ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະຖອນ ທະຫານ ສຫລ ອອກຈາກ ອັຟການິສຖານ ຖ້າກຸ່ມຕາລີບານບັນລຸຂໍ້ຕົກລົງ ສັນຕິພາບ


ພວກທະຫານມາຣີນສ໌ ຢືນຕົງ ໃນລະຫວ່າງ ພິທີປ່ຽນຜູ້ບັນຊາການ ຢູ່ທີ່ ສະໜາມຄ້າຍທະຫານໃນເມືອງ Shorab ຂອງແຂວງ Helmand, ໃນອັຟການິສຖານ, ວັນທີ 15 ມັງກອນ 2018.
ພວກທະຫານມາຣີນສ໌ ຢືນຕົງ ໃນລະຫວ່າງ ພິທີປ່ຽນຜູ້ບັນຊາການ ຢູ່ທີ່ ສະໜາມຄ້າຍທະຫານໃນເມືອງ Shorab ຂອງແຂວງ Helmand, ໃນອັຟການິສຖານ, ວັນທີ 15 ມັງກອນ 2018.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານ ຈະນຳເອົາພວກທະຫານ ອາເມຣິກັນ
ທັງໝົດ ກັບຄືນປະເທດຈາກອັຟການິສຖານ ຖ້າຫາກມີຂໍ້ຕົກລົງສັນຕິພາບ ກັບກຸ່ມ
ຕາລີບານ.

ຄຳເຫັນດັ່ງກ່າວຂອງທ່ານ ທຣຳ ຢູ່ທີ່ທຳນຽບຂາວ ມີຂຶ້ນ ຫຼາຍວັນ ຫຼັງຈາກ ມັນປາກົດ
ອອກມາວ່າ ສະຫະລັດ ແລະກຸ່ມກະບົດດັ່ງກ່າວ ໄດ້ຕົກລົງກັນໃນ ເລື້ອງຮ່າງແບບແຜນ
ຂອງຂໍ້ຕົກລົງສັນຕິພາບ ທີ່ແນເປົ້າໝາຍໃສ່ ຍຸຕິບັນຫາຂັດແຍ້ງ ໃນອັຟການິສຖານ
ທີ່ແກ່ຍາວມາໄດ້ 17 ປີ​ແລ້ວນັ້ນ.

ພາຍຫຼັງຈາກ ມີການເຈລະຈາເປັນເວລາຫຼາຍວັນກັບກຸ່ມຕາລີບານ ທີ່ນະຄອນຫຼວງ
ໂດຮາ ຂອງກາຕ້າ ກັບທ່ານ ຊາລເມ ຄາລີ​ຊາດ ຜູ້ຕາງໜ້າພິເສດຂອງ ສະຫະລັດ ເພື່ອ
ການປະນີປະນອມກັນ ໃນອັຟການິສຖານ ຊຶ່ງທ່ານໄດ້ກ່າວວ່າ ທັງສອງຝ່າຍ ໄດ້ຕົກລົງ
“ໃນຫຼັກການ” ຕໍ່ໂຄງຮ່າງຂອງແຜນການທີ່ຈະຜູກມັດ ກຸ່ມກະບົດຕາ​ລີ​ບານ ເພື່ອປ້ອງ
​ກັນ ​ບໍ່​ໃຫ້ກຸ່ມກໍ່ການຮ້າຍຕ່າງປະເທດ ລວມທັງ ກຸ່ມອາລ-ກາອີດາ ແລະກຸ່ມລັດອິສລາມ
ບໍ່ໃຫ້ໃຊ້ດິນແດນຂອງອັຟການິສຖານ ເປັນບ່ອນໂຈມຕີຕໍ່ຕ້ານອາເມຣິກາ ແລະບັນດາ
ພັນທະມິດຂອງຕົນ.

ເພື່ອການແລກປ່ຽນນັ້ນ ສະຫະລັດ ຈະຖອນກຳລັງທະຫານຂອງຕົນ ອອກຈາກປະເທດ
ນີ້ ແຕ່ຈະຕ້ອງໃຫ້ກຸ່ມຕາລີບານ ເຄົາລົບການຢຸດຍິງ ແລະເປີດການເຈລະຈາ ກັບ ລັດ
ຖະບານອັຟການິສຖານ.

ກຸ່ມຕາລີບານ ກ່າວວ່າ ທັງສອງຝ່າຍ ແມ່ນພ້ອມແລ້ວທີ່ຈະສືບຕໍ່​ການເຈລະຈາ ໃນ
ເດືອນໜ້ານີ້. ໃນຂະນະ​ທີ່ກຸ່ມກະບົດ​ດັ່ງ​ກ່າວ ໄດ້​ເປີດການເຈລະຈາກັບບັນດາເຈົ້າ
ໜ້າທີ່ ຂອງສະຫະລັດຫຼາຍຄັ້ງຜ່ານມາ ແລະມາເຖິງປັດຈຸບັນນີ້ ພວກ​ເຂົາໄດ້ປະຕິເສດ
ທີ່ຈະພົບປະກັບ ບັນດາຜູ້ຕ່າງໜ້າ ຂອງລັດຖະບານ ກາບູລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG