ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳກ່າວວ່າ ການ​ເຈ​ລະ​ຈາ ​ດ້ານ​ການ​ຄ້າ​ກັບ ຈີນ "ມີ​ຄວາມ​ກ້າວ​ໜ້າ​ ຢ່າງ​ໃຫຍ່"


ທຸງ​ຊາດ ຈີນ ກັບ ສະ​ຫະ​ລັດ ຖືກ​ຕິດ​ຕັ້ງໄວ້ ​ສຳ​ລັບ​ກອງ​ປະ​ຊຸມ​ທີ່​ກະ​ຊວງ​ຂົນ​ສົ່ງ​ຂອງ ຈີນ, ນະ​ຄອນຫຼວງ​ ປັກ​ກິ່ງ. 27 ເມ​ສາ, 2018.
ທຸງ​ຊາດ ຈີນ ກັບ ສະ​ຫະ​ລັດ ຖືກ​ຕິດ​ຕັ້ງໄວ້ ​ສຳ​ລັບ​ກອງ​ປະ​ຊຸມ​ທີ່​ກະ​ຊວງ​ຂົນ​ສົ່ງ​ຂອງ ຈີນ, ນະ​ຄອນຫຼວງ​ ປັກ​ກິ່ງ. 27 ເມ​ສາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ໄດ້​ມີ​ຄວາມ​ກ້າວ​ໜ້າ
ຢ່າງໃຫຍ່” ໃນການເຈລະຈາດ້ານການຄ້າ ສະຫະລັດ ກັບ ຈີນ ກ່ຽວກັບ ສິ່ງທີ່ທ່ານ
ເອີ້ນວ່າ “ມີຫຼາຍພາກສ່ວນທີ່ບໍ່ລົງລອຍກັນ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ປະ​ເທດ​ຂອງ​ພວກ​ເຮົາ​ມີ​ໂອ​ກາດ​ທີ່​ວິ​ເສດ
ຫຼາຍສຳລັບການເຕີບໂຕໃນອະນາຄົດ ແລະ ຄວາມຍິ່ງໃຫຍ່ ໃນລະດັບທີ່ສູງຍິ່ງກວ່າ
ນີ້.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ສັບ​ປະ​ດາ​ທີ່​ຜ່ານ​ມາ​ວ່າ​ ທ່ານ​ອາດ​ເລື່ອນ​ຂີດ​ເສັ້ນ​ຕາຍ​ ເພື່ອ
ເພີ່ມພາສີຕໍ່ ຈີນ ຈາກວັນທີ 1 ມີນາອອກໄປ, ຖ້າຂໍ້ຕົກລົງການຄ້າໄດ້ຖືກບັນລຸ.

ແຕ່​ຜູ້​ຊ່ຽວ​ຊາຍ​ດ້ານກ​ານ​ຄ້າ ຈີນ, ຜູ້​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ລັດ​ຖະ​ບານ​ທ່ານ ໂອ​ບາ​ມາ
ກ່າວວ່າ ທ່ານໄດ້ເຫັນ “ຄວາມກ້າວໜ້າພຽງໜ້ອຍດຽວ” ຕໍ່ຂໍ້ຕົກລົງການຄ້າກັບ ຈີນ ນັ້ນ.

ອະ​ດີດ​ຜູ້​ຊ່ວຍ​ທູດ​ການ​ຄ້າ ສຳ​ລັບ​ ຈີນ ທ່ານ ເຈັ​ຟ ມູນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ວິ​ທີ​ການ​
ທີ່ເປັນຈິງກໍແມ່ນວ່າ ຂີດເສັ້ນຕາຍຈະຖືກຕໍ່ເວລາອອກໄປ ແລະ ການເຈລະຈາອາດຈະ
ດຳເນີນໄປຮອດທ້າຍປີນີ້, ຂ້າພະເຈົ້າສົງໄສວ່າຈະເປັນແນວນັ້ນ.”

ທ່ານ ມູນ ເຊື່ອ​ວ່າ​ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ​ທັງ​ສອງ​ຝ່າຍ ບໍ່​ສາ​ມາດ​ທີ່​ຈະ​ແກ້​ໄຂ​ເຫດ​ຜົນ​
ທີ່ແທ້ຈິງ ທີ່ ສະຫະລັດ ໄດ້ວາງມາດຕະການທີ່ເຂັ້ມງວດໃສ່ ຈີນ ໃນຕອນທຳອິດ, ເຊິ່ງ
ແມ່ນການກ່າວຫາທີ່ວ່າ ເຂົາເຈົ້າໄດ້ລັກຊັບສິນທາງປັນຍາຂອງ ສະຫະລັດ, ແລະ ການ
ຮຽກຮ້ອງຂອງ ຈີນ ໃຫ້ບໍລິສັດຕ່າງໆຂອງ ສະຫະລັດ ສົ່ງຄືນຄວາມລັບທາງການຄ້າ ຖ້າ
ເຂົາເຈົ້າຢາກສືບຕໍ່ເຮັດທຸລະກິດກັບ ຈີນ.

ທ່ານ ມູນ ໄດ້​ກ່າວ​ວ່າ “ມັນ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ພວກ​ນັ້ນ​ ພາຍ​ໃນ​ສອງ​ອາ
ທິດ. ບັນຫາພວກນັ້ນ ແມ່ນສັບບຊ້ອນຫຼາຍ ເຊິ່ງມັນຕ້ອງໄດ້ມີການເຈລະຈາເປັນເວລາ
ດົນ ສະນັ້ນການແກ້ໄຂບັນຫາທີ່ໄວ ບໍ່ແມ່ນການແກ້ໄຂບັນຫາທີ່ດີ. ມັນມີແຕ່ຈະປົກປິດ
ສິ່ງຕ່າງໆໄວ້ຊື່ໆ.”

ທ່ານ​ໄດ້​ທຳ​ນາຍ​ວ່າ ບັນ​ຫາ​ຕ່າງໆ​ຈະ “ຫຍຸ້ງຍາກ” ຂຶ້ນ​ໃນ​ໄລ​ຍະ​ຍາວ ຖ້າ​ບັນ​ຫາ​ພວກ​
ນັ້ນບໍ່ໄດ້ຖືກແກ້ໄຂ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG