ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ທຣຳ ຢ້ຽມຢາມ​ເຂດ ທີ່​ໄດ້​ຮັບ ຄວາມເສຍຫາຍ ຈາກພາຍຸ ຟລໍເຣັນສ໌ ໃນລັດ ຄາໂຣໄລນາເໜືອ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແຈກຢາຍ ອາຫານ ໃນຂະນະທີ່ ເດີນທາງໄປຢ້ຽມຢາມ ໂບດ Baptist ທີ່ຕັ້ງເປັນສູນກາງແຈກຢາຍ ອາຫານການກິນ ອັນເປັນການເດີນທາງ ໄປສຳຫຼວດເບິ່ງ ການພະຍາຍາມຟື້ນຟູ ເມືອງ ນິວ ເບີຣນ ຂອງລັດຄາໂຣໄລນາ ທີ່ໄດ້ຮັບຜົນກະທົບ ຈາກພາຍຸ ຟລໍເຣັນສ໌, ວັນທີ 19 ກັນຍາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແຈກຢາຍ ອາຫານ ໃນຂະນະທີ່ ເດີນທາງໄປຢ້ຽມຢາມ ໂບດ Baptist ທີ່ຕັ້ງເປັນສູນກາງແຈກຢາຍ ອາຫານການກິນ ອັນເປັນການເດີນທາງ ໄປສຳຫຼວດເບິ່ງ ການພະຍາຍາມຟື້ນຟູ ເມືອງ ນິວ ເບີຣນ ຂອງລັດຄາໂຣໄລນາ ທີ່ໄດ້ຮັບຜົນກະທົບ ຈາກພາຍຸ ຟລໍເຣັນສ໌, ວັນທີ 19 ກັນຍາ 2018.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເດີນທາງໄປເຖິງ ລັດຄາໂຣໄລນາເໜືອ ໃນວັນພຸດ
ວານນີ້ ເພື່ອກວດເບິ່ງຄວາມເສຍຫາຍ ທີ່ພາຍຸເຮີຣິເຄນຟລໍເຣັນສ໌ ໄດ້ປະເອົາໄວ້ ແລະ
ຄວາມທ້າທາຍໃນການພະຍາຍາມບັນເທົາທຸກ ທີ່ກຳລັງດຳເນີນໄປຢູ່ນັ້ນ.

ທ່ານ ທຣຳ ໄດ້ກ່າວຢ່າງສັ້ນໆ ຫຼັງຈາກເດີນທາງໄປຮອດ ຖານທັບອາກາດ ຂອງທະຫານ
ນາວິກະໂຍທິນ ຫຼື ມາຣີນ ຢູ່ທີ່ເມືອງ ແຊຣີ ພວຍທ໌ (Cherry Point) ໃນລັດຄາໂຣໄລນາ
ເໜືອ ວ່າ “ພວກເຮົາຈະບໍ່ມີວັນລືມ ການສູນເສຍ ຂອງພວກເຈົ້າ ພວກເຮົາຈະບໍ່ປ່ອຍ
ພວກເຈົ້າໄວ້ຕາມລຳພັງ. ພວກເຮົາຈະຢູ່ ກັບພວກເຈົ້າຕະຫຼອດໄປ. ແລະເຖິງພວກ
ທີ່ໄດ້ຮັບຜົນກະທົບທັງໝົດຈາກພາຍຸ ຫົວນີ້ ຄອບຄົວຊາວອາເມຣິກັນທັງມວນຂອງ
ພວກເຮົາ ແມ່ນຈະຢູ່ກັບພວກເຈົ້າ ແລະ ພ້ອມທີ່ຈະໃຫ້ການຊ່ອຍເຫຼືອ ແລະ ພວກເຈົ້າ
ກໍຈະຟື້ນໂຕໄດ້.”

ທ່ານ ທຣຳ ໄດ້ໄປຢ້ຽມຢາມ ເມືອງ ນິວ ເບີຣນ໌ ທີ່ຖືກພາຍຸພັດຖະຫລົ່ມ ບ່ອນທີ່ທ່ານ ໄດ້
ແຈກຍາຍອາຫານ ແລະໄດ້ໂອ້ລົມກັບປະ​ຊາ​ຊົນ​ ຢູ່​ໃນ​ເມືອງ​ດັ່ງ​ກ່າວ.

“ເຮືອນຂອງເຈົ້າເປັນຈັ່ງໃດ?” ທ່ານ ທຣຳ ໄດ້ຖາມ ຄົນຜູ້ນຶ່ງ ແລະກ່າວຕື່ມວ່າ“ເບິ່ງແຍງ
ຕົນເອງດີໆເດີ້.”
ແລ້ວທ່ານ ທຣຳ ໄດ້ກ່າວບອກຄົນອີກຜູ້ນຶ່ງ ຜູ້ທີ່ໄດ້ ລໍຖ້າຢູ່ໃນແຖວເພື່ອ
ຮັບເອົາອາຫານ ວ່າ “ໃຫ້ມ່ວນຊື່ນກັບຕົນເອງ.”

ທ່ານ ທຣຳ ຍັງໄດ້ຖາມ ກ່ຽວກັບ ພື້ນທີ່ຢູ່ທາງພາກຕາເວັນອອກສຽງເໜືອ ຂອງເມືອງ
ຊາຣລັອດ ບ່ອນທີ່ທ່ານເປັນເຈົ້າຂອງສະໜາມຕີກັອຟ. “ເລັກ ນໍຣແມນ ເປັນຈັ່ງໃດ”
ທ່ານ ທຣຳ ໄດ້ສອບຖາມ. ທ່ານເວົ້າຕໍ່ໄປວ່າ “ຂ້າພະ ເຈົ້າມັກບ່ອນນັ້ນແທ້ເລີຍ. ຂ້າ
ພະເຈົ້າບໍ່ສາມາດບອກເຈົ້າໄດ້ວ່າ ຍ້ອນຫຍັງ ແຕ່ຂ້າພະເຈົ້າ ມັກບໍລິເວນນັ້ນຫຼາຍ.”

ຈຳນວນຂອງຜູ້ເສຍຊີວິດ ໄດ້ເພີ້ມຂຶ້ນເປັນ 37 ຄົນ ຫຼັງຈາກແມ່ຍິງສອງຄົນໄດ້ຈົມນ້ຳ
ຕາຍ ໃນເວລາທີ່ລົດຕູ້ຂອງເຈົ້າໜ້າທີ່ຕຳຫຼວດ ທີ່ກຳລັງນຳເອົາພວກເຂົາເຈົ້າ ໄປຍັງ
ສະຖານທີ່ປົວຄົນເປັນໂຣກຈິດ ນັ້ນ ໄດ້ຖືກນ້ຳພັດຕົກຈາກທາງ. ພວກເຈົ້າໜ້າທີ່
ຕຳຫຼວດ ສາມາດໜີອອກມາໄດ້.

ພາຍຸ ຟລໍເຣັນສ໌ ໄດ້ປະໄວ້ ຊຶ່ງໄພນ້ຳຖ້ວມທີ່ເຕັມໄປດ້ວຍຂີ້ຕົມ ແລະ ນ້ຳທີ່ມີກິ່ນເໝັນ
ຢູ່ໃນຫຼາຍໆຕົວເມືອງຂອງລັດຄາໂຣໄລນາເໜືອ.

ບັນດາເຈົ້າໜ້າທີ່ ໃນທົ່ວລັດ ກຳລັງເຕືອນພົນລະເມືອງຂອງຕົນວ່າ ຄາດວ່າ ຈະເກີດ
ນ້ຳຖ້ວມຕື່ມອີກ ໃນສັບປະດານີ້.

ຜູ້ປົກຄອງລັດຄາໂຣໄລນາເໜືອ ທ່ານ ຣອຍ ຄູບເປີ ໄດ້ກ່າວວ່າ ແມ່ນ້ຳ 16 ສາຍ ແມ່ນ
ຢູ່ໃນລະດັບທີ່ໃກ້ຈະລົ້ນຝັ່ງ ໃນວັນອັງຄານວານຜ່ານມານີ້ ໂດຍມີ ການຄາດໝາຍວ່າ
ລະດັບນ້ຳຈະສູງຂຶ້ນສຸດ​ຂີດ ພາຍໃນວັນພະຫັດມື້ນີ້.

NC Residents Wait for Water to Recede as Trump Pays Visit
please wait

No media source currently available

0:00 0:01:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG