ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ຈະ​ເກັບ​ພາ​ສີ ເມັກ​ຊິ​ໂກ ຍ້ອນ ຄົນ​ເຂົ້າ​ເມືອງ ຜິດ​ກົດ​ໝາຍ


ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ຊຶ່ງ​ເປັນ​ສ່ວນ​ນຶ່ງ ຂອງ​ຂະ​ບວນ​ຄາ​ຣາ​ວານ ທີ່​ຫວັງ​ວ່າ​ຈະ​ເດີນ​ທາງ​ມາ​ຍັງ​ຊາຍ​ແດນ​ສະ​ຫະ​ລັດ ໄປ​ເຖິງ​ເມືອງ​ຟ​ຣອນ​ເຕ​ຣາ ຮິ​ລ​ດາ​ລ​ໂກ ຂອງ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 12 ເມ​ສາ 2019.
ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ຊຶ່ງ​ເປັນ​ສ່ວນ​ນຶ່ງ ຂອງ​ຂະ​ບວນ​ຄາ​ຣາ​ວານ ທີ່​ຫວັງ​ວ່າ​ຈະ​ເດີນ​ທາງ​ມາ​ຍັງ​ຊາຍ​ແດນ​ສະ​ຫະ​ລັດ ໄປ​ເຖິງ​ເມືອງ​ຟ​ຣອນ​ເຕ​ຣາ ຮິ​ລ​ດາ​ລ​ໂກ ຂອງ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 12 ເມ​ສາ 2019.

ສະ​ຫະ​ລັດ​ໃຫ້​ເວ​ລາ​ແກ່​ເມັກ​ຊິ​ໂກ 10 ວັນ ເພື່ອ​ຢຸດ​ບໍ່​ໃຫ້​ພວກ​ຄົນ​ເຂົ້​າ​ເມືອງ​ເດີນ​ທາງ​ຂຶ້ນ​ມາ​ທາງ​ເໜືອ​ຂອງ​ປະ​ເທດ​ ຫາ​ຊາຍ​ແດນ​ສະ​ຫະ​ລັດ ຫຼື​ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ຜະ​ລິດ​ຕະ​ພັນ​ທັງ​ໝົດກໍ​ຈະ​ຖືກ​ເກັບພາ​ສີ.

​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ທຳ​ການ​ປະ​ກາດ​ດັ່ງ​ກ່າວ​ຜ່ານ​ທາງ​ທວີດ​ເຕີ້ ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ໃນ​ວັນ​ທີ 10 ມິ​ຖຸ​ນານີ້ ສະ​ຫະ​ລັດ​ຈະ​ເກັບ​ພາສີ 5 ເປີ​ເຊັນ ຕໍ່​ສິນ​ຄ້າ​ທຸກໆ​ຊະ​ນິດ ທີ່​ນຳ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ຈາກເມັກ​ຊິ​ໂກຈົນ​ກວ່າ​ເວ​ລາ​ໃດ​ທີ່​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຜ່ານ​ເມັກ​ຊິ​ໂກ​ແລະເຂົ້າ​ມາ ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ຍຸ​ຕິ​ລົງ.” ທ່ານ​ຂຽນ​ຕື່ມ​ວ່າ ຈົນ​ກວ່າ “ບັນ​ຫາ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ໄດ້​ຮັບ​ການ​ແກ້​ໄຂ” ການ​ເກັບ​ພາ​ສີ​ດັ່ງ​ກ່າວ​ຈະ​ເພີ້ມຂຶ້ນ​ໃນ​ແຕ່​ລະ​ເດືອນ ອາດ​ຈະ​ສູງ​ເຖິງ 25 ເປີ​ເຊັນ ພາຍ​ໃນ​ວັນ​ທີ 1 ຕຸ​ລາ.

ທະ​ຫານ​ມາ​ຣີນ​ເມັກ​ຊິ​ໂກ ຢືນ​ເບິ່ງ ຂະ​ນະ​ທີ່​ຄອບ​ຄົວ ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຖືກ​ຂັບ​ໄລ່ ອອກ​ຈາກ​ສວນ​ສາ​ທາ​ລະ​ນະ ທີ່​ເມືອງ ຕາ​ປາ​ຈູ​ລາ ເມື່ອ​ວັນ​ທີ 29 ພຶດ​ສະ​ພາ 2019.
ທະ​ຫານ​ມາ​ຣີນ​ເມັກ​ຊິ​ໂກ ຢືນ​ເບິ່ງ ຂະ​ນະ​ທີ່​ຄອບ​ຄົວ ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຖືກ​ຂັບ​ໄລ່ ອອກ​ຈາກ​ສວນ​ສາ​ທາ​ລະ​ນະ ທີ່​ເມືອງ ຕາ​ປາ​ຈູ​ລາ ເມື່ອ​ວັນ​ທີ 29 ພຶດ​ສະ​ພາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ໃນ​ຖະ​ແຫຼງ​ການ ໃນ​ເວ​ລາ​ຕໍ່​ມາ​ວ່າ “ການ​ຮ່ວມ​ມື​ແບບ​ບໍ່​ມີ​ການ​ຂັດ​ຂືນ​ຂອງ​ເມັກ​ຊິ​ໂກ ​ທີ່​ປ່ອຍ​ໃຫ້​ມີ​ການ​ລັ່ງ​ໄຫຼ​ຂອງ​ຜູ້​ຄົນ​ເຂົ້າ​ມາ ​ຢ່າງ​ຫຼວງ​ຫຼາຍນີ້ພາໃຫ້​ເກີດ​ບັນ​ຫາ​ສຸກ​ເສີນ ແລະ​ໄພ​ຂົ່ມ​ຂູ່​ພິ​ເສດ ຕໍ່​ຄ​ວາມ​ໝັ້ນ​ຄົງແຫ່ງ​ຊາດ​ແລະ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ. ເມັກ​ຊິ​ໂກ​ມີ​ກົດ​ໝາຍ​ຄົນ​ເຂົ້າ​ເມືອງທີ່​ເຄັ່ງ​ຄັດ ແລະ​ສາ​ມາດ​ຢັບ​ຢັ້ງ ​ການ​ຫຼັ່ງ​ໄຫຼ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ ​ໄດ້​ຢ່າງ​ງ່າຍ​ດາຍ ຮວມ​ທັງ​ສົ່ງ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ຂອງ​ພວກ​ເຂົາ.”

ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ແອນ​ເດ​ຣ​ສ ມາ​ນູ​ແອ​ລ ໂລ​ເປັ​ສ ໂອບ​ຣາ​ດໍ ໄດ້​ຕອບ​ໂຕ້​ຄືນ​ດ້ວຍ ການ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ເຊັ່ນ​ດຽວ​ກັນ. ຢູ່​ໃນ​ຈົດ​ໝາຍທີ່​ທ່ານ​ໄດ້​ນຳ​ອອກ​ເຜີຍ​ແຜ່​ທາງ​ທວີດ​ເຕີ້ນັ້ນ ທ່ານໂລ​ເປັ​ສ ໂອບ​ຣາ​ດໍ ກ່າວ​ວ່າ “ບັນ​ຫາ​ທາງ​ສັງ​ຄົມ​ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ການ​ເກັບ​ພາ​ສີ ຫຼື​ມາດ​ຕະ​ການບັງ​ຄັບ​ໃດໆ.”

ການ​ປະ​ກາດ​ ກ່ຽວ​ກັບ​ການ​ເກັບ​ພາ​ສີ​ຄັ້ງ​ໃໝ່ ​ຂອງ​ທ່ານ​ທ​ຣຳ ມີ​ຂຶ້ນ​ໃນ​ມື້​ດຽວ​ກັນກັບ​ທີ່​ປະ​ເທດ​ເມັກ​ຊິ​ໂກ​ເລີ້ມ​ຂັ້ນ​ຕອນ​ຢ່າງ​ເປັນ​ທາງ​ການ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ຂໍ້ຕົກ​ລົງ​ການ​ຄ້າ ລະ​ຫວ່າງ​ສະ​ຫະ​ລັດ ເມັກ​ຊິ​ໂກ ແລະ​ກາ​ນາ​ດາ.

ທ່ານໂລ​ເປັ​ສ ໂອບ​ຣາ​ດໍ ກ່າວ​ວ່າ ທ່ານ​ຈະ​ສົ່ງ​ລັດ​ຖະ​ມົນ​ຕີກະ​ຊວງ​ຕ່າງ​ປະ​ເທດ​ ທ່ານມາ​ແຊ​ໂລ ເອບ​ຣາດ ມາ​ຍັງ​ວໍ​ຊິງ​ຕັນ ເພື່ອ​ຫາ​ທາງ​ແກ້​ໄຂ​ເລື້ອງນີ້.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ກິ​ດ​ຈະ​ການອາ​ເມ​ຣິ​ກາ​ເໜືອ ທ່ານ​ເຮ​ຊຸ​ສ ເຊ​ອາ​ເດ ກ່າວ​ວ່າ ​ພາ​ສີ​ດັ່ງ​ກ່າວ​ຈະ​ສ້າງ​ຄວາມ​ເສ​ຍ​ຫາຍ​ຮ້າຍ​ແຮງ.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ຖ້າ​ການ​ຂົ່ມ​ຂູ່ນີ້ ຫາກ​ມີ​ຂຶ້ນ​ແທ້ ມັນ​ຈະຮ້າຍ​ແຮງ​ຫຼາຍ ຖ້າ​ຫາກ​ມີ​ການ​ປະ​ຕິ​ບັດ​ແທ້ ພວກ​ເຮົາ​ຕ້ອງ​ໄດ້​ຕອບ​ໂຕ້​ຢ່າງ​ແຂງ​ຂັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG