ກະຊວງການຕ່າງປະເທດ ຈີນ ກ່າວວ່າ ບັນດານັກເຈລະຈາ ຈີນ ກຽມພ້ອມທີ່ຈະເດີນ
ທາງມາ ສະຫະລັດ ເພື່ອເຈລະຈາດ້ານການຄ້າຮອບຕໍ່ໄປຂອງເຂົາເຈົ້າ, ນຶ່ງວັນຫຼັງ
ຈາກ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕຳໜິຂະບວນການດັ່ງກ່າວວ່າ
ໃຊ້ເວລາດົນໂພດ ແລະ ຂົ່ມຂູ່ວ່າ ຈະເກັບພາສີຫຼາຍຂຶ້ນສຳລັບສິນຄ້າມູນຄ່າຫຼາຍຕື້ໂດ
ລາຂອງ ຈີນ.
ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ເກັງ ຊວາງ ໄດ້ກ່າວຕໍ່ບັນດານັກຂ່າວໃນ
ວັນຈັນມື້ນີ້ວ່າ ຈີນ ໄດ້ “ພະຍາຍາມທີ່ຈະຫາຂໍ້ມູນເພີ່ມເຕີມ” ກ່ຽວກັບ ຄຳເຫັນຂອງທ່ານ
ທຣຳ ເລື້ອງ ພາສີໃໝ່.”
ທ່ານ ເກັງ ບໍ່ໄດ້ລະບຸເຖິງ ຮອງນາຍົກລັດຖະມົນຕີ ທ່ານ ຫຼິວ ຮີ, ເຊິ່ງແມ່ນນັກເຈລະ
ຈາດ້ານການຄ້າລະດັບສູງຂອງ ຈີນ, ວ່າເປັນນຶ່ງໃນຈຳນວນຜູ້ທີ່ກະກຽມທີ່ຈະເດີນທາງ
ມານະຄອນຫຼວງ ວໍຊິງຕັນນຳ ໃນທິດນີ້.
ທ່ານ ທຣຳ ໄດ້ຂຽນໃນທວິດເຕີເມື່ອວັນອາທິດວານນີ້ວ່າ: ຂໍ້ຕົກລົງການຄ້າກັບ ຈີນ ຈະ
ສືບຕໍ່ໄປ, ແຕ່ມັນຊ້າໂພດ, ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະເຈລະຈາກັນຢູ່. ແນວ
ນີ້ມັນບໍ່ໄດ້.”
ທ່ານໄດ້ກ່າວວ່າ ທ່ານຈະເລີ່ມພາສີທີ່ມີຢູ່ 10 ເປີເຊັນຕໍ່ສິນຄ້າ ຈີນ ມູນຄ່າ 200 ຕື້ໂດ
ລາ ເປັນ 25 ເປີເຊັນ, ແລະ ຈະວາງພາສີໃໝ່ຕໍ່ສິນຄ້າອື່ນທີ່ມີມູນຄ່າ 325 ຕື້ໂດລາອີກ.
ທ່ານ ທຣຳ ກັບ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ຕົກລົງໃນເດືອນທັນວາປີກາຍ
ນີ້ ວ່າຈະຍັບຢັ້ງພາສີໃໝ່ ໃນຂະນະທີ່ການເຈລະຈາກຳລັງດຳເນີນໄປຢູ່, ແຕ່ມັນບໍ່ຈະ
ແຈ້ງວ່າ ການປະກາດຂອງທ່ານ ທຣຳ ຈະມີຜົນກະທົບຕໍ່ການເຈລະຈາຫຼືບໍ່, ເຊິ່ງມີກຳ
ນົດຈະສືບຕໍ່ໃນນະຄອນຫຼວງ ວໍຊິງຕັນ ໃນວັນພຸດນີ້.
ຕະຫຼາດຮຸ້ນ ໄດ້ຫຼຸດລົງໃນສອງປະເທດໃນວັນຈັນມື້ນີ້, ຕະຫຼາດຮຸ້ນ Shanghai
Composite ໄດ້ຕົກລົງຫຼາຍກວ່າ 5 ເປິເຊັນ ແລະ ການຊື້ຂາຍຢູ່ຕະຫຼາດຮຸ້ນ Wall
Street ກໍໄດ້ຫຼຸດລົງຫຼາຍກວ່າ 1 ເປີເຊັນ ກ່ອນການເປີດຕະຫຼາດຮຸ້ນດັ່ງກ່າວ.
ວໍຊິງຕັນ ກັບ ປັກກິ່ງ ໄດ້ຂຶ້ນພາສີໄປມາຕໍ່ກັນໃນປີກາຍນີ້ ໃນຂະນະທີ່ບັນດານັກເຈ
ລະຈາ ໄດ້ທຳການເຈລະຈາດ້ານການຄ້າທີ່ຍືດຍາວມາ, ຍ້າຍບ່ອນເຈລະຈາໄປມາ
ລະຫວ່າງ ນະຄອນຫຼວງຂອງສອງປະເທດນີ້.