ໃນການປ້ອງກັນຢ່າງແຂງຂັນຕໍ່ນະໂຍບາຍ “ອາເມຣິກາມາກ່ອນ” ຫຼື America First ຂອງທ່ານນັ້ນ ປະທານາທິບໍດີ ດໍໂນລ ທຣໍາ ໄດ້ກ່າວຕໍ່ການໂຮມຊຸມນຸມ ຂອງພວກທຸ
ລະກິດ ແລະນັກການເມືອງທີ່ມີຊື່ສຽງຂອງໂລກວ່າ ໂລກຈະໄດ້ຮັບຜົນປະໂຫຍດຈາກອຳນາດທາງເສດຖະກິດຂອງສະຫະລັດ ແລະໄດ້ເຊື້ອເຊີນໃຫ້ ພວກເຂົາເຈົ້າຮັບເອົາ
ປລັດຊະຍາກ່ຽວກັບການເຕີບໂຕຂອງທ່ານ.
“ເວລາສະຫະລັດເຕີບໂຕ ໂລກກໍເຊັ່ນດຽວກັນ” ນັ້ນຄືຄຳເວົ້າຂອງທ່ານ ທີ່ໄດ້ກ່າວໃນ
ຄຳປາໄສ ເປັນເວລາ 15 ນາທີ ຢູ່ໃນພິທີປິດກອງປະຊຸມເສດຖະກິດໂລກ ທີ່ເມືອງດາ
ໂວ ປະເທດສະວິດເຊີແລນ.
ທ່ານກ່າວວ່າ “ອາເມຣິກາແມ່ນເປີດກວ້າງສຳລັບທຸລະກີດແລະພວກເຮົາສາມາດທຳ
ການແຂ່ງຂັນອີກຄັ້ງນຶ່ງ.”
ດັ່ງທີ່ທ່ານເຄີຍໄດ້ປະຕິບັດ ຜ່ານມາ ໃນອາຊີບການເມືອງຂອງທ່ານ ປະທານາທິບໍດີ
ທຣໍາ ບໍ່ໄດ້ຂໍຂະມາໂທດ ຕໍ່ການເກັບພາສີ ເພື່ອເປັນການຕອບໂຕ ແລະຍົກເລີກສັນ
ຍາການຄ້າ ແລະການຕົກລົງສາກົນອື່ນໆ ທີ່ທ່ານເຫັນວ່າ ເຮັດໃຫ້ການເຕີບໂຕຂອງເສດຖະກິດຊັກຊ້າ. ທ່ານກ່າວວ່າ “ພວກເຮົາຈະບໍ່ສາມາດມີການຄ້າແບບເສລີ ແລະ
ເປີດກວ້າງໄດ້ ຖ້າບາງປະເທດຫາກສວຍໃຊ້ລະບົບດັ່ງກ່າວເອົາລັດເອົາປຽບຄົນອື່ນ.
ພວກເຮົາສະໜັບສະໜູນການຄ້າເສລີີ ແຕ່ຕ້ອງໃຫ້ມີຄວາມຍຸຕິທໍາແລະຕ້ອງສົມສ່ວນ. ເພາະວ່າໃນທີ່ສຸດ ການຄ້າທີ່ບໍ່ເປັນທໍາແມ່ນ ຈະທໍາລາຍພວກເຮົາທັງໝົດ.”
ປລັດຊະຍາອາເມຣິກາມາກ່ອນອື່ນໝົດ ໄດ້ພາໃຫ້ເກີດມີການຕ້ອງຕິຂອງຫຼາຍຄົນຢູ່
ເມືອງດາໂວ ຜູ້ສະໜັບສະໜູນການປະສານງານຍຸດທະສາດເສດຖະກິດໂລກ. ໂດຍ
ປາດສະຈາກ ການເວົ້າເຖິງຊື່ສະຫະລັດ ປະທານາທິບໍດີບຣາຊິລ ທ່ານມີແຊລ ເທເມີ
ໄດ້ໃຊ້ຄຳປາໄສທີ່ເມືອງດາໂວຂອງທ່ານໃນວັນພຸດທີ່ຜ່ານມານີ້ ສະແດງການຄັດຄ້ານ
ຕໍ່ອັນທີ່ທ່ານເຫັນວ່າ ຄຳເວົ້າຕໍ່ຕ້ານການຄ້າເສລີ ທີ່ມາຈາກບັນດານາຍທຶນໂລກ.
ທ່ານເທເມີ ກ່າວວ່າ “ພວກເຮົາຮູ້ດີທັງໝົດວ່າ ພວກເຮົາຢູ່ໃນໂລກບ່ອນທີ່ທ່າອຽງການ
ຢູ່ຢ່າງໂດດດ່ຽວ ກຳລັງໄດ້ຮັບແຮງສະໜັບສະໜູນ. ເຖິງຢ່າງໃດກໍດີ ພວກເຮົາຍັງຮູ້ວ່າ
ການປົກປ້ອງສິນຄ້າພາຍໃນບໍ່ແມ່ນການແກ້ໄຂ.” ທ່ານເທເມີກ່າວຕື່ມວ່າ ຄວາມຮູ້ສຶຶກ
ຂອງທ່ານ ແມ່ນໄດ້ສະທ້ອນໃຫ້ເຫັນຢູ່ໃນຄຳປາໄສຂອງຜູ້ກ່າວຄົນອື່ນໆທີ່ເມືອງດາໂວ
ຮວມທັງຜູ້ນຳອິນເດຍ ອີຕາລີ ແລະການາດາ.
ແຕ່ຢູ່ໃນຄຳປາໄສຂອງທ່ານນັ້ນ ປະທານາທິບໍດີທຣໍາ ໄດ້ຢືນຢັນກ່ຽວກັບທ່າທີຂອງ
ທ່ານ ໂດຍກ່າວວ່າ ວໍຊິງຕັນຈະ “ເຮັດບໍ່ຮູ້ບໍ່ເຫັນຕໍ່ໄປອີກບໍ່ໄດ້ ກ່ຽວກັບການປະຕິບັດທາງດ້ານເສດຖະກິດ ທີ່ບໍ່ເປັນທຳ ຮວມທັງການລັກເອົາຊັບສິນທາງດ້ານສະຕິປັນຍາ
ການຊ່ວຍອຸດໜູນອຸດສາຫະກຳຕ່າງໆ ແລະການວາງ ແຜນເສດຖະກິດ ທີ່ລັດເປັນຜູ້
ນຳພາ” ໂດຍປາດສະຈາກການລະບຸຊື່ປະເທດທີ່ລ່ວງລະເມີດ ແຕ່ທ່ານໄດ້ໃຫ້ຄຳໝັ້ນ
ສັນຍາວ່າ ທີ່ຈະຕໍ່ສູ້ໃນອັນທີ່ທ່ານຮ້ອງວ່າ “ການປະພຶດທີ່ເອົາລັດເອົາປຽບ” ທີ່ກໍ່ກວນ
ຕະຫລາດຂອງໂລກ ແລະ ເປັນໄພ ອັນຕະລາຍຕໍ່ທຸລະກິດຕ່າງໆ ແລະພວກຄົນງານ.