ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ກ່າວວ່າ ກຳປັ່ນຮົບ ລຸ້ນໃໝ່ ຈະເຮັດໃຫ້ ສັດຕູຢ້ານກົວ ຈົນຕົວສັ່ນ


ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ປະກາດການນຳໃຊ້
ກຳປັ່ນ USS Gerald Ford ໃນຂະນະທີ່ບັນດາຜູ້ບັນຊາ
ການຢືນຮັບຟັງ, ທີ່ຖານທັບກອງທັບເຮືອໃນເມືອງ Norfolk, ລັດ ເວີຈິເນຍ. 22 ກໍລະກົດ, 2017.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ປະກາດການນຳໃຊ້ ກຳປັ່ນ USS Gerald Ford ໃນຂະນະທີ່ບັນດາຜູ້ບັນຊາ ການຢືນຮັບຟັງ, ທີ່ຖານທັບກອງທັບເຮືອໃນເມືອງ Norfolk, ລັດ ເວີຈິເນຍ. 22 ກໍລະກົດ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊ່ວຍມອບໜ້າວຽກໃຫ້ກຳປັ່ນ USS Gerald R. Ford
ໃນວັນເສົາວານນີ້, ເປັນກຳປັ່ນສົງຄາມທີ່ມີເທັກໂນໂລຈີ ທີ່ທັນສະໄໝ, ມູນຄ່າເກືອບ
13 ຕື້ໂດລາ, ທີ່ທ່ານກ່າວວ່າ "ຈະສົ່ງຂໍ້ຄວາມຫຼາຍຮ້ອຍພັນຂໍ້ຄວາມອອກໄປທົ່ວໂລກ”
ແລະ ຈະເຮັດໃຫ້ພວກສັດຕູຂອງ ສະຫະລັດ “ຢ້ານກົວຈົນຕົວສັ່ນ.”

ຫຼັງຈາກການເລື່ອນເວລາ 3 ປີ ແລະ ຄ່າໃຊ້ຈ່າຍເກີນຫຼາຍຕື້ໂດລານັ້ນ, ທ່ານ ທຣຳ ກໍ
ໄດ້ສົ່ງກຳປັ່ນບັນທຸກເຮືອບິນພະລັງງານນິວເຄລຍ ລຸ້ນໃໝ່ລຳທຳອິດ ໄປໃຫ້ກອງທັບ
ເຮືອ ສະຫະລັດ ທີ່ຖານທັບເຮືອ Norfolk ໃນລັດ ເວີຈິເນຍ ຕັ້ງຢູ່ພາກຕາເວັນອອກສຽງ
ໃຕ້ຂອງປະເທດ.

ທ່ານກ່າວວ່າ “ບໍ່ວ່າກຳປັ່ນລຳນີ້ຈະເດີນທາງໄປຮອດໃສ, ພັນທະມິດຂອງພວກເຮົາກໍ
ຈະມີຄວາມສະບາຍໃຈ ແລະ ພວກສັດຕູຂອງເຮົາກໍຈະຢ້ານຈົນສັ່ນ ເພາະວ່າ ທຸກຄົນ
ຈະຮູ້ວ່າ ອາເມຣິກາ ກຳລັງມາ ແລະ ອາເມຣິກາ ຈະມາດ້ວຍກຳລັງແຮງ.”

ທ່ານປະທານາທິບໍດີໄດ້ກ່າວວ່າ ເຮືອຮົບປະຕິບັດໜ້າທີ່ເປັນແບບ “ເຄື່ອງຍັບຢັ້ງ ທີ່ປົກ
ປ້ອງພວກເຮົາຈາກການຕໍ່ສູ້ກັນ”
ແຕ່ໄດ້ກ່າວເພີ່ມເຕີມວ່າ, ຖ້າຄວາມຂັດແຍ້ງຫາກເພີ່ມ
ສູງຂຶ້ນ, “ມັນກໍມັກຈະສິ້ນສຸດລົງໂດຍທາງດຽວ. ພວກເຮົາຈະຊະນະ ຊະນະ ແລະ ຊະ
ນະ.”

ຫຼັງຈາກໄດ້ກ່າວວິຈານລັດຖະບານສະໄໝກ່ອນ ສຳລັບ “ການຂາດຄວາມພ້ອມທາງ
ການທະຫານແລ້ວ,”
ທ່ານ ທຣຳ ກໍໄດ້ຮຽກຮ້ອງໃຫ້ລັດຖະສະພາ “ເຮັດໜ້າທີ່ຂອງພວກ
ເພິ່ນ”
ແລະ ສະໜອງລະດັບການໃຫ້ທຶນທີ່ “ໝັ້ນຄົງ ແລະ ຄາດເດົາໄດ້” ສຳລັບກອງ
ທັບ.

ກຳປັ່ນບັນທຸກເຮືອບິນລຳໃໝ່ ຈະເປັນກຳປັ່ນຊັ້ນໃໝ່ທີ່ສຳຄັນ ຂອງກຳປັ່ນບັນທຸກເຮືອ
ບິນທີ່ສຸດຍອດ. ເປັນລຳທຳອິດໃນຊັ້ນຂອງມັນໃນຮອບ 40 ປີ ແລະ ແມ່ນກຳປັ່ນສົງ
ຄາມທີ່ມີລາຄາແພງທີ່ສຸດເທົ່າທີ່ເຄີຍສ້າງຂຶ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Aircraft Carrier
please wait

No media source currently available

0:00 0:02:23 0:00

XS
SM
MD
LG