ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ຫຼຸດຂະໜາດ ເຂດສະຫງວນ ທີ່ເອີ້ນວ່າ ອະນຸສາ​ວະລີ​ແຫ່ງ​ຊາດ ລົງ


Trump Shrinks Two National Monuments In Utah
please wait

No media source currently available

0:00 0:02:02 0:00

ທ່ານທຣຳ ຫຼຸດຂະໜາດ ເຂດສະຫງວນ ທີ່ເອີ້ນວ່າ ອະນຸສາ​ວະລີ​ແຫ່ງ​ຊາດ ລົງ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຫຼຸດ​ຂະໜາດ​ຂອງອະນຸສາວະລີ 2 ​ແຫ່ງ​ໃນລັດຢູທາ ລົງ​, ​ເຖິງ​ແມ່ນ​ວ່າຊາວພື້ນເມືອງອາເມຣິກັນແລະກຸ່ມອື່ນໆຈະຂັດຄ້ານ
ຢາກໃຫ້ທີ່ດິນ ດັ່ງກ່າວ ຍັງຄົງຕົກຢູ່ພາຍໃຕ້ການຄຸ້ມຄອງ​ຂອງ​ລັດຖະບານ​ກາງຢູ່ກໍ​ຕາມ.
​ຢູ່ໃນຄຳ​ປາໄສຄັ້ງນຶ່ງໃນວັນຈັນສັບປະດານີ້ ທີ່​ນະຄອນ​ ຊອລຕ ​ເລກ ຊີ​ຕີ ລັດຢູທາ ນັ້ນ
ທ່ານ​ທຣຳ​ ໄດ້​ປະກາດ​ວ່າ ທ່ານ ​ຈະມອບ 80 ​ເປີ​ເຊັນ ຂອງດິນ​ແດນ​ ​ແບຣ ​ເອ້ຍຊ ​
ແລະ​ເກື​ອບ​ເຖິງ 50​ ເປີ​ເຊັນ ຂອງ ແກຣນ ສະ​ແຕ​ຣສ-​ແອ​ສກາແລັນເຕ ຄືນ​ໃຫ້​ຢູ່ພາຍໃຕ້
ການ​ຄວບ​ຄຸມດູ​ແລຂອງ​ລັດ. ພວກ​ທີ່​ສະໜັບສະໜຸນ ​ເຫັນດີ​ເຫັນ​ພ້ອມ ​ກັບ​ການ​ເອົາ​
ບາດກ້າວ​ດັ່ງ​ກ່າວທີ່​ຈະ​ເປີດ​ໂອກາດ​ໃຫ້ດິນຕອນ​ນີ້ ຖືກສຳ​ຫຼວດ​ຫາແຫຼ່ງ​ພະລັງງານ ​
ແລະ​ໃຊ້​ເປັນ​ຖະໜົນ​ໃຫ້​ຍວດ​ຍານພາຫະນະ​ແລ່ນໄປແລ່ນມາ​ໄດ້ ແຕ່​ວ່າ ພວກຝ່າຍ
​ຄ້ານ ​ແມ່ນ​ຄາດ​ວ່າ​ຈະພາກັນສະເໜີການ​ທ້າ​ທາຍ​ທາງ​ກົດໝາຍ ທີ່​ເປັນ​ບາດກ້າວ​
ທີ່ບໍ່​ເຄີຍ​ມີ​ມາ​ກ່ອນນີ້. ນັກ​ຂ່າວ ວີ​ໂອ​ເອ ຊລາ​ຕິ​ກາ ​ໂຮ​ຄ ມີ​ລາຍ​ງານເລື່ອງນີ້
ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ອຽດ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


​ເຂດ ແບຣ ​ເອ້ຍຊ ຂົງ​ເຂດ​ທີ່​ມີ​ເນື້ອ​ທີ່ ປະມານ 530 ພັນ ເຮັກ​ຕາ ​ໃນ ລັດຢູທາ ທາງພາກ
​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ ທີ່​ໄດ້​ຖືກປະກາດ​ວ່າເປັນອະນຸສາ​ວະລີ​ແຫ່ງ​ຊາດເມື່ອ​ບໍ່ເຖິງນຶ່ງ​ປີ ກ່ອນ​ ​ໂດຍ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ. ຜູ້​ທີ່​ມາ​ແທນ​ທ່ານ ​ໄດ້​ຫຼຸດ
​ຂະໜາດ​ຂອງ​ສະຖານ​ທີ່​ດັ່ງກ່າວ​ລົງ ຫຼາຍ​ກວ່າ 80 ​ເປີ​ເຊັນ. ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ທຣຳ ​ກໍໄດ້ຕັດ​ຂະໜາດລົງ​ເກືອບ​ເຄິ່ງນຶ່ງ​ຂອງ ແກຣນ ສະ​ແຕ​ຣສ-​ແອ​ສກາແລັນ​ເຕ ທີ່​ໄດ້​ອອກ​
ແບບ ໃນ​ປີ 1996 ​ໂດຍ​ປະທານາທິບໍດີ​ ບິ​ລ ຄລິນ​ຕັນ. ທ່ານ​ທຣຳ ​ໄດ້​ບອກ​ຝູງ​ຊົນ ​
ທີ່​ອອກ​ມາສະ​ໜັບສະ​ໜຸນ​ທ່ານ​ ໃນ​ເມືອງ​ຫຼວງ​ຂອງ​ລັດຢູທາ ວ່າ ທ່ານ​ຈະ​ຍົກດິນ​ດອນ​
ຜືນ​ນີ້​ຂອງພວກເຂົາເຈົ້າອອກໄປຈາກ​ການ​ຄວບ​ຄຸມ​ດູ​ແລ ຂອງເຈົ້າ​ໜ້າ​ທີ່ພຽງ​ບໍ່​ເທົ່າ​ໃດ
​ຄົນໃນ​ວໍ​ຊີງ​ຕັນ.

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ວ່າ “​ການຜູກ​ພັນຂອງພວກທ່ານ​
ກັບ​ທຳ​ມະ​ຊາດ​ຂ້າງນອກທີ່ບໍ່ມີວັນສິ້ນສຸດນັ້ນ ບໍ່​ຄວນຈະຕົກໄປຢູ່ກັບພວກບັນຍັດ
ກົດໝາຍ​ທີ່​ຢູ່ຫ່າງໄກເປັນ​ພັນໆ​ໄມ​ລ໌. ພວກ​ເພິ່ນ​ທັງຫຼາຍ​ ​ບໍ່​ຮູ້ຫຽັງ ​ກ່ຽວ​ກັບ​ດິນ​ດອນ
​ຕອນ​ຫຍ້າ​ຂອງພວກ​ທ່ານ​ແລະຄວາມຈິງ​ແລ້ວ ​ພວກ​ເພິ່ນ ບໍ່​ໄດ້​ເປັນ​ຫວ່ງ​ເປັນ​ໃຍ
ກ່ຽວກັບ​ດິນດອນ​ຂອງ​ພວກ​ທ່ານ ຄື​ກັນ​ກັບ​ພວກທ່ານເອງ.”

ໃນພາບທີ່ສະແດງໃຫ້ເຫັນເຖິງ ໂຄຈສ່ວນບົນ ຂອງແຫວແອສກາແລັນເຕ ທີ່ຢູ່ພາຍໃນ ແກຣນ ສະແຕຣສ-ແອສກາແລັນເຕ ອານຸສາວະລີແຫ່ງຊາດ ໃນລັດຢູທາ ທີ່ສະແດງໃຫ້ເຫັນເຖິງໜ້າຜາ ທີ່ແພພັງລົງຈາກການຊຸດໂຊມຂອງແຫວ.
ໃນພາບທີ່ສະແດງໃຫ້ເຫັນເຖິງ ໂຄຈສ່ວນບົນ ຂອງແຫວແອສກາແລັນເຕ ທີ່ຢູ່ພາຍໃນ ແກຣນ ສະແຕຣສ-ແອສກາແລັນເຕ ອານຸສາວະລີແຫ່ງຊາດ ໃນລັດຢູທາ ທີ່ສະແດງໃຫ້ເຫັນເຖິງໜ້າຜາ ທີ່ແພພັງລົງຈາກການຊຸດໂຊມຂອງແຫວ.

ເຂດ ແບຣ ​ເອ້ຍຊ ​ແລະ​ເຂດແກຣນ ສະ​ແຕ​ຣສ-​ແອ​ສກາແລັນ​ເຕ ​ໄ​ດ້ຖືກ​ປະກາດ​ໃຫ້
ເປັນ​ອານຸສາ​ວະລີ​ແຫ່ງ​ຊາດ​ ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ມະຕິ​ ແອນ​ຕິກກວິດຕີ ​ປີ 1906.
ທ່ານ​ທຣຳ ​ກ່າວ​ວ່າ ບັນດາຜູ້​ດຳລົງ​ຕຳ​ແໜ່​ງຫຼາຍຄົນ​ກ່ອນໆ​ ໄດ້ພາກັນ ລະ​ເມີດ​ກົດ​ໝາຍ.

ທ່ານ​ທຣຳ ກ່າວອີກ​ຕື່ມ​ວ່າ “ກົດໝາຍ​ດັ່ງກ່າວ​ນີ້ ​ບົ່ງວ່າ ໃຫ້​ມີ​ເຂດ​ນຶ່ງ​ທີ່ນ້ອຍທີ່ສຸດ
ເທົ່າ​ນັ້ນ ​ຈັດ​ສັນ​ໄວ້ ໃຫ້​ເປັນ​ເຂດ​ຫວງ​ຫ້າ​ມ​ແລະ​ປົກ​ປ້ອງ​ຄຸ້ມຄອງໄວ້ ​ໃຫ້ເປັນ​ອານຸ
ສາ​ວະລີ​ແຫ່ງ​ຊາດ​. ແຕ່ບໍ່​ເປັນ​ຈັ່ງບຸນ ລັດຖະບານ​ຊຸດ​ກ່ອນໆ ​ໄດ້​ເມີນ​ເສີຍ​ຕໍ່​ມາດ
ຕະຖານແລະໄດ້​ນຳ​ໃຊ້ກົດໝາຍ​ເພື່ອໄປຄວບຄຸມດິນ​ດອນ​ແລະ​ແມ່ນ້ຳລຳທານ
ຫຼາຍໆ​ລ້ານ​ເອເກີ້ ​ໃຫ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະບານ.”

ການ​ເອົາ​ບາດກ້າວ​ຂອງ​ທ່ານ​ທຣຳ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ ຄາດ​ວ່າ ຈະ​ປະ​ເຊີນ​ໜ້າ​
ກັບ​ກຸ່ມ​ຄົນພື້ນເມືອງອາ​ເມຣິກັນ​ເຜົ່າຕ່າງໆ​ພວກ​ຊຶ່ງຖື​ວ່າ ເຂດ ແບຣ ​ເອ້ຍຊ ເປັນອານຸ
ສາ​ວະລີແຫ່ງ​ຊາດ​ສັກສິດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ທ່ານ​ນາງ ​ແມຣີລິນ ມັສ​ແຕັຈ ສະມາຊິກ​ຈາກ​ຊົນ​ເຜົ່າ​ພື້ນ​ເມືອງນາວາ​ໂຮ ​ໃນ​ລັດ​ຢູທາ
ກ່າວ​ວ່າ“​ທ່ານກຳລັງ​ເອົາສິ່ງ​ທີ່​ພວກ​ເຮົາ​ເຊື່ອ​ຖື ໜີໄປຈາກພວກເຮົາ”

​ແຕ່​ວ່າ ພວກ​ລ້ຽງສັດ​ໃນ​ເຂດ​ທ້ອງ​ຖິ່ນບາງຄົນ ກ່າວ​ວ່າ ການ​ຈຳກັດຂອບເຂດ​
ການ​ລ່າ​ສັດ ການ​ລ້ຽງສັດ​ໃນ​ທົ່ງ​ກວ້າງ​ ແລະ​ຕໍ່ການ​ພັດທະນາ​ສ້າງສາ ​ແມ່ນເປັນ
ການກະທົບ​ຕໍ່​ວິຖີ​ຊີວິດຂອງ​ພວກ​ເຂົາ​ເຈົ້າ.

ທ່ານ ທາຍ​ເລີ ອີ​ວິນ​ສ ຄົນ​ລ້ຽງສັດ​ໃນ​ລັດ​ຢູທາ ກ່າວ​ວ່າ “ມັນ​ສຳຄັນ​ຫຼາຍ​ສຳ​ຫຼັບ​
ພວກ​ເຮົາ. ພວກ​ເຮົາ​ໄດ້ມາ​ອາ​ໄສ​ຢູ່​ໃນ​ດິນດອນ​ຜືນ​ນີ້​ມາ​ຕັ້ງ​ນົມ​ນານແລ້ວ
​ແລະ​ນັ້ນ​ແມ່ນ​ວິຖີ​ຊີວິດ​ຂອງ​ພວກ​ເຮົາ.”

​ໃນຕົ້ນປີ​ນີ້ ທ່ານ​ທຣຳ ​ໄດ້​ລົງ​ນາມໃນ​ດຳລັດ​ຝ່າຍ​ບໍລິຫານ ຮຽກຮ້ອງ​ໃຫ້​ມີ​ການ
​ກວດຄືນ​ເບິ່ງບັນດາອານຸສາ​ວະລີ​ 27 ​ແຫ່ງ​ທີ່​ຈັດ​ສັນ​ໃຫ້​ຢູ່​ພາຍ​ໃຕ້​ກົດໝາຍມາດຕາ
ແອນ​ຕິກກວິດຕີ ​ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG