູນສະຫະລັດ ທີ່ໄດ້ໃຫ້ການຄ້ຳປະກັນທີ່ຈະໃຫ້ສັນຊາດແກ່ບຸກຄົນໃດກໍຕາມທີ່ເກີດຢູ່ໃນສະຫະລັດ. ປະທານາທິບໍດີທຣຳກ່າວໃນການໂຮມຊຸມນຸມນີ້ວ່າ ທ່ານບໍ່ເຫັນພ້ອມຕໍ່ “ການທ່ອງທ່ຽວເພື່ອມາເກີດ” ຊຶ່ງພວກແມ່ຍິງທີ່ຖືພາຊາວຕ່າງປະເທດ ມີການກ່າວວ່າ ເດີນທາງມາຍັງສະຫະລັດ ເພື່ອຄອດລູກ ທີ່ຈະເຮັດໃຫ້ລູກໆຂອງພວກເຂົາເຈົ້າໄດ້ຮັບສັນຊາດອາເມຣິກັນໂດຍອັດຕະໂນມັດນັ້ນ.
ປະທານາທິບໍດີທຣຳ ກ່າວວ່າ ທ່ານສາມາດປ່ຽນແປງບົດເພີ້ມເຕີມລັດຖະທຳມະນູນທີ 14 ດ້ວຍດຳລັດຂອງຝ່າຍບໍລິຫານແຕ່ພວກນັກວິເຄາະທາງດ້ານກົດໝາຍແມ່ນບໍ່ເຫັນພ້ອມນຳຢ່າງແຂງຂັນ ໂດຍກ່າວວ່າ ດຳລັດພຽງຢ່າງດຽວນັ້ນແມ່ນບໍ່ພຽງພໍ ສຳລັບປ່ຽນແປງລັດຖະທຳມະນູນສະຫະລັດ.
ນອກນັ້ນແລ້ວ ຢູ່ບ່ອນໂຮມຊຸມນຸມດັ່ງກ່າວ ປະທານາທິບໍດີທຣຳຍັງໄດ້ກ່າວເຖິງ ການຄັດຄ້ານຂອງທ່ານຕໍ່ອັນທີ່ເອີ້ນວ່າ ການເຂົ້າເມືອງ “ແບບຕ່ອງໂສ້” ຊຶ່ງຜູ້ທີ່ໄດ້ຮັບສັນຊາດໃໝ່ ສາມາດນຳເອົາຄອບຄົວຍາດພີ່ນ້ອງເຂົາເຈົ້າເຂົ້າມາໃນສະຫະລັດໄດ້.
ກ່ອນໜ້ານີ້ ຢູທີ່ທຳນຽບຂາວ ປະທານາທິບໍດີທຣຳກ່າວວ່າ ພວກຄົນເຂົ້າເມືອງ ທີ່ຢາກຂໍລີ້ໄພ ຕ້ອງຍື່ນຄຳຮ້ອງ ຢູ່ດ່ານກວດຄົນເຂົ້າເມືອງ ທີ່ຖືກຕ້ອງຕາມກົດໝາຍ ແລະກ່າວເພີ້ມວ່າ ທ່ານຕ້ອງການຢາກຈະຄຸມຂັງພວກຂໍລີ້ໄພໃນຈຳນວນເພີ້ມຂຶ້ນ.
ນີ້ແມ່ນຄວາມພະຍາຍາມເທື່ອຫລ້າສຸດຂອງປະທານາທິບໍດີ ທີ່ຈະນຳເອົາເລື້ອງ ຄົນເຂົ້າເມືອງ ມາເປັນບັນຫາສຳຄັນ ສຳລັບພັກຣີພັບບລີກັນ ກ່ອນການປ່ອນບັດກາງສະໄໝໃນວັນອັງຄານຈະມານີ້ ເວລາຜູ້ມີສິດປ່ອນບັດຈະພາກັນຕັດສິນຊີ້ຂາດວ່າ ພັກໃດຈະເປັນຜູ້ກຳອຳນາດຢູ່ໃນລັດຖະສະພາແລະສະພາປະຈຳລັດໃນທົ່ວປະເທດ.
ໃນຕົ້ນອາທິດນີ້ ປະທານາທິບໍດີທຣຳ ກ່າວວ່າ ທ່ານຈະສົ່ງກຳລັງທະຫານຕື່ມອີກ 5,000 ຄົນໄປຍັງເຂດຊາຍແດນທີ່ຕິດກັບເມັກຊິໂກ ເພື່ອສະກັດກັ້ນຂະບວນຄົນເຂົ້າເມືອງຫຼາຍພັນຄົນ ແລະກ່າວວ່າທ່ານຈະສົ່ງທະຫານຕື່ມອີກຫຼາຍພັນຄົນໄປເພີ້ມ. ພວກຄົນເຂົ້າເມືອງເຫຼົ່ານີ້ ແມ່ນຍັງໄກຈາກຊາຍແດນສະຫະລັດຫຼາຍກວ່າ 1,000 ກິໂລແມັດ ຊຶ່ງເປັນໄລຍະທາງທີ່ເບິ່ງຄືວ່າ ຈະໃຊ້ເວລາອີກຫຼາຍໆອາທິດໃນການຍ່າງເພື່ອຈະມາເຖິງຊາຍແດນ.
ປະທານາທິບໍດີທຣຳກ່າວວ່າ ຈະມີການປາບປາມ ຖ້າພວກຄົນເຂົ້າເມືອງຫາກແກວ່ງກ້ອນຫີນເຂົ້າໃສ່ພວກທະຫານໂດຍເວົ້າວ່າ ພວກທະຫານ “ຈະຍິງຕອບໂຕ້ ໂດຍຖືກ້ອນຫີນວ່າ ຄືກັນກັບປືນ.”