ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີດໍ​ໂນລ ທ​ຣຳ ສຳ​ຫຼວດ​ເບິ່ງ​ບ່ອນ​ເສຍ​ຫາຍ ຈາກ​ໄຟ​ປ່າ​ລັດ​ຄາ​ລິ​ຟໍ​ເນຍ


ປະ​ທາ​ນາ​ທິ​ບໍ​ດີດໍ​ໂນລ ທ​ຣຳ ຢ​້ຽມ​ຢາ​ມ​ໂມ​ບິ​ລ​ໂຮມ ທີ່ ​ເມືອງ​ພາ​ຣາ​ດາຍ​ສ໌ ວັນ​ທີ 17 ພະ​ຈິກ.
ປະ​ທາ​ນາ​ທິ​ບໍ​ດີດໍ​ໂນລ ທ​ຣຳ ຢ​້ຽມ​ຢາ​ມ​ໂມ​ບິ​ລ​ໂຮມ ທີ່ ​ເມືອງ​ພາ​ຣາ​ດາຍ​ສ໌ ວັນ​ທີ 17 ພະ​ຈິກ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໄປຢ້ຽມຢາມລັດຄາລີຟໍເນຍ ໃນວັນ
ເສົາວານນີ້ ໄປເບິ່ງຢ່າງໄກ້ຊິດ ຄວາມເສຍຫາຍ ທີ່ເກີດຈາກໄຟໄໝ້ປ່າໃນລັດດັ່ງກ່າວ. ເພິ່ນໄດ້ບິນໄປຈາກນະຄອນຫຼວງວໍຊິງຕັນ ຫາຄາລີຟໍເນຍ ແລ້ວກໍກັບຄືນມາ ວໍຊິງຕັນໃນມື້ດຽວກັນ.

ທ່ານໄດ້ກ່າວ ຕໍ່ພວກນັກຂ່າວ ຫຼັງຈາກໄດ້ຍ່າງຜ່ານບ່ອນໄຟໄໝ້ ທີ່ໄດ້ຮັບຄວາມເສຍ
ຫາຍ ຢູ່ເມືອງ ພາຣາດາຍສ໌ ທາງພາກເໜືອຂອງລັດ ຄາລີຟໍເນຍ ວ່າ “ບໍ່ມີຜູ້ໃດຈະຄິດ
ວ່າສິ່ງແນວນີ້ ຈະເກີດຂຶ້ນ ມັນເປັນຄືກັນກັບທຸກສິ່ງທຸກຢ່າງເປັນການເສຍຫາຍໝົດກ້ຽງ.”

ພວກ​ເຈົ້າ​ໜ້າ​ທີ່​ລັດ​ຄາ​ລິ​ຟໍ​ເນຍ ສະ​ແດງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣ​ຳ ເບິ່ງ​ບ່ອນ​ເສຍ​ຫາຍ​ຂອງ ໄຟ​ປ່າ.
ພວກ​ເຈົ້າ​ໜ້າ​ທີ່​ລັດ​ຄາ​ລິ​ຟໍ​ເນຍ ສະ​ແດງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣ​ຳ ເບິ່ງ​ບ່ອນ​ເສຍ​ຫາຍ​ຂອງ ໄຟ​ປ່າ.

ຢ່າງໜ້ອຍບ້ານເຮືອນ 9,700 ຫຼັງ ໄດ້ຖືກທຳລາຍ ໃນການເຜົາຜານດັ່ງກ່າວ ແລະຜູ້ຄົນ
76 ໄດ້ເສຍຊີວິດ. 1,000 ຄົນ ຍັງຫາບໍ່ເຫັນເທື່ອ. ອັກຄີໄພດັ່ງກ່າວ ທີ່ເອີ້ນວ່າ Camp
Fireບັດນີ້ ໄດ້ກາຍມາເປັນໄຟມໍລະນະ ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງ ລັດ
ຄາລີຟໍເນຍ. ນັກມອດໄຟຫຼາຍກວ່າ 5,500 ຄົນ ຍັງຕໍ່ສູ້ກັບໄຟຢູ່ ເພື່ອໃຫ້ຢູ່ໃນຄວາມ
ຄວບຄຸມ. ທ່ານ ທຣຳ ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກຜູ້ຄົນຕ້ອງໄດ້ເຫັນໂຕຈິງ ເພື່ອ
ໃຫ້ເຂົ້າໃຈ.” ໃນການຢ້ຽມຢາມທີ່ວ່ານີ້

ຫຼັງ​ຈາກ​ເສຍບ້ານ​ເຮືອນ ນາງ​ໂຣ​ບິນ ແລະ​ລູກ​ຊາຍ ທ້າວ​ລູ​ກັ​ສ ລ່​ຽນ​ແຖວ​ຮັບ​ອາ​ຫານ ຜູ້​ບ່ອນ​ລີ້​ໄພ​ໃນ​ເມືອງຊິ​ໂກ ວັນ​ທີ 16, 2018.
ຫຼັງ​ຈາກ​ເສຍບ້ານ​ເຮືອນ ນາງ​ໂຣ​ບິນ ແລະ​ລູກ​ຊາຍ ທ້າວ​ລູ​ກັ​ສ ລ່​ຽນ​ແຖວ​ຮັບ​ອາ​ຫານ ຜູ້​ບ່ອນ​ລີ້​ໄພ​ໃນ​ເມືອງຊິ​ໂກ ວັນ​ທີ 16, 2018.

ທ່ານນາງ ໂຈດີ ໂຈນສ໌ ເຈົ້າເມືອງ ພາຣາດາຍສ໌ທ່ານ ແຈຣີ ບຣາວນ໌ ຜູ້ປົກຄອງລັດ
ຄາລີຟໍເນຍ ແລະຫົວໜ້າອົງການຊ່ອຍກູ້ໄພສຸກເສີນ ຂອງລັດຖະບານກາງ ທ່ານ
ບຣັອກ ລອງ ກໍໄດ້ຕິດຕາມທ່ານທຣຳໄປ.

ປະ​ທານ​າ​ທິ​ບໍ​ດີ​ດຳ​ໂນ​ລ ທ​ຣຳ ສຳ​ຫຼວດ​ເບິ່ງ​ບ່ອນ​ເສຍ​ຫາຍ ຈາກ​ໄຟ​ປ່າ.
ປະ​ທານ​າ​ທິ​ບໍ​ດີ​ດຳ​ໂນ​ລ ທ​ຣຳ ສຳ​ຫຼວດ​ເບິ່ງ​ບ່ອນ​ເສຍ​ຫາຍ ຈາກ​ໄຟ​ປ່າ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG