ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ປະຕິຍານວ່າ ຈະເອົາມາຕະການ ເພື່ອຫລຸດຜ່ອນ ການເສຍໜ້າວຽກ ຢູ່ບໍລິສັດ ຍັກໃຫຍ່ຂອງຈີນ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຖະແຫລງ ໃນລະ
ຫວ່າງ ກອງປະຊຸມສົນທະນາ ໃນນະຄອນ ຄລີວເວີແລນ ໃນລັດ ໂອໄຮໂອ, ວັນທີ 5 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຖະແຫລງ ໃນລະ ຫວ່າງ ກອງປະຊຸມສົນທະນາ ໃນນະຄອນ ຄລີວເວີແລນ ໃນລັດ ໂອໄຮໂອ, ວັນທີ 5 ພຶດສະພາ 2018.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານ ກຳລັງຫາຊ່ອງທາງ ທີ່ຈະໃຫ້ ບໍລິສັດ
ເທັກໂນໂລຈີ ຂອງຈີນ “ກັບເຂົ້າມາເຮັດທຸລະກິດໄວສຸດ” ຫຼັງຈາກທີ່ ກົດລະບຽບດ້ານ
ການຄ້າ ຂອງສະຫະລັດ ໄດ້ເຮັດໃຫ້ບໍລິສັດເສຍຫາຍຢ່າງໜັກແລ້ວ.

ທ່ານທຣຳ ໄດ້ຂຽນທວີດ ໃນວັນອາທິດວານນີ້ ວ່າ “ຫຼາຍໜ້າວຽກ ຢູ່ໃນຈີນ ໄດ້ສູນ
ເສຍໄປ”
ຫຼາຍວັນຫຼັງຈາກທີ່ ບໍລິສັດ ຜະລິດໂທລະສັບຂອງຈີນ ZTE ໄດ້ປະກາດວ່າ
ຕົນໄດ້ຢຸດ “ດຳເນີນກິດຈະການຕ່າງໆສ່ວນໃຫຍ່.” ສະຫະລັດ ໄດ້ຕັດການສົ່ງອອກ
ຊິ້ນສ່ວນທີ່ຜະລິດໂດຍສະຫະລັດ ໃຫ້ແກ່ບໍລິສັດ ZTE ຫຼາຍກວ່າ--25 ເປີເຊັນ ຂອງ
ສ່ວນປະກອບ ທີ່ບໍລິສັດ ZTE ຕ້ອງການ ເພື່ອສ້າງສະຖານີສົ່ງສັນຍານໄຮ້ສາຍ
ເຄືອຂ່າຍສາຍໄຍແກ້ວ ແລະ ໂທລະສັບສະຫຼາດທັງຫຼາຍ ເປັນຕົ້ນ.

ພາຍໃນໂທລະສັບສະຫຼາດ ຂອງບໍລິສັດ ZTE ທີ່ເປັນການຖ່າຍເພື່ອສະແດງໃຫ້ເຫັນເປັນຕົວຢ່າງ ຢູ່ໃນຮູບນີ້ ເມື່ອວັນທີ 17 ພຶດສະພາ 2018.
ພາຍໃນໂທລະສັບສະຫຼາດ ຂອງບໍລິສັດ ZTE ທີ່ເປັນການຖ່າຍເພື່ອສະແດງໃຫ້ເຫັນເປັນຕົວຢ່າງ ຢູ່ໃນຮູບນີ້ ເມື່ອວັນທີ 17 ພຶດສະພາ 2018.


ການຕັດອອກ ຂອງສະຫະລັດ ທີ່ກ່າວນັ້ນ ໄດ້ມີຂຶ້ນ ຫຼັງຈາກທີ່ ບໍລິສັດ ZTE, ໃນຄຳເວົ້າ
ຂອງນັກຊ່ຽວຊານທ່ານນຶ່ງ, ກໍແມ່ນວ່າ “ຖືກຈັບໄດ້ຄາມືເລີຍ” ໂດຍການນຳເອົາເທັກໂນ
ໂລຈີ ຂອງສະຫະລັດ ໄປຜະລິດສິນຄ້າຕ່າງໆ ແລະ ຂາຍພວກຜະລິດຕະພັນເຫຼົ່ານັ້ນ
ໃຫ້ແກ່ບັນດາປະເທດ ທີ່ຢູ່ພາຍໃຕ້ການຫ້າມສົ່ງສິນຄ້າ ຫຼືຄ້າຂາຍ ຂອງສະຫະລັດ
ທີ່ປະກອບດ້ວຍ ອີຣ່ານ ແລະ ເກົາຫຼີເໜືອ.

ສະຫະລັດ ໄດ້ປັບໃໝ ບໍລິສັດ ZTE ເປັນຈຳນວນເງິນ 1 ພັນ 2 ຮ້ອຍລ້ານໂດລາ ເມື່ອ
ປີກາຍນີ້. ແຕ່ສະຫະລັດ ໄດ້ກ່າວວ່າ ເມື່ອເດືອນແລ້ວນີ້ ບໍລິສັດ ZTE ໄດ້ຕົວະ ກ່ຽວກັບ
ການລົງໂທດພວກພະນັກງານ ທີ່ເຊື່ອວ່າ ມີສ່ວນກ່ຽວຂ້ອງ ໃນການຫລີກລ່ຽງມາດຕະ
ການລົງໂທດຕ່າງໆ ໂດຍການຈ່າຍເງິນບຳເນັດ ໃຫ້ແກ່ພວກເຂົາເຈົ້າ ແທນ.

ອຸປະກອນໂທລະສັບ ລຸ້ນ Axon7 ຂອງບໍລິສັດ ZTE ຖືກວາງສະແດງ ຢູ່ທີ່ຮ້ານວາງສະແດງສິນຄ້າ ຂອງບໍລິສັດ ໃນລະຫວ່າງ ງານສະແດງອຸປະກອນໂທລະສັບມືຖື ຂອງສະພາໂທລະສັບມືຖືຂອງໂລກໃນນະຄອນ ບາຣແຊໂລນາ ຂອງສະເປນ, ເມື່ອ ວັນທີ 27 ກຸມພາ 2017.
ອຸປະກອນໂທລະສັບ ລຸ້ນ Axon7 ຂອງບໍລິສັດ ZTE ຖືກວາງສະແດງ ຢູ່ທີ່ຮ້ານວາງສະແດງສິນຄ້າ ຂອງບໍລິສັດ ໃນລະຫວ່າງ ງານສະແດງອຸປະກອນໂທລະສັບມືຖື ຂອງສະພາໂທລະສັບມືຖືຂອງໂລກໃນນະຄອນ ບາຣແຊໂລນາ ຂອງສະເປນ, ເມື່ອ ວັນທີ 27 ກຸມພາ 2017.

ກະຊວງການຄ້າ ສະຫະລັດ ຕັດ ບໍລິສັດ ZTE ອອກຈາກການເຂົ້າເຖິງ ສ່ວນປະກອບ
ຕ່າງໆຂອງສະຫະລັດ ຈົນກວ່າຈະເຖິງປີ 2025 ເຊິ່ງເປັນການກົດດັນໃຫ້ບໍລິສັດ ZTE
ປິດກິດຈະການຂອງຕົນຢູ່ໂຮງການໃນເມືອງ ເຊິນເຈີ້ນ (Shenzhen).

ທ່ານທຣຳ ໄດ້ຈົ່ມຢູ່ເລື້ອຍ ກ່ຽວກັບ ຈີນ ລັກເອົາວຽກງານຂອງສະຫະລັດໄປ. ແຕ່ທ່ານ
ໄດ້ຂຽນທວີດ ວ່າ ທ່ານ ກຳລັງປະສານງານກັບ ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ
ເພື່ອຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດ ຢູ່ທີ່ບໍລິສັດ ZTE ແລະ ໄດ້ສັ່ງໄປຍັງ
ກະຊວງການຄ້າ “ເຮັດໃຫ້ມັນແລ້ວໄປ!”

Trump China Tech Campany
please wait

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG