ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ກ່າວຄຳປາໄສ ທີ່ງານເປີດຫໍພິພິດທະພັນ ສິດທິພົນລະເຮືອນ ໃນລັດ ມິສຊີສິບປີ


ເສົາລາຍຊື່, ວັນທີ ແລະ ຂໍ້ຄວາມ ສຳລັບການລົງໂທດຊາວ
ອາເມຣິກັນ ຜິວດຳ ຕັ້ງຢູ່ດ້ານໜ້າຂອງຮູບພວກ ຄູ ຄລັກສ໌ ແຄລນ ຈູດໄມ້ກາງເຂນ ສະແດງຢູ່ໃນຫໍພິພິດທະພັນ ສິດທິ
ພົນລະເມືອງ ມິສຊີສິບປີ, ເມືອງ ແຈັກສັນ, ລັດ ມິສຊີສິບປີ. 10 ພະຈິກ, 2017.
ເສົາລາຍຊື່, ວັນທີ ແລະ ຂໍ້ຄວາມ ສຳລັບການລົງໂທດຊາວ ອາເມຣິກັນ ຜິວດຳ ຕັ້ງຢູ່ດ້ານໜ້າຂອງຮູບພວກ ຄູ ຄລັກສ໌ ແຄລນ ຈູດໄມ້ກາງເຂນ ສະແດງຢູ່ໃນຫໍພິພິດທະພັນ ສິດທິ ພົນລະເມືອງ ມິສຊີສິບປີ, ເມືອງ ແຈັກສັນ, ລັດ ມິສຊີສິບປີ. 10 ພະຈິກ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານ “ຮູ້
ສຶກຫວັ່ນໄຫວ” ຕໍ່ພິທີເປີດຂອງຫໍພິພິດທະພັນ ສິດທິພົນລະເຮືອນໃນເມືອງ ແຈັກສັນ
ລັດ ມິສຊີສິບປີ, ບ່ອນທີ່ທ່ານໄດ້ຍົກຍ້ອງບັນດາຜູ້ນຳສິດທິພົນລະເຮືອນເຊັ່ນທ່ານ
ເມັດກາ ອີເວີສ໌ ແລະ ທ່ານ ມາຕິນ ລູເຕີ ຄິງ ຈູເນຍ ວ່າເປັນທີ່ເຄົາລົບ ແລະ ນັບຖື
ນັ້ນ.

ທ່ານ ທຣຳ ໄດ້ກ່າວຄຳປາໄສຂອງທ່ານ ໃນວັນເສົາວານນີ້ ກ່ອນພິທີ່ເປີດຢ່າງເປັນທາງ
ການໃນສະຖານທີ່ຂອງ ຫໍພິພິດທະພັນ. ໃນຂະນະດຽວກັນ, ພວກຜູ້ປະທ້ວງ ກໍໄດ້ເຕົ້າ
ໂຮມກັນ ຢູ່ສະຖານທີ່ຂອງຫໍພິພິດທະພັນດັ່ງກ່າວ ເພື່ອປະທ້ວງການມີໜ້າຂອງທ່ານ
ທຣຳ ພ້ອມກັບປ້າຍທີ່ອ່ານວ່າ ສິ່ງຕ່າງໆຄື “ຄວາມຮັກ ທ່ານ ທຣຳ ຊັງມັນ.”

ທ່ານ ທຣຳ ໄດ້ຮັກສາຄຳປາໄສຂອງທ່ານໄວ້ຢ່າງສະຫງົບສະຫງ່ຽມທີ່ງານດັ່ງກ່າວ,
ດ້ວຍການເວົ້າຕໍ່ຜູ້ຝັງ ທີ່ລວມມີທ່ານນາງ ມາຍລີ ອີເວີສ໌ ວິລລຽມສ໌, ແມ່ໝ້າຍຂອງຜູ້
ນຳອົງການ NAACP ທ່ານ ເມັກກາ ອີເວີສ໌ ແລະ ຜູ້ປົກຄອງລັດ ມິສຊີສິບປີ ທ່ານ ຟິລ
ບຣາຍອັ້ນ. ຕໍ່ຜູ້ກໍ່ສ້າງຫໍພິພິດທະພັນ, ທ່ານ ທຣຳ ໄດ້ກ່າວວ່າ “ພວກເຮົາຮູ້ບຸນຄຸນຢ່າງ
ແທ້ຈິງ.. ພວກເຮົາຍົກຍ້ອງນັບຖືທ່ານ.”

ດ້ວຍປະຫວັດຂອງບັນດາຜູ້ນຳສິດທິພົນລະເຮືອນຕິດຢູ່ຫໍພິພິດທະພັນ ແລະ ລະບຽງ
ຂອງເຂົາເຈົ້ານັ້ນ, ທ່ານ ທຣຳ ໄດ້ກ່າວວ່າ “ພວກເຮົາໄດ້ຕໍ່ສູ້ເພື່ອເປັນທີ່ຍົກຍ້ອງກັບ
ຄວາມເສຍສະຫຼະຂອງພວກເພິ່ນ.”

ບັນດານັກວິຈານທ່ານ ທຣຳ ກ່າວວ່າ ທ່ານໄດ້ເຮັດໃຫ້ບັນຫາ ກ່ຽວກັບ ຄວາມເຄັ່ງຕຶງ
ດ້ານເຊື້ອຊາດສີຜິວໃນ ສະຫະລັດ ຮ້າຍແຮງຂຶ້ນ. ແບບຢ່າງສິດທິພົນລະເຮືອນ ແລະ
ສະມາຊິກລັດຖະສະພາ ທ່ານ ຈອນ ລູວິສ໌ ຜູ້ທີ່ມີກຳນົດຈະກ່າວຄຳປາໄສ ໃນພິທີ
ເປີດຂອງຫໍພິພິດທະພັນ ໄດ້ປະກາດໃນວັນພະຫັດທີ່ຜ່ານມາວ່າ ທ່ານຈະບໍ່ເຂົ້າຮ່ວມ
ຍ້ອນປະທານາທິບໍດີຈະໄປທີ່ນັ້ນ.

ໃນຂະນະດຽວກັນ, ຫໍພິພິດທະພັນປະຫວັດສາດຄົນອາເມຣິກັນຜິວດຳ ຢູ່ບ່ອນອື່ນໃນ
ເມືອງ ແຈັກສັນ, ປະທານອົງການ NAACP ທ່ານ ເດຣິກ ຈອນສັນ ແມ່ນໄດ້ຈັດກອງ
ປະຊຸມຖະແຫຼງຂ່າວຕ່າງຫາກ ເຂົ້າຮ່ວມໂດຍເຈົ້າເມືອງ ແຈັກສັນ ທ່ານ ໂຈກເວ
ອານຕາ ລູມຸມບາ. ທ່ານ ຈອນສັນ ໄດ້ກ່າວວ່າ ການຈັດງານຕ່າງຫາກແມ່ນມີຈຸດປະ
ສົງທີ່ຈະ “ສະແດງຄວາມເຄົາລົບຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດຂອງເຂົາເຈົ້າ ເພື່ອສິດທິພົນລະເຮືອນໃນລັດ ມິສຊີສິລປີ, ໂດຍປາສະຈາກການມີໜ້າຂອງປະທານາທິບໍດີ
ດໍໂນລ ທຣຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG