ລຸນຫຼັງການພົບປະເທື່ອຫຼ້າສຸດຂອງທ່ານກັບພວກຜູ້ນຳພັກເດໂມແຄຣັດ ທີ່ມ້ວນທ້າຍ
ການສົນທະນາກັນລົງ ດ້ວຍຄຳວ່າ “ເປັນການເສຍເວລາທີ່ສຸດ” ແລ້ວ ສະມາຊິກສະ
ພາສູງ ທ່ານ Chuck Schumer ກໍໄດ້ໃຫ້ຊື່ພຶດຕິກຳຂອງເພິ່ນວ່າ“ອາລົມເສຍ”. ວັນ
ພະຫັດມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະເດີນທາງໄປຍັງຊາຍ
ແດນສະຫະລັດ ກັບເມັກຊິກໂກ.
ການເດີນທາງໄປຍັງ McCallen ລັດເທັກຊັສ ຂອງເພິ່ນ ມີກຳນົດຈະເວົ້າເຖິງເລື້ອງ
ຄວາມປອດໄພຢູ່ຊາຍແດນ ທັງຈະໄປຢຸດແວ່ເບິ່ງດ່ານກວດກາຊາຍແດນ ແລະເຂດ
ຊາຍແດນເລາະຕາມແມ່ນໍ້າ ຣິໂອ ກຣັງເດ ນຳ.
ອິງຕາມຂໍ້ມູນອົງການປ້ອງກັນຊາຍແດນແລະພວກພາສີອາກອນເຫັນວ່າ ຮ່ອມພູ Rio
Grande ແມ່ນບ່ອນທີ່ເມື່ອບໍ່ຫຼາຍປີມານີ້ ພວກເຈົ້າໜ້າທີ່ ໄດ້ຈັບກຸມພວກ ຜູ້ຄົນ ທີ່ລັກ
ຂ້າມຊາຍແດນຢ່າງຜິດກົດໝາຍ ເຂົ້າມາໃນປະເທດຫຼາຍທີ່ສຸດ. ໃນ ປີ 2017 ແມ່ນມີ
ເຖິງ 44 ເປີເຊັນຂອງຈຳນວນພວກທີ່ຈັບໄດ້ທັງໝົດ.
ພວກກຸ່ມປ້ອງກັນສິດທິໃນເທັກຊັສ ພາກັນຄັດຄ້ານຕໍ່ຄຳຮຽກຮ້ອງຂອງທ່ານທຣຳ ເອົາ
ເງິນສ້າງກຳແພງຊາຍແດນຫຼາຍກວ່າ 5 ຕື້ໂດລາແລະນະໂຍບາຍກວດຄົນ ເຂົ້າເມືອງ
ຂອງທ່ານ ກໍຈະໄດ້ຮັບການປະທ້ວງ ທີ່ວາງແຜນໄວ້ໃນວັນພະຫັດມື້ນີ້ ທີ່ເດີ່ນເຮືອບິນ McCallen.
ທ່ານ ວີແຊນເຕ ກອນຊາເລັສ ສະມາຊິກສະພາ ພັກເດໂມແຄຣັດ ທີ່ຕາງໜ້າ ເຂດເດິ່ນ
ບິນ McCallen ຢູ່ໃນສະພາກ່າວວ່າ ທ່ານຍິນດີທີ່ທ່ານທຣຳໄປຢ້ຽມ ຢາມເມືອງດັ່ງ
ກ່າວ ແຕ່ເວົ້າວ່າ ສິ່ງທີ່ສະຫະລັດຕ້ອງການແມ່ນເລື້ອງລາຍຈ່າຍ ກ່ຽວກັບການສືບລັບ ຊຶ່ງຈະນຳຜົນມາໃຫ້ການຮັກສາຄວາມປອດໄພໃນຂົງເຂດ ດັ່ງກ່າວແທ້ໆ.
ທ່ານ ກອນຊາເລັສ ໄດ້ກ່າວໃນວິດິໂອ ໃນວັນພຸດວານນີ້ວ່າ “ທ່ານຈະໄດ້ເຫັນປະຊາ
ຄົມທີ່ມີຄວາມປອດໄພທີ່ສຸດຢູ່ໃນລັດແລະຢູ່ໃນປະເທດ. ທ່ານຈະໄດ້ເຫັນ ວ່າ ພວກ
ເຮົາບໍ່ຕ້ອງການກຳແພງ. ສິ່ງທີ່ພວກເຮົາຕ້ອງການ ແມ່ນເຮົາຕ້ອງຄຳ ນວນເບິ່ງວ່າ ເຮົາຈະເຮັດຈັ່ງໃດ ຈຶ່ງຈະໄດ້ພະນັກງານມາ 7,500 ຄົນ ສຳລັບ ພວກພາສີອາກອນ
ແລະພວກຮັກສາຊາຍແດນ. ພວກເຮົາຕ້ອງການເທັກໂນໂລຈີ ເພື່ອປ້ອງກັນຊາຍ
ແດນຂອງເຮົາ.”
ທ່ານ ເທດ ກຣູສ ສະມາຊິກສະພາສູງ ກັບທ່ານ ຈອນ ຄໍນິນ ຈາກພັກຣິພັບບລິກັນ ທັງ
ສອງ ກໍຈະເດີນທາງໄປກັບທ່ານທຣຳ ໃນວັນພະຫັດມື້ນີ້ ແລະເວົ້າວ່າ ກຳແພງຊາຍແດນ ແມ່ນມີຄວາມຈຳເປັນ.