ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຈະ “ເສຍໃຈຫຼາຍ” ຖ້າ
ຫາກເກົາຫຼີເໜືອ ກັບໄປທົດລອງນິວເຄລຍຄືນອີກ ຫຼັງຈາກທີ່ໄດ້ພົບ ປະກັບ ທ່ານ ກິມ
ຈົງ ອຶນ ຜູ້ນຳຂອງເກົາຫຼີເໜືອ ເມື່ອບໍ່ດົນມານີ້.
ທ່ານ ທຣຳ ໄດ້ໃຫ້ຄຳເຫັນດັ່ງກ່າວ ຕໍ່ບັນດານັກຂ່າວ ໃນວັນສຸກວານນີ້ ໃນຂະນະທີ່
ທ່ານກຽມຈະເດີນທາງໄປຍັງລັດອາລາບາມາ ເພື່ອໄປສຳຫຼວດເບິ່ງຄວາມ ເສຍຫາຍ
ຈາກລົມຫົວກຸດ ຫຼື ໂທຣນາໂດ. ທ່ານ ໄດ້ກ່າວວ່າ ທ່ານໄດ້ປັບປຸງ ສາຍສຳພັນລະຫວ່າງ
ສະຫະລັດ ກັບເກົາຫຼີເໜືອ ໃຫ້ດີຂຶ້ນຢ່າງໃຫຍ່ຫຼວງ ໃນລະຫວ່າງການດຳລົງຕຳແໜ່ງ
ຂອງທ່ານ.
ທ່ານເວົ້າວ່າ “ເບິ່ງດຸ ໃນເວລາຂ້າພະເຈົ້າເຂົ້າມາ” ທ່ານກ່າວຕື່ມວ່າ “ພາຍໃຕ້ ລັດຖະ
ບານ ທ່ານໂອບາມາ ເກົາຫຼີເໜືອ ແມ່ນເປັນໄພອັນຕະລາຍ. ພວກເຈົ້າ ກຳລັງຈະເຮັດ
ສົງຄາມກັນ ຊຸມເຈົ້າເອີ້ຍ ພວກເຈົ້າຮູ້ຈັກຫຼືບໍ່...ຂ້າພະເຈົ້າໄດ້ຮັບ ມູນມໍລະດົກທີ່ວຸ້ນ
ວາຍນີ້.”
ທ່ານກ່າວຕໍ່ໄປວ່າ “ດຽວນີ້ ພວກເຈົ້າບໍ່ເຫັນວ່າ ມີການທົດລອງ ພວກເຈົ້າບໍ່ ເຫັນວ່າ
ມີຫຍັງເລີຍ. ຖ້າເບິ່ງ ແມ່ນຫຍັງຈະເກີດຂຶ້ນ ແຕ່ຂ້າພະເຈົ້າຈະເສຍ ໃຈຫຼາຍ ຖ້າຂ້າ
ພະເຈົ້າ ຈະໄດ້ເຫັນການທົດລອງ.”
ສື່ມວນຊົນຂອງທາງການເກົາຫຼີເໜືອ ໄດ້ກ່າວໃນວັນສຸກວານນີ້ ເປັນຄັ້ງທຳອິດ ວ່າ
ກອງປະຊຸມສຸດຍອດ ບໍ່ໄດ້ມີຄວາມກ້າວໜ້າເລີຍ ແລະປະຊາຊົນຂອງຕົນ ໄດ້ຖິ້ມໂທດ
ໃສ່ ສະຫະລັດ ສຳລັບຄວາມຂາດຕົກບົກຜ່ອງທີ່ບໍ່ມີຂໍ້ຕົກລົງ.
ທ່ານທຣຳ ແລະ ທ່ານກິມ ໄດ້ພົບປະກັນ ເມື່ອສັບປະດາແລ້ວນີ້ ຢູ່ນະຄອນ ຫຼວງຮາໂນ່ຍ
ຂອງຫວຽດນາມ ໃນກອງປະຊຸມສຸດຍອດທີ່ມຸ້ງໝາຍ ທີ່ຈະບັນລຸຂໍ້ຕົກລົງ ກ່ຽວກັບການ
ປົດອາວຸດນິວເຄລຍຂອງເກົາຫຼີເໜືອ. ແຕ່ການພົບປະກັນນັ້ນ ໄດ້ແຕກຫັກລົງ ຍ້ອນ
ສະພາບການບໍ່ໄປບໍ່ມາ ກ່ຽວກັບວ່າ ເກົາຫຼີເໜືອ ຈະປິດສະຖານທີ່ຍິງລູກສອນໄຟ
ຈັກແຫ່ງຂອງຕົນ.
ສື່ມວນຊົນ ຂອງທາງການເກົາຫຼີເໜືອ ໄດ້ຍອມຮັບຮູ້ເປັນຄັ້ງທຳອິດ ໃນວັນສຸກວານນີ້
ວ່າ ກອງປະຊຸມໄດ້ລົ້ມແຫລວ ໂດຍກ່າວວ່າ ປະຊາຊົນຂອງເກົາຫຼີເໜືອ ຖິ້ມໂທດໃສ່
ສະຫະລັດ ສຳລັບ ກອງປະຊຸມທີ່ແຕກຫັກລົງນັ້ນ.
ພາຍຫຼັງຈາກກອງປະຊຸມສຸດຍອດ ບັນດາໜັງສືພິມຂອງເກົາຫຼີໃຕ້ ໄດ້ລາຍງານ ວ່າ
ມີຫຼັກຖານ ຂອງການເຄື່ອນໄຫວໃໝ່ ຢູ່ຖານຍິງຈະຫຼວດໄລຍະໄກ ໂຊແຮ ບ່ອນທີ່
ທ່ານກິມ ໄດ້ຕົກລົງເມື່ອປີກາຍນີ້ວ່າ ຈະປິດມັນລົງ ອັນເປັນພາກສ່ວນ ນຶ່ງ ຂອງມາດ
ຕະການ ສ້າງຄວາມໝັ້ນໃຈ ໃຫ້ກັບ ສະຫະລັດ.