ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣໍາ ​ຫຼຸດ​ຂະໜາດ​ ເຂດສະຫງວນ ທີ່​ກວ້າ​ງ​ໃຫຍ່ ໃນລັດ​ຢູທາ


Trump Shrinks Two National Monuments In Utah
please wait

No media source currently available

0:00 0:02:02 0:00

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ເຮັດ​ໃຫ້​ຂະໜາດ​ຂອງ​ສອງ ປ່າດົງ​ອັນ​
ກວ້າ​ງ​ໃຫຍ່ ທີ່​ເປັນ​ອະ​ນຸສາ​ວະຣີຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ຢູທາ ປະນາມ​ອັນ​ທີ່​
ທ່ານ​ຮ້ອງ​ວ່າ “​ເປັນ​ການ​ຍາດ​ເອົາ​ດິນ​ດອນ​ອັນ​ກວ້າ​ງ​ໃຫຍ່” ​ໂດຍ​ລັດຖະບານກາງ.

“​ເຂົາ​ເຈົ້າ​ບໍ່ສົນ​ໃຈ​ຕໍ່​ດິນດອນຄື​ດັ່ງ​ພວກທ່ານ” ປະທານາ​ທິບໍດີ​ທຣໍາ ກ່າວ​ຕໍ່ຝູງ​ຊົນຢູ່​ນະ
ຄອນ ຊອລຕ ​ເລກ ​ເມືອງ​ເອກ​ຂອງ​ລັດ. ທ່ານ​ກ່າວ​ວ່າ ການ​ປະຕິບັດ​ຂອງ​ທ່ານຈະ
“ຫລຸດຜ່ອນ​ການ​ກວມ​ເອົາ” ​ແລະ “ສົ່ງ​ຄືນສິດທິ​ຂອງ​ດິນ​ດອນ​ແກ່​ປະຊາຊົນຂອງພວກ​
ທ່ານ. ດິນ​ດອນສາທາລະນະ ອີກ​ຄັ້ງ​ນຶ່ງຈະ​ມີ​ໄວ້​ໃຫ້​ສາທາລະນະໃຊ້.”

ຄຳ​ປະກາດ​ຂອງ​ທ່ານ​ທຣໍາ ລົບ​ລ້າງກດຳລັດ​ຈາກ​ສອງ​ປະທານາທິບໍດີີ​ພັກ​ເດ​ໂມ​ແຄ
ຣັດ ທ່ານ​ບິ​ລ ຄລິນ​ຕັນ ​ແລະ​ທ່ານ​ບາຣັກ ​ໂອບາມາ ທີ່​ໄດ້​ສ້າງ 526,000 ​ເຮັກຕາ ອະນຸ
ສາ​ວະຣີ​ແຫ່ງ​ຊາດ ​ແບລ ​ເອ​ຍສ​ ​ແລະ 769,000 ເຮັກ​ຕາ ອະ​ນຸສາວະຣີ​ແຫ່ງ​ຊາດ
ແກຣນ ສະ​ແຕ​ເຄສ-​ແອ​ສກາແລັນ.

ປະທານາທິບໍດີ​ທຣໍາ ​ໄດ້​ອອກ​ຄຳ​ສັ່ງ​ທີ່​ຈະ​ຕັດ​ຂະໜາດ ​ແບ​ລ ​ເອຍສ 85 ​ເປີເຊັນ ​ແລະ​
ແກຣນ ສະ​ແຕ​ເຄສ ​ເຄິ່ງນຶ່ງ ​ແຕ່​ຕ້ອງຢືນຢັນ​ໂດຍ​ລັດຖະສະພາ. ທ່ານ​ທຣໍາ ແນ​ໃສ່​ການ​
ເປີດ​ບັນດາ​ອະນຸສາວະຣີ​ໃຫ້​ເປັນ​ບ່ອນ​ໃຊ້​ພັກຜ່ອນ ​ແລະ​ພັດທະນາ ຮວມທັງ​ຂຸດ​ຄົ້ນ
ທ່ານ​ຫິນ ​ແລະ​ທົ່ງ​ລ້ຽງ​ງົວ.

​ໃນ​ຂະ​ນະ​ທີ່​ທ່ານ​ອອກ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ທ່ານ​ທຣໍາ ກ່າວ​ວ່າ “ພວກ​ເຮົາ​ຈະ
​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ລັດ​ຢູທາ ​ແລະ​ອື່ນໆ​ຕ້ອງການ​ຢາກ​ເຮັດ​ໃຫ້​ສຳ​ເລັດ ມາ​ໄດ້​ຫລາຍໆ
​ປີ​ແລ້ວ. ມັນ​ຈະ​ເປັນ​ນຶ່ງ​ຂອງ​ການ​ດີ​ທີ່​ສຸດ ດີແທ້ໆ ​ເຫດການ​ຂອງ​ປະ​ເທດ​ນີ້​ເປັນ​ເວລາ​
ດົນ​ນານ. ​ເປັນ​ທີ່​ສຳ​ຄັນ​ແກ່​ສິດ​ທິຂອງ​ລັດ ​ແລະ​ເປັນ​ທີ່​ສຳ ຄັນ​ແກ່​ປະຊາຊົນ​ຢູທາ.”

​ແຕ່​ວ່າ ຊາວ​ອາ​ເມຣິກັນ​ອິນເດຍ​ແດງ ​ແລະ​ບັນດາ​ກຸ່​ມສິ່ງ​ແວດ​ລ້ອມ ​ໄດ້​ປະກາດ​ທີ່​ຈະ
ຍືນ​ຟ້ອງ​ທາງກົດໝາຍ​ເພື່ອ​ກິດ​ກັ້ນ​ການ​ປະຕິບັດ​ຂອງ​ທ່ານ​ທຣໍາ. ​ເຂົາ​ເຈົ້າ​ກ່າວ​ວ່າ
ການ​ແຕ່ງ​ຕັ້ງດິນດອນ​ອັນ​ກວ້າ​ງ​ໃຫຍ່ ວ່າ​ເປັນ​ອະນຸສາວະຣີຕ້ອງຮັກສາ​ໄວ້ບໍ່ທີ​ການ​
ປ່ຽນ​ແປງ​ເພື່ອ​ຈະ​ປົກ​ປ້ອງ​ສັດປ່າ ບັນດາ​ບ່ອນ​ສັກ​ສິດ ​ແລະ​ວັດ​ທຸ​ໂຍຮານ​ຕ່າງ​ຫລາຍ​
ຮ້​ອຍປີ.

ຮູບພາບ ແອສຕາລັນເຕ ແຄນຍອນ ລະຫວ່າງ ແກຣນສະແຕເຄສ ແອສຕາລັດເຕ ຢູ່ປ່າສະຫງວນແຫ່ງຊາດ.
ຮູບພາບ ແອສຕາລັນເຕ ແຄນຍອນ ລະຫວ່າງ ແກຣນສະແຕເຄສ ແອສຕາລັດເຕ ຢູ່ປ່າສະຫງວນແຫ່ງຊາດ.

ປະທານ​ອົງການ ​ໂອ​ດຸ​ຍບອນ ​ໂຊ​ຊາຍ​ອີ​ຕີ ຊຶ່ງ​ເປັນ​ກຸ່ມ​ນຶ່ງທີ່​ຮັກສາເກົ່າ​ແກ່​ທີ່​ສຸດ​ຂອງ​
ປະ​ເທດ ຮ້ອງ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ທຣໍາວ່າ “​ເປັນ​ການໃຊ້​ໃນ​ທາງ​ຜິດ​ທີ່​ບໍ່​ມີ​ມາ​
ກ່ອນ” ແລະ​ “ເປັນບັນທຶກຮອຍ​ດ່າງ​ແຫ່ງ​ຊາດ ທີ່​ກັບ​ຄືນ​ໄປ​ຫລາຍ​ກວ່າ​ຮ້ອຍ​ປີ​ກ່ອນ.”

ທ່ານ​ເດ​ວິດ​ ຢາ​ໂນ​ລ ຍັງ​ກ່າວ​ວ່າ ທ່ານ​ທຣໍາ ບໍ່ໄດ້ຫົວຊາ​ທີ່​ຫລາຍ​ກວ່າ 98 ​ເປີ​ເຊັນ​
ຂອງ​ຊາວ​ອາ​ເມຣິກັນ​ຫລາຍ​ລ້າຍ​ຄົນ ຜູ້​ທີ່​ໄດ້​ສົ່ງຄຳ​ເວົ້າ​ໃຫ້ການ​ສະໜັບສະ​ໜູນຮັກສາ​
ປ້ອງ​ກັນ​ແ​ກ່ບັນດາອະ​ນຸສາວະຣີ​ແຫ່ງ​ຊາດ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ

Trump Utah Monument Reax
please wait

No media source currently available

0:00 0:01:27 0:00

XS
SM
MD
LG