ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ 'ດີໃຈຫຼາຍ' ກັບການເຈລະຈາ ດ້ານອາວຸດ ນິວເຄລຍ ຂອງເກົາຫຼີເໜືອ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມື ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ ຣີສອດ ກາແປລລາ ຕັ້ງຢູ່ໃນເກາະ ເຊນໂຕຊາ ຂອງສິງກະໂປ, ວັນທີ 12 ມິຖຸນາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມື ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ ຣີສອດ ກາແປລລາ ຕັ້ງຢູ່ໃນເກາະ ເຊນໂຕຊາ ຂອງສິງກະໂປ, ວັນທີ 12 ມິຖຸນາ 2018.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດໃນວັນຈັນມື້ວານນີ້ວ່າ ທ່ານ
ມີຄວາມ “ດີໃຈຫຼາຍ” ໃນການເຈລະຈາ ທີ່ກຳລັງດຳເນີນຢູ່ ກັບເກົາຫຼີເໜືອ ເພື່ອຍຸຕິ
ໂຄງການອາວຸດນິວເຄລຍຂອງພຽງຢາງ ຊຶ່ງເປັນການຕອບໂຕ້ ຕໍ່ລາຍງານ ທີ່ອອກຂ່າວ
ໃນທາງກົງກັນຂ້າມນັ້ນ.

ທ່ານທຣຳ ກ່າວໃນທວີດເຕີ້ວ່າ “ບໍ່ມີການຍິງຈະຣວດໂດຍເກົາຫຼີເໜືອ ໃນໄລຍະ 9
ເດືອນ. ເຊັ່ນດຽວກັນ ບໍ່ມີການທົດລອງອາວຸດນິວເຄລຍເລີຍ. ຍີ່ປຸ່ນ ກໍດີໃຈ ແລະ
ປະເທດເອເຊຍທັງໝົດ ກໍດີໃຈ ເຊັ່ນກັນ. ແຕ່ລາຍງານຂ່າວປອມ ກ່າວວ່າ ໂດຍບໍ່
ໄດ້ຖາມຂ້າພະເຈົ້າເລີຍວ່າ ຂ້າພະເຈົ້າມີຄວາມໂກດແຄ້ນ ຍ້ອນມັນຍັງບໍ່ໄວພໍ. ບໍ່
ຖືກຕ້ອງ ຂ້າພະເຈົ້າ ດີໃຈຫຼາຍ.”

ໃນຕອນແລງວັນຈັນວານນີ້ ກຸ່ມ 38 ນັອດ​ ທີ່ມີສຳນັກງານຕັ້ງຢູ່ສະຫະລັດກ່າວວ່າ
ຮູບພາບຈາກດາວທຽມເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອເລີ້ມທັບມ້າງ
ສະຖານີສົ່ງດາວທຽມ ໂຊແຮ ໃນເຂດແຄມຝັ່ງທະເລທາງພາກຕາເວັນຕົກສຽງເໜືອ
ຂອງປະເທດແລ້ວ.

ຮູບພາບຈາກດາວທຽມສະແດງໃຫ້ເຫັນວ່າ ການທັບມ້າງຕຶກທີ່ເຄື່ອນຍ້າຍດ້ວຍລາງ
ບ່ອນທີ່ມີການປະກອບ ການສົ່ງຈະຫຼວດຂຶ້ນສູ່ອະວະກາດ ກ່ອນຈະຍ້າຍໄປສູ່ຖານຍິງ
ແລະເຄື່ອງທົດລອງຈັກຈະຫຼວດ ທີ່ຕັ້ງຢູ່ໃກ້ຄຽງ ບ່ອນທີ່ມີການພັດທະນາເຊື້ອໄຟ ທີ່
ເປັນຂອງແຫຼວ ເພື່ອນຳໃຊ້ກັບຈັກຈະຫຼວດ ສຳລັບລູກສອນໄຟຂີປະນາວຸດ ແລະ
ຈະຫຼວດສຳລັບຍິງຂຶ້ນສູ່ອະວະກາດ ອີງຕາມລາຍງານຂອງກຸ່ມ 38 ນັອດ.

ທ່ານໂຈເຊັຟ ເບີມູຍເດສ ນັກວິເຄາະຂອງກຸ່ມ 38 ນັອດ ເອີ້ນການເຄື່ອນໄຫວດັ່ງກ່າວ
ນີ້ວ່າ “ເປັນບາດກ້າວທີ່ສຳຄັນອັນທຳອິດ ເພື່ອປະຕິບັດຕາມຄວາມໝັ້ນໝາຍ”
ທີ່ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ໃຫ້ໄວ້ ໃນລະຫວ່າງການພົບປະສຸດຍອດ
ກັບປະທານາທິບໍດີທຣຳ ທີ່ສິງກະໂປ.

ນຶ່ງມື້ຫຼັງຈາກກອງປະຊຸມສຸດຍອດໃນເດືອນແລ້ວນີ້ ທ່ານທຣຳໄດ້ກ່າວຜ່ານທາງທວີດເຕີ້
ວ່າ “ບໍ່ມີໄພຂົ່ມຂູ່ນິວເຄລຍ ຈາກເກົາຫຼີເໜືອ ອີກຕໍ່ໄປແລ້ວ.”

ແຕ່ຂໍ້ຕົກລົງຂອງພວກທ່ານ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບວ່າ ເວລາໃດ ຫຼືດ້ວຍວິທີໃດ
ເກົາຫຼີເໜືອ ຈະທັບມ້າງ ໂຄງການອາວຸດນິວເຄລຍ ຫຼື ອັດສະຖານທີ່ນິວເຄລຍ ທີ່ຕົນມີ
ຢູ່ໃນປັດຈຸບັນນີ້. ລັດຖະບານມົນຕີກະຊວງຕ່າງປະເທດສະຫະລັດທ່ານໄມຄ໌ ພອມພຽວ
ເມື່ອໄວໆມານີ້ໄດ້ພົບກັບເຈົ້າໜ້າທີ່ເກົາຫຼີເໜືອ ທີ່ນະຄອນພຽງຢາງ ເພື່ອສ້າງຄວາມຄືບ
ໜ້າ ໃນການຫາລືກັນ ທີ່ປາກົດວ່າ ມີຄວາມກ້າວໜ້າແຕ່ພຽງເລັກນ້ອຍ ເທົ່ານັ້ນ. ພວກ
ນັກການທູດບາງຄົນເວົ້າວ່າ ເກົາຫຼີເໜືອໄດ້ຍົກເລີກການປະຊຸມຕ່າງໆ ແລະບໍ່ໄດ້ຮັກສາ
ການຕິດຕໍ່ຂັ້ນພື້ນຖານ ກັບເຈົ້າໜ້າທີ່ສະຫະລັດໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG