ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເວົ້າເຖິງ ຜົນປະໂຫຍດ ດ້ານການຄ້າ ກັບ ຫວຽດນາມ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ປະທານ
ປະເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ ພາກັນອອກ
ຈາກບ່ອນປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ຮາໂນ່ຍ. 12 ພະຈິກ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ປະທານ ປະເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ ພາກັນອອກ ຈາກບ່ອນປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ຮາໂນ່ຍ. 12 ພະຈິກ, 2017.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານກຳລັງຊອກຫາການຄ້າສອງທາງ ກັບ
ຫວຽດນາມ ທີ່ຈະໃຫ້ຜົນປະໂຫຍດແກ່ທັງສອງປະເທດ.

ຫຼັງຈາກການປະຊຸມກັບປະທານປະເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ ໃນນະ
ຄອນຫຼວງ ຮ່າໂນ່ຍ ໃນວັນອາທິດມື້ນີ້ແລ້ວ, ທ່ານ ທຣຳ ກໍໄດ້ກ່າວ ໃນກອງປະຊຸມຖະ
ແຫຼງຂ່າວຮ່ວມວ່າ, “ເພື່ອທີ່ຈະເຮັດໃຫ້ການຄ້າດຳເນີນການໄດ້, ທຸກປະເທດຕ້ອງປະ
ຕິບັດຕາມກົດລະບຽບ. ຂ້າພະເຈົ້າມີຄວາມໝັ້ນໃຈວ່າ, ເມື່ອບໍ່ດົນມານີ້ ຫວຽດນາມ
ໄດ້ກາຍເປັນຕະຫຼາດສົ່ງອອກທີ່ເຕີບໂຕຢ່າງວ່ອງໄວສຳລັບສະຫະລັດ. ທ່ານປະທານ
ປະເທດ, ຂ້າພະເຈົ້າຂໍຍົກຍ້ອງຄວາມພະຍາຍາມຂອງທ່ານ ທີ່ໄດ້ປະຕິບັດການປະຕິ
ຮູບເສດຖະກິດ ແລະ ຂະຫຍາຍການຄ້າ ແລະ ການລົງທຶນຮອບດ້ານຂອງ ຫວຽດນາມ. ສະຫະລັດ ມີຄວາມກະຕືລືລົ້ນ ກ່ຽວກັບ ການປະຕິຮູບ ທີ່ສົ່ງເສີມຄວາມຮັ່ງມີທາງເສດ
ຖະກິດ ສຳລັບປະຊົນ ຫວຽດນາມ ທຸກຄົນ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ພວກເຮົາພຽງແຕ່ໄດ້ປຶກສາຫາລື ກ່ຽວກັບ ສິນຄ້າ ແລະ
ການບໍລິການທີ່ໄດ້ເຂົ້າມາໃນ ຫວຽດນາມ. ໃນທຳນອງດຽວກັນ, ຂ້າພະເຈົ້າໝັ້ນໃຈ
ວ່າ ພະລັງງານ, ກະສິກຳ, ການບໍລິການດ້ານການເງິນ, ການບິນ, ການຄ້າດິຈິຕອລ,
ແລະ ຜະລິດຕະພັນປ້ອງກັນປະເທດ ສະຫະລັດ ຈະປະສົບກັບທຸກໆຄວາມຕ້ອງການ
ດ້ານການຄ້າຫຼາຍຢ່າງຂອງພວກທ່ານ. ແລະ ແທ້ຈິງແລ້ວ, ມັນບໍ່ພຽງແຕ່ຈະບັນລຸ
ຄວາມຕ້ອງການເທົ່ານັ້ນ ແຕ່ສິ່ງທີ່ພວກເຮົາເຮັດແມ່ນດີກວ່າໝົດທຸກຄົນ.”

ໃນການເວົ້າຜ່ານນາຍພາສານັ້ນ, ທ່ານ ກວາງ ໄດ້ອະທິບາຍເຖິງການປະຊຸມກັບທ່ານ
ທຣຳ ວ່າມີຜົນດີ, ໂດຍກ່າວວ່າ “ການເດີນທາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງ
ການຂອງປະທານາທິ ບໍດີ ເປັນຂີດໝາຍທີ່ສຳຄັນໃນສາຍພົວພັນ ລະຫວ່າງ ຫວຽດ
ນາມ ກັບ ສະຫະລັດ, ສ້າງກຳລັງໃຈທີ່ເຂັ້ມແຂງສຳລັບການເປັນຄູ່ຮ່ວມງານທີ່ແທ້ຈິງ,
ມີປະສິດທິຜົນ ແລະ ການພັດທະນາຢ່າງໝັ້ນຄົງ ກ່ຽວກັບ ສອງຝ່າຍ ແລະ ການເປັນ
ຄູ່ຮ່ວມງານຮອບດ້ານ.

ທັງສອງທ່ານຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາ ເກົາຫຼີເໜືອ ແລະ ທະເລຈີນໃຕ້ນຳ.

ທ່ານ ທຣຳ ໄດ້ກ່າວຢໍ້າ ຄຳເຕືອນຂອງທ່ານວ່າ ເກົາຫຼີເໜືອ ເປັນຕົວແທນໄພຂົ່ມຂູ່ຕໍ່
ຄວາມສະຫງົບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Leaders of US and China Offer Asia Business Leaders Divergent Paths
please wait

No media source currently available

0:00 0:02:53 0:00

XS
SM
MD
LG